ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະບານໄທສະໜັບສະໜູນ ໃຫ້ປະກັນໂຕ ພວກຜູ້ນໍາເສຶ້ອແດງ


ພວກປະທ້ວງເສື້ອແດງ ສະແດງການສະໜັບສະໜູນ ຕໍ່ຄໍາປາໃສຂອງຜູ້ນໍາ ຢູ່ບ່ອນໂຮມຊຸມນຸມປະທ້ວງ ທີ່ສູນການຄ້າແຫ່ງນຶ່ງ ໃນບາງກອກ, ວັນທີ 19 ທັນວາ 2010.
ພວກປະທ້ວງເສື້ອແດງ ສະແດງການສະໜັບສະໜູນ ຕໍ່ຄໍາປາໃສຂອງຜູ້ນໍາ ຢູ່ບ່ອນໂຮມຊຸມນຸມປະທ້ວງ ທີ່ສູນການຄ້າແຫ່ງນຶ່ງ ໃນບາງກອກ, ວັນທີ 19 ທັນວາ 2010.

ລັດຖະບານ​ໄທ​ໄດ້​ໃຫ້ການ​ສະໜັບສະໜູນ ​ແກ່​ການ​ອະນຸຍາດ​ໃຫ້​ປະກັນ​ໂຕ​ອອກ​ຈາກ​ຄຸກໄດ້ ​ຜູ້​ນໍາບາງ​ຄົນ​ຂອງ​ພວກ​ຝ່າຍ​ຄ້ານ​ເສື້ອ​ແດງ ຫລື ນປຊ ທີ່​ໄດ້​ຖືກ​ຈັບ​ລຸນ​ຫລັງ​ການ​ປະ​ທ້ວງ​ຕໍ່ຕ້ານ​ລັດຖະບານ​ ​ເມື່ອຕົ້ນ​ປີ​ນີ້. ການ​ແນະ​ນໍາ​ໃຫ້ອະນຸຍາດ​ໃຫ້​ປະກັນ​ໂຕ​ໄດ້​ດັ່ງກ່າວ ມີ​ຂຶ້ນ​ໃນ​ວັນ​ອັງຄານ​ວານ​ນີ້ ພ້ອມໆ​ກັນ​ກັບທີ່​ລັດຖະບານ​ໄທ​​ໄດ້ປະກາດ​ຍົກ​​ເລີກ​ກົດ​ພາວະ​ສຸກ​ເສີນ ຢູ່​ໃນ​ບາງກອກ ​ເຖິງ​ແມ່ນ​ຍັງ​ມີ​ການ​ປະ​ທ້ວງ​ເປັນ​ປະ​ຈໍາຂອງ​ພວກ​ເສື້ອ​ແດງ​ຢູ່​ກໍ​ຕາມ. ດາ​ຣາ ມີ​ລາຍ​ງານ​ເລື້ອງ​ນີ້​ມາສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.

ໃນ​ວັນ​ອັງຄານ​ວານ​ນີ້ ຄະນະ​ລັດຖະມົນ​ຕີ​ໄທ​ໄດ້​ຕົກລົງ​ເຫັນ​ພ້ອມ​ນໍາ​ກັນ​ວ່າ ຄວນ​ຈະອະນຸຍາດ​ໃຫ້​ມີ​ການ​ປະ​ກັນ​ໂຕ​ອອກ​ຈາກ​ຄຸກ​ໄດ້ ພວກ​ປະ​ທ້ວງ​ເສື້ອ​ແດງ​ຝ່າຍ​ຄ້ານ 100 ກ່ວາ​ຄົນ ຍ້ອນ​ພວກ​ເຂົາ​ເຈົ້າ​ໄດ້ຖືກ​ກ່າວຫາ​ໃນ​ຄວາມ​ຜິດ ສະຖານ​ເບົາເທົ່າ​ນັ້ນ.

ພວກ​ປະ​ທ້ວງ​ຫລາຍ​ຮ້ອຍ​ຄົນ​ໄດ້​ຖືກ​ຈັບ ລຸນ​ຫລັງ​ທີ່ການ​ປະ
ທ້ວງ​ຕໍ່ຕ້ານ​ລັດຖະບານ​ຢ່າງ​ຂະໜານ​ໃຫຍ່​ໃນ​ບາງກອກ
ເມື່ອ​ເດືອນ​ເມສາ​ແລະ​ພຶດສະພາຜ່ານ​ມາ​ນັ້ນ ​ໄດ້​ກັບກາຍ​
ເປັນຄວາມ​ຮຸນ​ແຮງ. ພວກ​ປະ​ທ້ວງ​ເສື້ອ​ແດງຫລາຍ​ພັນ​ຄົນ​
ໄດ້​ເຂົ້າ​ຄອບ​ຄອງ​ຫລາຍ​ເຂດ​ຂອງນະຄອນຫລວງ​ບາງກອກ​ ເພື່ອ​ທວງໃຫ້ລັດຖະ ບານ ຈັດການເລືອກ​ຕັ້ງ​ໃໝ່​ຂຶ້ນ.

ລັດຖະບານ​ໄດ້​ສັ່ງ​ໃຫ້​ທະຫານ​ເຂົ້າ​ກວາດ​ລ້າງ​ຂັບ​ໄລ່​ພວກ
ປະ​ທ້ວງ ອອກ​ໄປ​ຈາກພື້ນທີ່ບ່ອນ​ປະ​ທ້ວງ ​ສົ່ງ​ຜົນ​ໃຫ້​ເກີດ
ການ​ປະ​ທະ​ກັນ​ຢ່າງ​ຮຸນ​ແຮງ​ຫລາຍ​ບັ້ນ. ​ໃນຕະຫລອດ​ເວລາ​
ສອງ​ເດືອນ​ຂອງ​ການ​ປະ​ທ້ວງ​ນັ້ນ ​ປາກົດ​ວ່າມີ​ຄົນ​ເສຍ​ຊີວິດ​
ໄປ 90 ຄົນ ສ່ວນ​ໃຫຍ່​ແມ່ນ​ພົນລະ​ເຮືອ​ນ.

ພວກ​ປະ​ທ້ວງ​ຈໍານວນນຶ່ງ​ໄດ້ຈູດ​ໄຟ​ເຜົາ​ຕຶກ​ຮ້ານ​ຄ້າ ຫລາຍ​ກ່ວາ 30 ຫລັງ. ​ແກນ​ນໍາ​ພວກ​ປະ​ທ້ວງ​ຫລາຍ​ຄົນ​ຖືກ​ຈັບໃນ​ຂໍ້​ຫາ​ກໍ່​ການ​ຮ້າຍ ​ແລະ​ອາດ​ສາມາດ ປະ​ເຊີນ​ກັບ​ໂທດ​ປະຫານ​ຊີວິດ​ໄດ້ ​ແຕ່​ມາ​ຮອດ​ປັດຈຸ​ບັນ​ນີ້ ກໍປາກົດ​ວ່າ​ຍັງ​ບໍ່​ມີ​ຜູ້ໃດ ຖືກ​ນໍາ​ມາຂຶ້ນ​ສານ​ດໍາ​ເນີນ​ຄະດີ​ເທື່ອ.

ໂຄສົກ​ລັດຖະບານ​ໄທ ທ່ານ​ປະ​ນິທານ ວັດ​ຕະ​ນະ​ຍາກ​ອນ ກ່າວ​ວ່າ ການ​ຕັດ​ສິນ​ໃຈ​ຂັ້ນ​ສຸດ​ທ້າຍ ກ່ຽວ​ກັບ​ວ່າ​ຈະ​ອະນຸຍາດ​ໃຫ້​ປະກັນ​ໂຕ​ພວກ​ປະ​ທ້ວງ​ອອກ​ມາ ​ໄດ້​ຫລື​ບໍ່​ນັ້ນ ​ແມ່ນ​ຂຶ້ນ​ຢູ່​ກັບ​ສານ ຊຶ່ງ​ທ່ານ​ກ່າວ​ຕໍ່​ໄປ​ວ່າ:

“ນີ້​ເປັນ​ພຽງ​ການ​ຊ່ວຍ​ເຫລືອ​ເທົ່າ​ນັ້ນ ​ໃນ​ແງ່​ຂອງ​ການເອົາ​ຂໍ້​ມູນ​ມາ​ລວມກັນ ອັນ
ເປັນ​ຂໍ້​ມູນ​ທີ່​ພວກ​ຄົນ​ເຫລົ່າ​ນັ້ນ​ຕ້ອງການ​ເພື່ອ​ທີ່​ຈະ​ຕໍ່ສູ້​ຄະດີ​ຂອງ​ເຂົາ​ເຈົ້າ​ນັ້ນ. ສໍາ
ລັບ​ພວກແກນ​ນໍາ ທີ່​ອາດ​ຈະ​ຕ້ອງການ ຫລື​ບໍ່​ຕ້ອງການ ການ​ຊ່ວຍ​ເຫລືອ​ນັ້ນ ກໍ​ສຸດ​ແລ້ວ​ແຕ່​ເຂົາ​ເຈົ້າ. ​ແຕ່​ວ່າ ພົນລະ​ເມືອງ​ໄທທັງ​ໝົດ ​ແ​ມ່ນມີ​ສິດຈະ​ໄດ້ຮັບ​ການ​ຊ່ວບ​ເຫລືອ ທີ່​ລັດຖະບານ​ມີ​ໄວ້​ສະໜອງ​ໃຫ້. ​ແລະ​ອັນ​ນີ້​ແມ່ນ​ມາ​ຈາກ​ການ​ລິ​ເລີ້ມ​ຂອງ​ທ່າ​ນນາຍົກລັດຖະມົນຕີ ອະພິສິດ ​ເວດ​ຊາ​ຊີວະ​ເອງ. ​ແລະ​ທ່າ​ນ ຢາກ​ເຮັດ​ໃຫ້​ເປັນ​ທີ່​ແນ່ນອນ​ວ່າ ​ເວລານີ້ ພວກ​ເຮົາກໍາລັງພາກັນ​ກ້າວ​ໄປ​ຂ້າງ​ໜ້າ ​ໃນການ​ສ້າງ​ຄວາມ​ຖືກຕ້ອງ​ປອງ​ດອງ​ກັນນັ້ນ.”

ໃນ​ວັນ​ພຸດ​ມື້​ນີ້ ລັດຖະບານ​ໄດ້​ຍົກ​ເລີກພາວະ​ສຸກ​ເສີນ ທີ່​ໄດ້​ປະກາດ​ໃຊ້​ໃນ​ເຂດ​ນະຄອນ
ຫລວງ​ບາງກອກ ​ແລະ​ບັນດາ​ຈັງຫວັດ​ໃກ້​ຄຽງ ​ໃນ​ເດືອນ​ເມສາ​ນັ້ນ.

ກົດ​ພາວະ​ສຸກ​ເສີນ ທີ່​ໃນ​ຕອນ​ນຶ່ງ​ໄດ້​ກວມ​ເອົາ​ຮອດ 1 ສ່ວນ 3 ຂອງ​ປະ​ເທດ​ໄທ​ນັ້ນ ອະນຸ
ຍາດ​ໃຫ້​ລັດຖະບານ​ສົ່ງ​ທະຫານ​ອອກ​ປະຕິບັດ​ງານ​ໄດ້​ໃນ​ຕົວ​ເມືອງ ​ເພື່ອຮັກສາ​ຄວາມ​ປອດ
ໄພ ກວດກາ​ສື່​ມວນ​ຊົນ ຫ້າ​ມການ​ໂຮມ​ຊຸມນຸມ​ຂອງປະ ຊາຊົນ​ໃນ​ທີ່​ສາທາລະນະ ​ແລະ​ຈັບ​ກັກ​ຂັງ​ຜູ້​ຕ້ອງ​ສົງ​ໃສ​ໄດ້ຮອດ 30 ມື້ ​ໂດຍ​ບໍ່​ມີ​ການຕັ້ງ​ຂໍ້​ຫາ.

ແຕ່​ຢ່າງ​ໃດ​ກໍ​ຕາມ ກົດໝາຍ​ວ່າ​ດ້ວຍ​ຄວາມ​ໝັ້ນຄົງ​ພາຍ​ໃນ​ ຈະ​ຍັງ​ມີ​ຜົນ​ບັງຄັບ​ໃຊ້​ຢູ່ ຊຶ່ງ​ວາງ​
ຂໍ້​ຈໍາກັດ​ຮັດ​ແຄບ​ທີ່​ເບົາ​ກ່ວາ ​ແຕ່​ກໍ​ຍັງອະນຸຍາດ​ໃຫ້​ມີ​ການ​ຫ້າມ​ອອກ​ນອກ​ບ້ານ​ໃນ​ຍາມ​ກາງ
ຄືນ​ ​ແລະ​ປະກາດ​ເຂດ​ຫວງ​ຫ້າມໄດ້. ​ແລະ​ພວກ​ຕ້ອງ​ສົງ​ໃສ ກໍ​ສາມາດ​ຖືກ​ກັກ​ຂັງ​ໄດ້​ເປັນ​ອາ ທິດ ​ໂດຍ​ບໍ່​ມີ​ການ​ກ່າວ​ຫາ.

ທ່ານ​ປະ​ນິພານ ​ໂຄສົກ​ລັດຖະບານ​ໄທ​ ກ່າວ​ວ່າ ສະຖານະ​ການດ້ານ​ການ​ເມືອງ​ແລະ​ຄວາມ​ໝັ້ນຄົງຂອງ​ໄທ ​ແມ່ນ​ເກືອບ​ເປັນ​ປົກກະຕິ​ແລ້ວ ​ໃນ​ເວລາ​ນີ້. ທ່ານ​ປະ​ນິທານ​ເວົ້າ​ວ່າ

“ພວກ​ເຮົາ​ເຊື່ອ​ວ່າ ​ເວລາ​ນີ້ ພວກ​ເຮົາ​ກໍາລັງ​ກ້າວ​ໄປ​ຂ້າງ​ໜ້​າ. ທ່ານ​ນາຍົກລັດ ຖະມົນຕີ​ໄດ້​ກ່າວ​ວ່າ ຖ້າ​ຫານ​ສະຖານະ​ການ​ຍັງ​ສືບ​ຕໍ່​ເປັນ​ປົກກະຕິ​ດີ ພວກ​ເຮົາ​ກໍ​ຈະ​ສາມາດ​ຮຽກ​ການ​ເລືອກ​ຕັ້ງ​ທົ່ວ​ໄປ​ຂຶ້ນ​ໄດ້ ​ໃນ​ໄວໆ ຄື​ພາຍ​ໃນ​ປີໜ້າ​ນີ້.”

ທ່ານ​ປະ​ນິທານ​ກ່າວ​ອີກ​ວ່າ ລັດຖະບານ​ຈະ​ຕິດຕາມ​ເບິ່ງ​ສະຖານະ​ການ​ດ້ານ​ຄວາມ​ໝັ້ນຄົງ ​ເພື່ອ​ເບິ່ງ​ວ່າ​ມີ​ການ​ປ່ຽນ​ແປງ​ໃດໆ​ຫລື​ບໍ່ ທີ່​ອາດ​ຈະ​ບັງຄັບໃຫ້​ຕ້ອງກັບຄືນ​ໄປ​ສູ່​ພາວະ​ສຸກ​ເສີນ​ອີກ​ນັ້ນ.

ໃນ​ວັນ​ອາທິດ​ຜ່ານ​ມາ​ນີ້ ພວກ​ເສື້ອ​ແດງ ຫລື ນປຊ ​ຫລາຍ​ພັນ​ຄົນ ໄດ້​ພາກັນ​ລົງ​ສູ່​ຖະໜົນ​ຫົນທາງ ​ໂຮມ​ຊຸມນຸມປະ​ທ້ວງອີກ​ໃນ​ບາງກອກ ຮຽກຮ້ອງ​ໃຫ້​ລັດຖະ ບານ​ປ່ອຍ​ໂຕ​ພວກ​ຜູ້​ນໍາ​ຂອງ​ເຂົາ​ເຈົ້າ. ການ​ຊຸມນຸມ​ໄດ້​ຍຸດຕິ​ລົງ​ຢ່າງ​ສັນຕິ ​ແຕ່​ພວກເສື້ອ​ແດງ​ກໍ​ໄດ້​ປະຕິຍານ​ວ່າ ຈະ​ສືບ​ຕໍ່​ທໍາ​ການ​ປະ​ທ້ວງ​ ​ເດືອ​ນລ່ະສອງ​ເທື່ອ ຈົນ​ກ່ວາວ່າ ​ພວກ​ຜູ້​ນໍາ​ຂອງ​ເຂົາ​ເຈົ້າຈະ​ຖືກ​ປ່ອຍ​ອອກ​ຈາກ​ຄຸກ.

XS
SM
MD
LG