ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ. ອາຣິສມັນ ພົງເຣືອງຣອງ ຜູ້ນໍາຂະບວນປະທ້ວງ ຂອງກຸ່ມເສື້ອແດງຂອງໄທ ເຂົ້າມອບໂຕຕໍ່ເຈົ້າໜ້າທີ່


ຜູ້ນໍາເສື້ອແດງທີ່ໂດ່ງດັງ, ທ່ານ ອາຣິສມັນ ພົງເຣືອງຣອງ ໄດ້ໂບກມືໃສ່ປະຊາຊົນ ໃນຂະນະທີ່ທ່ານຍ່າງອອກ
ຈາກຫ້ອງການຂອງພະແນກສືບສວນສອບສວນ ພິເສດເພື່ອຈະໄປຫາຫ້ອງການຂອງທະນາຍຄວາມໃຫຍ່ ຢູ່ໃນ ນະຄອນຫລວງບາງກອກ, ປະເທດໄທ, ໃນວັນທີ 7 ທັນວາ, 2011.
ຜູ້ນໍາເສື້ອແດງທີ່ໂດ່ງດັງ, ທ່ານ ອາຣິສມັນ ພົງເຣືອງຣອງ ໄດ້ໂບກມືໃສ່ປະຊາຊົນ ໃນຂະນະທີ່ທ່ານຍ່າງອອກ ຈາກຫ້ອງການຂອງພະແນກສືບສວນສອບສວນ ພິເສດເພື່ອຈະໄປຫາຫ້ອງການຂອງທະນາຍຄວາມໃຫຍ່ ຢູ່ໃນ ນະຄອນຫລວງບາງກອກ, ປະເທດໄທ, ໃນວັນທີ 7 ທັນວາ, 2011.

ຜູ້​ນໍາທີ່ໂດດ​ເດັ່ນຄົນ​ນຶ່ງ ໃນຂະ​ບວນການ​ປະ​ທ້ວງ​ຂອງ​ກຸ່ມ​ເສື້ອ​ແດງ​ຂອງ​ໄທ​ ​ໄດ້​ເຂົ້າມອບ​
ໂຕ​ຕໍ່​ເຈົ້າໜ້າທີ່ ​ໃນ​ນະຄອນຫລວງ​ບາງກອກ ​ເພື່ອ​ຕໍ່ສູ້ຄະດີໃນຂໍ້ຫາກໍ່ການຮ້າຍ ທີ່​ກ່ຽວ
ຂ້ອງ​ກັບການ​ເດີນ​ຂະ​ບວນປະ​ທ້ວງ​ຕໍ່ຕ້ານ​ລັດຖະບານ ​ທີ່​ນອງ​ເລືອດໃນ​ປີ​ກາຍນີ້.

ທ່ານ ອາຣິສມັນ ພົງ​ເຣືອງຣອງ ​ຖືກ​ກ່າວ​ຫາ​ວ່າ​ໄດ້​ນໍາພາ​ພວກ​ປະ​ທ້ວງຕໍ່ຕ້ານ​ລັດຖະບານ
ໄປ​ຖະຫລົ່ມຕຶກອາຄານ​ລັດ​ຖະສະພາ​ໄທ ​ແລະສະຖານີ​ອອກອາກາດທາງ​ດາວ​ທຽມ​ ໃນ​ເວ
ລາ​ທີ່​ມີ​ການ​ປະ​ທ້ວງ​ເປັນ​ເວລາ​ຫລາຍໆອາທິດ​ເພື່ອ​ຕໍ່ຕ້ານນາຍົກລັດຖະມົນຕີ ອະພິຊິດ ​ເວດ
ຊາ​ຊີວະ​ ໃນ​ຕອນ​ນັ້ນ.

ຜູ້​ນໍາປະທ້ວງ, ທີ່​ຜູ້​ຄົນ​ຄິດກັນ​ວ່າ ​ໄດ້​ໂຕນໜີ​ໄປ​ຢູ່​ກໍາປູ​ເຈຍ ປະ​ເທດ​ເພື່ອນ​ບ້ານຂອງ​ໄທ
ແລ້ວນັ້ນ ​ເວົ້າວ່າ ​ຜູ້ກ່ຽວ​ໄດ້​ກັບ​ຕ່າວ​ຄືນ​ມາ ກໍ​ເພາະ​ທ່ານຄິດ​ວ່າ ຄວາມ​ຍຸດຕິ​ທໍາຈະ​ໄດ້​ຮັບ
ການຄຸ້ມຄອງ​ໂດຍ​ລັດຖະບານ​ຊຸດ​ປັດຈຸບັນ.

ຜູ້​ນໍາ​ເສື້ອ​ແດງ ທ່ານ ອາຣິສມັນ ພົງ​ເຣືອງຣອງ ​ເວົ້າວ່າ: “ຂ້າພະ​ເຈົ້າຈະ​ທໍາ​ການ
ຮ້ອງຂໍ​ຕໍ່ສານລັດຖະທໍາ​ມະນູນ​ໃຫ້​ພິຈາລະນາ​ເບິ່ງ​ວ່າ ການ​ກ່າວ​ຫານັ້ນ​ ບໍ່
ຮຸນ​ແຮງ​ເກີນ​ໄປ​ບໍ່. ຂ້າພະ​ເຈົ້າກັບ​ຄືນມາ ​ເພາະວ່າຂ້າພະ​ເຈົ້າມີ​ຄວາມໝັ້ນ​ໃຈ​
ໃນ​ລະບົບ​ຍຸດຕິ​ທໍາ​ຂອງ​ຊາດ ​ແລະ​ກໍ​ມີ​ຄວາມ​ເຊື່ອໝັ້ນ​ໃນ​ຄວາມ​ປອດ​ໄພ​ຂອງ​ຕົນ.”

ທ່ານ ອາຣິສມັນ ​ແມ່ນ​ນຶ່ງ​ໃນ​ພວກ​ຜູ້​ນໍາ​ເສື້ອ​ແດງ​ທີ່​ມີ​ຫລາຍ​ສິບ​ຄົນ ທີ່​ຖືກ​ກ່າວ​ຫາ​ວ່າ ທໍາ​ການ​ປຸກລະດົມ​ໃຫ້​ມີ​ການກໍ່ຄວາມຮຸນແຮງ, ຂູ່​ເຂັນ​ພວກ​ເຈົ້າໜ້າທີ່​ລັດຖະບານ ​ແລະ​ທໍາ​ການກໍ່ການຮ້າຍ ​ໃນ​ລະຫວ່າງທີ່​ມີ​ການ​ປະ​ທ້ວງ​ເປັນ​ເວລາ 10 ອາທິດ ທີ່ເກີດ​ຂຶ້ນ​ໃນ​ເດືອນ​ເມສາ ປີ 2010 ຢູ່ທີ່​ບາງກອກ.

ຜູ້ກ່ຽວຈະ​ໄປປະກົດ​ໂຕ​ໃນ​ວັນ​ພຸດ​ມື້ອື່ນ ຢູ່​ຕໍ່ໜ້າສານ​ອາຍາຂອງ​ໄທ ຊຶ່ງ​ຜູ້ ກ່ຽວຄາດ​ວ່າ ຈະ​ຖືກ​ປ່ອຍ​ໂດຍໄດ້ຮັບການປະກັນ​ໂຕ.

XS
SM
MD
LG