ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ພວກປະທ້ວງ ຢູ່ໄທ ສືບຕໍ່ ກົດດັນໃຫ້ ລັດຖະບານ ລາອອກ (ສະໄລດ໌/ວີດີໂອ)


Thailand
please wait
Embed

No media source currently available

0:00 0:00:32 0:00
ພວກປະທ້ວງຢູ່ບາງກອກ ຍັງສືບຕໍ່ກົດດັນລັດຖະບານດ້ວຍການ
ເດີນຂະບວນປະທ້ວງອີກຮອບນຶ່ງສອງມື້ລ່ວງໜ້າການເລືອກຕັ້ງ
ກ່ອນກຳນົດ ທີ່ເປັນບັນຫາ ໂຕ້ແຍ້ງ.

ພວກປະທ້ວງຫຼາຍພັນຄົນໄດ້ພາກັນເດີນຂະບວນຢູ່ຕາມຖະໜົນ
ຫົນທາງສາຍຕ່າງໆໃນບາງກອກ ໃນວັນສຸກມື້ນີ້ຊຶ່ງເປັນມື້ທີສອງ
ຂອງຈຳນວນສາມມື້ ເພື່ອສະແດງການຄັດຄ້ານ ຕໍ່ການປ່ອນບັດ
ເລືອກຕັ້ງ.

ພວກປະທ້ວງ ໄດ້ພາກັນຂັດຂວາງ ການປ່ອນບັດເລືອກຕັ້ງລ່ວງ
ໜ້າມາແລ້ວ ຊຶ່ງບາງຄັ້ງ ໄດ້ພາກັນຂັດຂວາງ ໂດຍໃຊ້ຄວາມຮຸນ
ແຮງ ບໍ່ໃຫ້ຜູ້ຄົນເຂົ້າໄປເຖິງໜ່ວຍປ່ອນບັດແຫ່ງຕ່າງໆໃນຫລາຍພາກສ່ວນຂອງປະເທດທີ່ ພາໃຫ້ມີການຕັ້ງຄຳຖາມຂຶ້ນມາ ກ່ຽວກັບວ່າການປ່ອນບັດເລືອກຕັ້ງຈະສາມາດເກີດຂຶ້ນໄດ້ ຫຼືບໍ່?

ທ່ານສຸເທບ ເທືອກສຸບັນ ຜູ້ນຳໃນການປະທ້ວງກ່າວໃນວັນພະຫັດມື້ວານນີ້ວ່າ ໃນຂະນະທີ່ ທ່ານຮຽກຮ້ອງໃຫ້ຜູ້ຄົນບອຍຄອດບໍ່ເຂົ້າຮ່ວມໃນການປ່ອນບັດກໍຈິງ ແຕ່ກຸ່ມຂອງທ່ານຈະບໍ່ ຂັດຂວາງການປ່ອນບັດເລືອກຕັ້ງອີກ.

ເຖິງແມ່ນໄດ້ມີການໃຫ້ຄຳໝັ້ນສັນຍາວ່າຈະບໍ່ມີການລົບກວນໜ່ວຍປ່ອນບັດຕື່ມອີກກໍຕາມ ແຕ່ຫລາຍໆຄົນກໍຄາດວ່າ ຈະເກີດຄວາມຮຸນແຮງຂຶ້ນ ໃນລະຫວ່າງການປ່ອນບັດ ໃນມື້ວັນ ອາທິດນີ້.

XS
SM
MD
LG