ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຕຳຫຼວດ ຍິງລະເບີດນໍ້າຕາ ໃສ່ພວກປະທ້ວງ ຢູ່ບາງກອກ


ຕຳຫຼວດໄທ ພະຍາຍາມຈັບພວກປະທ້ວງ ຕໍ່ຕ້ານລັດຖະບານ ໃນລະຫວ່າງການປະທະກັນທີ່ບາງກອກ (24 ພະຈິກ 2012)
ຕຳຫຼວດໄທ ພະຍາຍາມຈັບພວກປະທ້ວງ ຕໍ່ຕ້ານລັດຖະບານ ໃນລະຫວ່າງການປະທະກັນທີ່ບາງກອກ (24 ພະຈິກ 2012)
ທີ່ປະເທດໄທ ຕຳຫຼວດປາບຈະລາຈົນໄດ້ຍິງລະເບີດນໍ້າຕາ ເພື່ອ
ຄວບຄຸມພວກປະທ້ວງຕໍ່ຕ້ານລັດຖະບານ ທີ່ໂຮມຊຸມນຸມກັນຢູ່ໃນ
ເຂດໃຈກາງບາງກອກ.

ມີການສົ່ງກຳລັງຕຳຫຼວດຫຼາຍພັນຄົນ ໄປຄວບຄຸມການໂຮມຊຸມ
ນຸມປະທ້ວງ ໃນວັນເສົາມື້ນີ້ ຊຶ່ງຈັດຂຶ້ນໂດຍ ກຸ່ມພິທັກສະຫຍາມ
ອັນເປັນກຸ່ມນິຍົມກະສັດທີ່ຕ້ອງການຢາກໃຫ້ລັດຖະບານຂອງນາ
ຍົກລັດຖະມົນຕີຍິ່ງລັກ ຊິນນະວັດ ລາອອກນັ້ນ.

ລັດຖະບານໄດ້ອ້າງກົດໝາຍວ່າດ້ວຍຄວາມໝັ້ນຄົງພາຍໃນຊຶ່ງ
ອະນຸຍາດໃຫ້ຕຳຫຼວດ ຄຸມຂັງພວກປະທ້ວງໄດ້.

ເຈົ້າໜ້າທີ່ກ່າວວ່າ ຕຳຫຼວດ ໄດ້ຍິງລະເບີດນໍ້າຕາເຂົ້າໃສ່ພວກ
ປະທ້ວງກຸ່ມນຶ່ງ ທີ່ພະຍາຍາມຈະບຸກຜ່ານເຄື່ອງກີດຂວາງ ແລະບໍ່ໄດ້ປະຕິບັດຕາມຄຳສັ່ງ ຂອງຕຳຫຼວດ.

ມີຕຳຫຼວດ ແລະພວກປະທ້ວງຫຼາຍໆຄົນ ໄດ້ຮັບບາດເຈັບ ໃນການປະທະກັນ.

ກຸ່ມພິທັກສະຫຍາມທີ່ຕັ້ງຂຶ້ນໃໝ່ ຊຶ່ງນຳພາໂດຍນາຍພົນເບ້ຍບຳນານ ບຸນເລີດ ແກ້ວປຣະ ສິດ ໄດ້ກ່າວຫາ ພັກເພື່ອໄທ ຂອງນາຍົກລັດຖະມົນຕີຍິ່ງລັກວ່າ ສໍ້ລາດບັງຫຼວງ ແລະເປັນ ຫຸ່ນໃຫ້ແກ່ອະດີດນາຍົກລັດຖະມົນຕີທັກສິນ ຊິນນະວັດ. ທ່ານທັກສິນ ໄດ້ຖືກໂຄ່ນລົ້ມ ໃນ ການກໍ່ລັດຖະປະຫານ ທີ່ໄດ້ຮັບການໜຸນຫຼັງຈາກພວກທະຫານ ໃນປີ 2006 ແລະຫຼົບໜີ ອອກໄປນອກປະເທດໃນປີ 2008 ບໍ່ດົນຫຼັງກ່ອນທີ່ໄດ້ຖືກພົບເຫັນວ່າມີຄວາມຜິດໃນການ ໃຊ້ອຳນາດໄປໃນທາງທີ່ບໍ່ຖືກຕ້ອງ.

ກ່ຽວຂ້ອງກັນ

XS
SM
MD
LG