ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະບານໄທກໍາລັງປະເຊີນ ກັບການປະທ້ວງ ຢ່າງໜັກ ຈາກທັງພວກເສື້ອແດງແລະເຫລືອງ


ສະມາຊິກຄົນນຶ່ງຂອງພວກເສື້ອເຫລືອງ ທີ່ທໍາການປະທ້ວງຢູ່ນອກ ທໍານຽບລັດຖະບານ ໃນບາງກອກ, ວັນທີ 26 ມັງກອນ 2011.
ສະມາຊິກຄົນນຶ່ງຂອງພວກເສື້ອເຫລືອງ ທີ່ທໍາການປະທ້ວງຢູ່ນອກ ທໍານຽບລັດຖະບານ ໃນບາງກອກ, ວັນທີ 26 ມັງກອນ 2011.

ປັດຈຸບັນ​ນີ້ ​ລັດຖະບານ​ໄທ​ກໍາລັງ​ຖືກ​ກົດ​ດັນ​ຫລາຍ​ຂື້ນ​ນັບ​ມື້ ​ຈາກ​ພວກປະ​ທ້ວງ​ຈໍານວນ​ຫລາຍ​ພັນ​ຄົນ​ ຢູ່​ຕາມ​ຖະໜົນ​ຫົນທາງ. ພວກ​ເສື້ອ​ແດງ ຫລື ນປຊ ທີ່​ຕໍ່ຕ້ານ​ລັດຖະບານ​ໄດ້​ທໍາ​ການ​ຊຸມນຸມປະ​ທ້ວງມາ​ເປັນ​ປະ​ຈຳ ​ທຸກໆ​ເດືອນ ​ເພື່ອສະ​ແດງ​ຄວາມ​ໂກດ​ແຄ້ນ​ຕໍ່ການ​ກວາດ​ລ້າງ​ຢ່າງ​ນອງ​ເລືອດ​ໂດຍ​ລັດຖະບານ​ ເມື່ອ​ປີຜ່ານມາ​ນັ້ນ. ​ແລະ​ບັດ​ນີ້​ ພວກ​ປະ​ທ້ວງ​ເສື້ອ​​ເຫລື​ອງກໍ​ພາກັນ​ໂຮມ​ຊຸມນຸມ ຢູ່ອ້ອມ​ບໍລິ​ເວນ​ທໍານຽບລັດຖະບານ ຮຽກຮ້ອງ​ໃຫ້​ລັດຖະ ບານ​ເອົາ​ບາດກ້າວຢ່າງ​ເດັດຂາດ​ ​ກ່ຽວ​ກັບ​ບັນຫາຜິດຖຽງ​ກັນ​​ກັບ​ກໍາປູ​ເຈ​ຍ ​ໃນ​ເລື້ອງຊາຍ​ແດນ​ນັ້ນ.

// ສຽງພວກປະທ້ວງ //

ພວກ​ກຸ່ມ​ເສື້ອ​ແດງ​ຂອງ​ໄທ​ໄດ້​ພາກັນ​ຫວນ​ຄືນ​ມາ ສູ່​ຖະໜົນ​ຫົນທາງ​ໃນບາງກອກ​ອີກ​ ໂດຍ​ໄດ້ທໍາ​ການເດີນ​ຂະ​ບວນປະ​ທ້ວງເປັນປະ​ຈໍາ​ທຸກໆເດືອນ.

ພວກ​ເສື້ອ​ແດງ​ຕ້ອງການ​ຄວາມ​ຍຸຕິ​ທໍາ ສຳລັບ​ພວກ​ 90 ຄົນ​ ຊຶ່ງສ່ວນ​ໃຫຍ່​ແມ່ນ​ພົນລະ​ເຮືອນ ທີ່​ຖືກ​ຂ້າ​ຕາຍ​ເມື່ອ​ເດືອນ​ພືດ​ສະພາ​ປີຜ່ານມາ​ນີ້ ​ເວລາ​ລັດຖະບານ​ມີ​ຄໍາ​ສັ່ງ​ໃຫ້​ຝ່າຍ​ທະຫານ​ ​ເຄື່ນອນ​ກຳລັງ​ເຂົ້າຂັບ​ໄລ່​ພວກ​ເສື້ອ​ແດງ ທີ່​ຍຶດຄອງ​ຍ່ານ​ການ​ຄ້າ​ສໍາຄັນ​ແຫ່ງ​ນຶ່ງ​ໃນ​ໃຈກາງ​ບາງກອກ.

ຜູ້​ນໍາ​ພວກ​ກຸ່ມ​ເສື້ອ​ແດງ ນາຍ ຈະຕຸ​ພອນ ພຣົມພັນ ກ່າວ​ວ່າ ນອກ​ນີ້​ແລ້ວ ພວກ​ເສື້ອ​ແດງ​ຍັງ​ຕ້ອງການ​ໃຫ້​ລັດຖະບານປ່ອຍ​ບັນດາຜູ້​ນໍາ​ຂອງ​ພວກ​ເຂົາ​ເຈົ້າ ທີ່​ເວລາ​ນີ້ຍັງ​ຖືກ​ຈໍາ​ຄຸກ​ຢູ່ ໃນ​ຂໍ້​ຫາ​ເປັນ​ຜູ້​ກໍ່​ການ​ຮ້າຍນັ້ນ.

// ສຽງນາຍຈະຕຸພອນ //

ນາຍ​ຈະຕຸ​ພອນເວົ້າ​ວ່າ ພວກ​ເຂົາ​ເຈົ້າຍັງ​ບໍ່​ຮູ້ວ່າ​ພວກ​ຜູ້​ນໍາ​ດັ່ງກ່າວ​ຈະໄດ້​ຮັບ​ອະນຸຍາດ​ໃຫ້ ປະກັນ​ຕົວ​ອອກ​ຈາກ​ຄຸກ​ໄດ້ເມື່ອ​ໃດ. ດັ່ງ​ນັ້ນ ພວກ​ທີ່ຢູ່ຂ້າງນອກ​ ຈະ​ຕ້ອງ​ລວມຕົວ​ກັນ​ສະ​ແດງ​ອໍານາດ​ຂອງ​ພວກ​ຕົນ​ໃນ​ທາງ​ສັນຕິ ​ເພື່ອ​ຢາກ​ໃຫ້​ທຸກ​ຄົນຮູ້ວ່າ​ ພວກ​ທີ່​ຖືກ​ຈໍາ​ຄຸກ​ຄຸມ​ຂັງ​ຢູ່​ໃນ​ຄຸກ​ນັ້ນ ກໍ​ຍັງມີ​ໝູ່​ເພື່ອນ​ຮັກ​ແພງ​ຢູ່. ນາຍ​ຈະຕຸພອນ​ກ່າວ​ວ່າ​ຕໍ່​ໄປ​ວ່າ ທຸກໆ​ຄົນ​ຮຽກ ຮ້ອງ​ໃຫ້​ມີ​ການປ່ອຍ​ຕົວພວກ​ເຂົາ​ເຈົ້າ ແລະເຫັນ​ວ່າ​ພວກ​ເຂົາ​ເຈົ້າບໍ່​ໄດ້​ຮັບຄວາມ​ຍຸຕິ​ທໍາ​.

ແລະ​ຄື​ກັນ​ກັບ​ວ່າ ບັນຫາ​ພວກ​ເສື້ອ​ແດງ​ນັ້ນ ບໍ່​ພຽງພໍ​ສຳລັບ​ໃຫ້ລັດຖະບານຮັບ​ມື​ນຳ​. ບັດ​ນີ້​ ພວກ​ປະ​ທ້ວງອີກ​ກຸ່ມ​ນຶ່ງທີ່​ເຄີຍ​ສະໜັບສະໜຸນ​ລັດຖະບານ ກໍ​ຄື​ພວກ​ເສື້ອເຫລືອງ​ນັ້ນ ຊໍ້າພັດ​ອອກ​ມາເຕົ້າ​ໂຮມ​ກັນ​ຢູ່​ຕາມ​ຖະໜົນ​ຫົນທາງ​ອີກ​ຄັ້ງ​ນຶ່ງ ​ແຕ່ບໍ່ແມ່ນ​ເພື່ອ​ປ້ອງ​ກັນ​ລັດຖະບານ​ແຕ່​ຢ່າງ​ໃດ

// ສຽງພວກປະທ້ວງ //

ມີ​ພວກ​ປະ​ທ້ວງ​ທີ່​ນຸ່ງ​ເສື້ອເຫລືອ​ງ ຢ່າງ​ໜ້ອຍ 2,000 ຄົນ ​ໄດ້ພາກັນ​ອ້ອມທໍານຽບລັດຖະ
ບານໄວ້ໃນ​ອາທິດ​ແລ້ວ​ນີ້ ​ແລະ​ກ່າວ​ວ່າ ພວກ​ເຂົາເຈົ້າຈະ​ທໍາ​ການ​ຊຸມນຸມ ຢູ່ອ້ອມ​ທໍານຽບ
ຕໍ່​ໄປ​ ຈົນ​ກວ່າ​ລັດຖະບານ​ຈະປະຕິບັດ​ການຢ່າງເຂັ້ມ​ແຂງ​ກວ່າ​ເກົ່າກັບ​ກໍາ​ປູ​ເຈຍ ກ່ຽວ​ເລຶ່ອງ
ຊາຍ​ແດນ​ທີ່​ເປັນ​ຂໍ້​ຂັດ​ແຍ້​ງກັນນັ້ນ. ການ​ປະ​ທ້ວງ​ຄັ້ງ​ໃຫຍ່​ຫລາຍ​ພັນ​ຄົນ​ແບບ​ນີ້ ໄດ້ກາຍ​
ມາ​ເປັນ​ເລຶ່ອງທີ່​ເກີດ​ຂື້ນ​ເປັນປະ​ຈໍາ​ໄປ​ແລ້ວ​ ໃນ​ເວລາ​ນີ້.

ໃນ​ປີ 2008 ພວກ​ເສື້ອ​ເຫລືອງ​ໄດ້​ເຂົ້າປິດ​ລ້ອມ​ບໍລິ​ເວນດຽວ​ກັນ​ນັ້ນເປັນ ເວລາ​ຫລາຍ​ອາ
ທິດ ​ແລະ​ປິດສະໜາ​ມບິນ​ໃຫຍ່​ສອງ​ແຫ່ງ ຢູ່​ບາງກອກ​ນັ້ນ​ນໍາ ໂດຍ​ໄດ້ຊ່ວຍ​ຂັບ​ດັນໃຫ້ລັດ
ຖະບານ​ສອງ​ຊຸດ ​ທີ່​ເປັນ​ພັນທະ​ມິດ​ຂອງ​ຝ່າຍ​ເສື້ອ​ແດງ​ນັ້ນ​ ຕົກ​ອຳນາດ​ໄປ.

ສ່ວນ​ຝ່າຍ​ພວກ​ເສື້ອ​ແດງ​ ຫລາຍ​ພັນ​ຄົນ ​ກໍໄດ້​ປິດ​ກັ້ນ​ເຂດຍ່ານ​ການ​ຄ້າ​ຫລູຫລາ​ແຫ່ງ​ນຶ່ງ ທີ່ເປັນ​ເຂດ​ທ່ອງ​ທ່ຽວ​ນັ້ນ ​ເປັນ​ເວລາ​ປະມານ​ສອງ​ເດືອນ​ເມື່ອ​ປີກາຍ​ນີ້.

ຝ່າຍພວກ​ຊາດ​ນິຍົມ​ເສື້ອ​ເຫລືອງ ຕ້ອງການ​ຢາກ​ໃຫ້​ລັດຖະບານ​ຊຸດ​ນີ້​ຖອນ ບັນທຶກ​ຄວາມ​ເຂົ້າ​ໃຈ​ກັບ​ກໍາປູ​ເຈຍ ​ກ່ຽວ​ກັບເຂດ​ຊາຍ​ແດນ ​ແລະ​ໃຫ້​ຂັບໄລ່ຊາວ​ກໍາປູ​ເຈຍ​ ທີ່​ອາ​ໃສ​ຢູ່​ໃນ​ເຂດທີ່​ໄທ​ອ້າງ​ເອົາ​ເປັນ​ກໍາມະສິດ​ນັ້ນໜີ​ອອກ​ໄປ.

ນາຍປານ​ເທບ ພົວພົງພັນ ​ໂຄສົກຂອງ​ພວກ​ເສື້ອ​ເຫລືອງ ກ່າວວ່າ:

“ພວກ​ເຮົາໄດ້ມີການ​ເຈລະຈາ​ຕໍ່ຮອງ​ກັນ​ຫລາຍໆ​ເທື່ອ ຫລາຍໆ​ກອງ​ປະຊຸມ
ກັບ​ລັດຖະບານ ມາ​ເປັນ​ເວລາ​ນຶ່ງຫາ​ສອງ​ປີ​ແລ້ວ ​ແຕ່​ກໍ​ບໍ່​ມີ​ຫຍັງ​ເກີດ​ຂື້ນ
ດ້ວຍ​ເຫດ​ນີ້​ພວກ​ເຮົາ​ຈຶ່ງ​ທໍາ​ການ​ປະ​ທ້ວງ​ອີກ.”

ພວກ​ຝ່າຍ​ເສືອເຫລືອງ​ຕ້ອງການ​ໃຫ້​ລັດຖະບານ ​ເຊົາຮ່ວມ​ມື​ກັບອົງການ​ວັດທະນະ​ທໍາ​ຂອງ
ສະຫະປະຊາ​ຊາດ ກ່ຽວ​ກັບໂບຮານນະ​ສະຖານວັດ​ເຂົາ​ພະ​ວິຫານ ທີ່​ຕັ້ງ​ຢູ່​ໃກ້ໆ​ອານາ​ເຂດທີ່​ ເປັນ​ຂໍ້​ຂັດ​ແຍ້​ງກັນ​ນັ້ນ.

ແຕ່​ຝ່າຍ​ລັດຖະບານ​ປະຕິ​ເສດ​ຄໍາ​ຮຽກຮ້ອງ​ຂອງ​ພວກ​ເສື້ອ​ເຫລືອງ ​ເພາະ​ວ່າການກະທຳດັ່ງ
ນັ້ນ​ມີ​ແຕ່​ຈະ​ກໍ່​ໃຫ້​ເກີດ​ຂໍ້​ບາດ​ໝາງ​ກັນ​ກັບ​ກໍາປູ​ເຈຍ.

// ສຽງຮ້ອງເພງ //

ພວກ​ເສື້ອ​ເຫລືອງ​ແມ່ນພາກັນກຽມໂຕສຳລັບ​ການ​ຕໍ່ສູ້​ໃນ​ໄລຍະ​ຍາວ​ນານ ​ໂດຍໄດ້ສ້າງເວທີ​
ຂຶ້ນຫລາຍແຫ່ງ​ສໍາລັບ​ການ​ອະພິປາຍ​ແລະກ່າວຄຳປາໃສ ​ແລະ​ກາງ​ເຕັ້ນເປັນ​ບ່ອນ​ພັກ​ເຊົາ.

ນາຍ ພູ​ດິດ ດົນ​ພິພັດ ຜູ້​ປະ​ທ້ວງ​ເສື້ອ​ເຫ​ລື​ອງ ​ໄດ້​ກາງ​ເຕັ້ນ​ຂອງ​ຕົນຂື້ນ ຢູ່ເທິງ​ທາງຍ່າງ
ແຄມຖະໜົນ ໃກ້ໆ​ກັບ​ເວທີກ່າວ​ປາ​ໃສ. ຜູ້ກ່ຽວ​ເປັນ​ເຈົ້າຂອງ​ຮ້ານ​ອາຫານແຫ່ງ​ນຶ່ງ​ ຢູ່ໃນ​
ພາກ​ຕາ​ເວັນ​ອອກສຽງ​ເໜືອ ຫລືພາກອີສານ​ຂອງ​ໄທ ​ແຕ່​ກໍ​ກ່າວ​ວ່າ​ ລາວ​ຈະບໍ່​ຍອມໜີ​
ອອກ​ຈາກ​ບາງກອກ ​ຈົນ​ກວ່າ​ລັດຖະບານ​ຈະປະຕິບັດ​ຕາມຄໍາຮຽກຮ້ອງ​ຂອງ​ພວກ​ປະ​ ທ້ວງ​ເສຍ​ກ່ອນ.

ສຽງນາຍພູດິດ

ອີງ​ຕາມ​ສານ​ໂລກ​ນັ້ນ​ ກໍ​ແມ່ນ​ວ່າ ວັດ​ເຂົາ​ພະ​ວິຫານ​ເປັນ​ຂອງ​ກໍາປູ​ເຈຍ ​ແຕ່​ນາຍພູ​ດິດກ່າວ
ວ່າ ດິນດອນ​ອ້ອມ​ແອ້ມ​ວັດ​ເຂົາ​ພະ​ວິຫານ​ນັ້ນ​ເປັນ​ອານາເຂດຂອງ​ໄທ ​ແລະ​ກໍ​ຢ້ານ​ວ່າ​ເຂດ​ນີ້
ກໍ​ຈະ​ຕົກ​ໄປ​ເປັນ​ຂອງ​ກໍາປູ​ເຈຍ​ອີກ​ເຊັ່ນກັນ​ ​ເພາະ​ເຫດ​ນັ້ນລາວ​ຈຶ່ງ​ເຂົ້າມາ​ຮ່ວມ​ຊຸມນຸມປະທ້ວງ.

ເຖິງ​ແມ່ນ​ທັງ​ຝ່າຍ​ເສື້ອ​ແດງ ​ແລະ​ເສື້ອ​ເຫລືອງ ຕ່າງກໍມີ​ຄວາມ​ໂກດ​ແຄ້ນຕໍ່​ລັດຖະບານ​ນໍາ​ກັນ
ກໍ​ຕາມ ​ແຕ່​ກໍ​ບໍ່ມີທາງທີ່ວ່າວທັງ​ສອງ​ຝ່າຍ​ນີ້​ຈະ​ລວມຕົວ​ເຂົ້າ​ກັນ​ໄດ້.

ການປະ​ທ້ວງຂອງພວກ​ເສື້ອ​ເຫລືອງ ​ເມື່ອ​ປີ 2006 ​ນັ້ນ ​ຍຸຕິ​ລົງ​ຫລັງ​ຈາກ​ຝ່າຍ​ທະຫານທໍາ
ການ​ລັດ​ຖະ​ປະຫານທີ່ໄດ້​ຂັບ​ໄລ່​ນາຍົກລັດຖະມົນຕີທັກສິນ​ ຊິນນະ​ວັດ ອອກຈາກຕໍາ​ແໜ່​ງ. ​
ພວກ​ເສື້ອ​ເຫລືອງ​ສ່ວນ​ຫລາຍ​ກ່າວ​ຫາ​ວ່າ​ທ່ານ​ທັກສິນ​ສໍ້​ລາດ​ບັງ​ຫລວງ​ແລະ​ໃຊ້​ອໍານາດ.
ທ່ານ​ອະດີດນາຍົກ​ທັກສິນ​ໄດ້​ໄປລີ້ໄພ​ຢູ່​ໃນ​ຕ່າງປະ​ເທດ ​ເພື່ອ​ຫລີກໜີ​ການ​ຕັດສິນ​ຈໍາ​ຄຸກໃນ ຂໍ້​ຫາ​ ສໍ້ລາດ​ບັງຫລວງ.

ແຕ່ວ່າ ພວກ​ເສື້ອ​ແດງ​ສ່ວນ​ຫລາຍແມ່ນ​ສະໜັບສະໜຸນ​ທ່ານ​ທັກສິນ ແລະ ຖືວ່າ​ລັດຖະບານ
ຊຸດ​ປັດຈຸບັນ​ນີ້ ແມ່ນ​ຕັ້ງ​ຂື້ນ​ມາ​ຢ່າງບໍ່​ຖືກຕ້ອງ​ຕາມກົດໝາຍ ຄື​ລັດຖະບານ​ຊຸດ​ນີ້ກ້າວຂຶ້ນມາ
ມີ​ອໍານາດ​ ​ກໍ​ຍ້ອນ​ການໜຸນ​ຫລັງ​ຂອງ​ຝ່າຍ​ທະຫານ ຫລັງ​ຈາກ​ທີ່ລັດຖະບານສອງຊຸດ ທີ່​ຖືກ
ເລືອກ​ຕັ້ງ​ຂື້ນມາ​ແລະ​ນໍາ​ໂດຍ​ພວກ​ພັນທະ​ມິດ​ຂອງ​ທັກສິນ​ນັ້ນ ຖືກ​ຂັບ​ໄລ່​ອອກ​ໄປ​ ໂດຍ​ຄໍາ ສັ່ງ​ຂອງ​ສານ.

XS
SM
MD
LG