ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໒໑ ທັນວາ ໒໐໒໕

ກຸ່ມເສື້ອແດງແລະເສື້ອເຫລືອງ ປະທ້ວງຕໍ່ຕ້ານລັດຖະບານອີກ


U.S. President Barack Obama walks with Jordanian Foreign Minister Nasser Judeh, right, upon his arrival at Queen Alia International Airport in Amman, Jordan, March 22, 2013.
U.S. President Barack Obama walks with Jordanian Foreign Minister Nasser Judeh, right, upon his arrival at Queen Alia International Airport in Amman, Jordan, March 22, 2013.

ພວກປະທ້ວງເສື້ອແດງແລະເສື້ອເຫລືອງໃນປະເທດໄທ ໄດ້
ພາກັນໂຮມຊຸມນຸມປະທ້ວງ ຢູ່ຄົນລະບ່ອນໃນບາງກອກໃນ
ວັນອາທິດມື້ນີ້ ຊຶ່ງເປັນການເນັ້ນໜັກໃຫ້ເຫັນເຖິງຄວາມ
ແຕກແຍກຢ່າງເລີກເຊິ່ງທາງດ້ານການເມືອງຢູ່ພາຍໃນປະ ເທດ.

ພວກເສື້ອແດງທີ່ສະໜັບສະໜຸນອະດີດນາຍົກລັດຖະມົນຕີ
ທັກສິນ ຊິນນະວັດ ທີ່ຖືກໂຄ່ນລົ້ມ ໄດ້ພາກັນໂຮມຊຸມນຸມ
ຢູ່ນອກສານອາຍາ ຮຽກຮ້ອງໃຫ້ປ່ອຍໂຕພວກຜູ້ນໍາຂອງ
ພວກເຂົາເຈົ້າ 18 ຄົນ ທີ່ໄດ້ຖືກກັກຂັງ ມາຕັ້ງແຕ່ການປະ
ທ້ວງທີ່ຮຸນ​ແຮງ​ເຖິງ​ຕາຍ ເປັນເວລາ 10 ອາທິດ ​ໄດ້​ຖືກ​ ທັບ​ມ້າງ ໃນປີແລ້ວນີ້.

ສ່ວນພວກເສື້ອເຫລືອງຫລາຍພັນຄົນ ກໍໄດ້ພາກັນໂຮມ
ຊຸມນຸມຢູ່ບ່ອນນຶ່ງອີກ ຮຽກຮ້ອງໃຫ້ນາຍົກລັດຖະມົນຕີ
ອະພິສິດ ເວດຊາຊິວະ ລາອອກ. ທ່ານອະພິສິດໄດ້ສູນ
ເສຍການສະໜັບສະໜຸນຂອງພວກເສື້ອເຫລືອງໃນທ່າມ
ກາງການຜິດຖຽງກັນເລື້ອງ ຊາຍແດນ ກັບກໍາປູເຈຍ.

ມີຕໍາຫລວດປາບ​ຈະລາຈົນຢືນຢາມຢູ່ຢ່າງຫລວງຫລາຍ ໃນທັງສອງບ່ອນ ແຕ່ບໍ່ໄດ້ພະຍາ
ຍາມທໍາການຂັດຂວາງການປະທ້ວງ ທີ່ໄດ້ດໍາເນີນໄປຢ່າງສັນຕິນັ້ນ ແຕ່ຢ່າງໃດ.

XS
SM
MD
LG