ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດປະນາມຄວາມຮຸນແຮງໃນໄທ


Madaxweynaha la doortay ee Uhuru Kenyatta oo u gacan haatinaya taageerayaashiisa kadib markii uu lagu dhawaaqay in doorashada uu ku guuleystay. Nairobi, Mar. 9, 2013.
Madaxweynaha la doortay ee Uhuru Kenyatta oo u gacan haatinaya taageerayaashiisa kadib markii uu lagu dhawaaqay in doorashada uu ku guuleystay. Nairobi, Mar. 9, 2013.

ສະຫະລັດໄດ້ປະນາມເຫດການຮຸນແຮງ ເທື່ອລ່າສຸດຢູ່
ປະເທດໄທ ແລະຮຽກຮ້ອງໃຫ້ທັງພວກປະທ້ວງແລະລັດຖະ
ບານ ໃຊ້ຄວາມຢັບຢັ້ງ. ໂຄສົກກະຊວງການຕ່າງປະເທດ
ສະຫະລັດທ່ານ GORDON DUGUID ກ່າວໃນມື້ວັນພຸດ
ວານນີ້ວ່າ ສະຫະລັດມີຄວາມເສຍໃຈເປັນທີ່ສຸດຕໍ່ເຫດການ
ຮຸນແຮງແລະການສູນເສຍຊີວິດໃນການປະທະກັນລະຫວ່າງ
ກຳລັງຮັກສາຄວາມ ສະຫງົບແລະພວກປະທ້ວງຕໍ່ຕ້ານ
ລັດຖະບານ.

ທ່ານ DUGUID ກ່າວວ່າສະຫະລັດຮູ້ສຶກມີກຳລັງໃຈ
ທີ່ພວກຜູ້ນຳປະທ້ວງເສື້ອແດງພາກັນຍອມຈຳນົນແຕ່ທ່ານໄດ້ສະແດງຄວາມວິຕົກ
ກັງວົນກ່ຽວກັບການຈູດເຜົາທີ່ກະທຳໂດຍພວກປະທ້ວງເສື້ອແດງແລະຮຽກຮ້ອງ
ໃຫ້ພວກຜູ້ນຳຝ່າຍຄ້ານຂໍຮ້ອງໃຫ້ພວກປະທ້ວງຢຸດເຊົາການກະທຳດັ່ງກ່າວ.


ທ່ານເວົ້າວ່າ ສະຫະລັດຢາກເຫັນທັງສອງຝ່າຍດຳເນີນງານເພື່ອແກ້ໄຂບັນຫາຂັດແຍ້ງ
ໂດຍຜ່ານສະຖາບັນປະຊາທິປະໄຕຂອງໄທ.

ສ່ວນພວກຜູ້ນຳຂອງສະຫະພາບຢູໂຣບ ກໍໄດ້ໃຫ້ຄວາມເຫັນກ່ຽວກັບວິກິດ ການໃນໄທ
ດັ່ງອົງການຂ່າວຝຣັ່ງໄດ້ອ້າງຄຳເວົ້າຂອງປະທານສະພາຢູໂຣບ ທ່ານ JERZY BUZEK
ກ່າວວ່າ ເວລານີ້ປະເທດໄທພວມກ້າວເຂົ້າສູ່ສະໄໝທີ່ການ ສ້າງຄວາມຖືກຕ້ອງປອງດອງ
ຊາດ​ເປັນ​ທີ່​ສຳຄັນ​ທີ່​ສຸດ ທ່ານເວົ້າວ່າມີການສູນເສຍເລືອດເນື້ອຊີວິດຫລາຍພໍແລ້ວ.

XS
SM
MD
LG