ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສານໄທອະນຸຍາດ ໃຫ້ປະກັນໂຕ ພວກຜູ້ນໍາກຸ່ມເສື້ອແດງ 7 ຄົນ.


ພວກເສື້ອແດງຕໍ່ຕ້ານລັດຖະບານ ໂຮມຊຸມນຸມປະທ້ວງຢູ່ບາງກອກ ວັນທີ 19 ກຸມພາ 2011
ພວກເສື້ອແດງຕໍ່ຕ້ານລັດຖະບານ ໂຮມຊຸມນຸມປະທ້ວງຢູ່ບາງກອກ ວັນທີ 19 ກຸມພາ 2011


















ສານແຫ່ງນຶ່ງຂອງໄທ ໄດ້ອະນຸຍາດໃຫ້ປະກັນຕົວ 7 ຜູ້ນໍາຂອງກຸ່ມຂະບວນ ການເສື້ອ
ແດງຕໍ່ຕ້ານລັດຖະບານ ທີ່ໄດ້ຖືກຄຸມຂັງມາຕັ້ງແຕ່ລັດຖະບານໄດ້ທັບມ້າງການປະທ້ວງ
ຂະໜາດໃຫຍ່ເມື່ອ 9 ເດືອນຜ່ານມາແລ້ວນັ້ນ.

ໃນການອອກຄໍາອະນຸຍາດໃນວັນອັງຄານມື້ນີ້ ຜູ້ພິພາກສາໄດ້ສັ່ງຫ້າມບໍ່ໃຫ້ບຸກ ຄົນທັງ
7 ເດີນທາງອອກໄປຕ່າງປະເທດ ຊຶ່ງພວກກ່ຽວກຳລັງຖືກດໍາເນີນຄະດີໃນຂໍ້ຫາກໍ່ການ
ຮ້າຍ. ນອກນັ້ນແລ້ວຍັງມີການສັ່ງຫ້າມບໍ່ໃຫ້ພວກຜູ້ນໍາກຸ່ມເສື້ອແດງເຂົ້າຮ່ວມໃນການ
ໂຮມຊຸມນຸມປະທ້ວງທີ່ອາດຈະນໍາໄປສູ່ການເກີດຄວາມຮຸນແຮງໄດ້ນັ້ນ.

ສະມາຊິກຂອງກຸ່ມຂະບວນການເສື້ອແດງໄດ້ຈັດການໂຮມຊຸມນຸມປະທ້ວງທີ່ດໍາເນີນມາໃນ
ທຸກໆເດືອນ ເພື່ອຮຽກຮ້ອງໃຫ້ລັດຖະບານປ່ອຍພວກຜູ້ນໍາຂອງຕົນ. ພວກເຂົາເຈົ້າໄດ້
ຊີ້ໃຫ້ເຫັນວ່າ ພວກຜູ້ນໍາກຸ່ມເສື້ອເຫຼືອງ ທີ່ເປັນປໍລະປັກນັ້ນ ກໍໄດ້ຮັບອະນຸຍາດໃຫ້ຖືກປະ
ກັນຕົວ ໃນຂະນະທີ່ປະເຊີນກັບການດໍາເນີນຄະດີ ໃນຂໍ້ຫາກໍ່ການຮ້າຍແບບດຽວກັນ ໃນ
ປີ 2008.

ພວກຜູ້ນໍາທັງ 7 ທີ່ຖືກປ່ອຍໃນວັນອັງຄານມື້ນີ້ ແມ່ນເຄີຍມີບົດບາດນຳພາໃນການປະ
ທ້ວງ ທີ່ເຮັດໃຫ້ເຂດໃຈກາງບາງກອກເປັນອໍາມາພາດໄປຫຼາຍໆອາທິດໃນປີກາຍນີ້. ການ
ປະທ້ວງໄດ້ກາຍເປັນຄວາມຮຸນແຮງ ເວລາພວກທະຫານລັດຖະບານໄດ້ທລາການກວາດ
ລ້າງພວກປະທ້ວງຢູ່ຕາມຖະໜົນຫົນທາງ ຊຶ່ງໃນທີ່ສຸດ ໄດ້ເຮັດໃຫ້ມີຜູ້ເສຍຊີວິດປະມານ 90 ຄົນ.

XS
SM
MD
LG