ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ພວກປະທ້ວງເສື້ອແດງໄທ ໂຮມຊຸມນຸມປະທ້ວງ ຮຽກຮ້ອງໃຫ້ປ່ອຍຜູ້ນໍາອີກ


ພວກປະທ້ວງເສື້ອແດງໄທ ໂຮມຊຸມນຸມຕໍ່ຕ້ານລັດຖະບານ ເມື່ອວັນທີ່ 19 ເດືອນກຸມພານີ້ ແລະຮຽກຮ້ອງໃຫ້ລັດຖະບານປ່ອຍ ພວກຜູ້ນໍາຂອງເຂົາເຈົ້າ.
ພວກປະທ້ວງເສື້ອແດງໄທ ໂຮມຊຸມນຸມຕໍ່ຕ້ານລັດຖະບານ ເມື່ອວັນທີ່ 19 ເດືອນກຸມພານີ້ ແລະຮຽກຮ້ອງໃຫ້ລັດຖະບານປ່ອຍ ພວກຜູ້ນໍາຂອງເຂົາເຈົ້າ.

ພວກປະທ້ວງກຸ່ມເສື້ອແດງຈໍານວນຫລາຍພັນຄົນ ​ໄດ້ພາ
ກັນໂຮມຊຸມນຸມໃນນະຄອນຫລວງບາງກອກ ເພື່ອ​ເປັນຂີດ
ໝາຍຄົບຮອບເກົ້າເດືອນນັບຕັ້ງແຕ່ ການກວາດລ້າງຢ່າງ
ນອງເລືອດ ຕໍ່ການໂຮມຊຸມນຸມປະ​ທ້ວງຕໍ່ຕ້ານລັດຖະບານ
ຂອງພວກຕົນ ​ແລະເພື່ອຮຽກຮ້ອງໃຫ້ປ່ອຍຕົວພວກຜູ້ນໍາ ຂອງຕົນທີ່ ຖືກຄຸມຂັງໄວ້ຢູ່ໃນເວລານີ້.

ພວກປະທ້ວງ​ແມ່ນນໍາພາໂດຍພວກຜູ້ນໍາຂອງກຸ່ມເສື້ອແດງ
ນາງທິດາ ຖາວອນເສດ ແລະນາຍຈະຕຸພອນ ພຣົມພັນ.

ພວກເສື້ອແດງໄດ້ພາກັນໂຮມຊຸມນຸມ ຢູ່ພາຍໃຕ້ການຮັກສາ
ຄວາມປອດໄພ ຢ່າງໜາແໜ້ນຂອງຕໍາຫລວດ ທີ່ສີ່ແຍກ
ລາດຊະປະສົງ ຊຶ່ງເປັນສູນກາງການຄ້າ​ໃຫຍ່​ແຫ່ງ​ນຶ່ງຂອງ
ນະ​ຄອນຫລວງບາງກອກ ແລ້ວໄດ້ພາກັນເດີນຂະບວນໄປ
ຍັງຕຶກສານສູງສຸດຂອງປະເທດ ເພື່ອອ່ານຄໍາຮຽກຮ້ອງ ຂອງພວກເຂົາເຈົ້າ.

ຢ່າງໜ້ອຍມີຜູ້ເສຍຊີວິດ 90 ຄົນ ແລະບາດເຈັບອີກ ເກືອບ 2,000 ຄົນ ໃນເຫດການ
ປະທະກັນ ລະຫວ່າງພວກເສື້ອແດງແລະຝ່າຍທະຫານ ໃນລະຫວ່າງການໂຮມຊຸມນຸມເປັນ
ເວລາສອງເດືອນເມື່ອປີຜ່ານມານີ້ ທີ່ຮຽກຮ້ອງໃຫ້ມີການເລືອກຕັ້ງໂດຍທັນທີນັ້ນ.

XS
SM
MD
LG