ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພວກເສື້ອແດງທໍາການປະທ້ວງ ຄັ້ງໃໝ່ໃນບາງກອກ


ການປະທ້ວງອີກຄັ້ງໃໝ່ຂອງພວກເສື້ອແດງ ທີ່ບາງກອກ ໃນວັນອາທິດ ທີ 23 ມັງກອນ 2011.
ການປະທ້ວງອີກຄັ້ງໃໝ່ຂອງພວກເສື້ອແດງ ທີ່ບາງກອກ ໃນວັນອາທິດ ທີ 23 ມັງກອນ 2011.

ພວກ​ປະ​ທ້ວງ​ຝ່າ​ຍຄ້ານ​ຫລາຍ​ພັນ​ຄົນ​ໃນ​ໄທ ທີ່ເອີ້ນ​ກັນ
ວ່າພວກ​ເສື້ອ​ແດງ​ ຍ້ອນ​ສີ​ເສື້ອ​ສັນຍະ​ລັກ​ຂອງ​ພວກ​ເຂົາ
ເຈົ້ານັ້ນ ​ໄດ້ພາກັນ​ໂຮມ​ຊຸມນຸມ​ໃນ​ນະຄອນຫລວງ​ບາງ​
ກອກ ໃນ​ວັນ​ອາທິດ​ວານ​ນີ້​ ເພື່ອເປັນ​ຂີດ​ໝາຍແຫ່ງ​
ການ​ປາບ​ປາມ​ຂອງ​ກອງທັບຕໍ່​ການ​ປະ​ທ້ວງ​ຕໍ່ຕ້ານ​ລັດ
ຖະບານ​ຢ່າງ​ໃຫຍ່​ຫລວງ​ຂອງ​ພວກ​ເຂົາ​ເຈົ້າໃນ​ປີ​ແລ້ວ​ນີ້.

ຕໍາຫລວດ​ກ່າວ​ວ່າ ພວກ​ປະ​ທ້ວງ​ປະມານ 27 ພັນ​ຄົນ​ໄດ້
ເຂົ້າ​ປະກອບສ່ວນ​ໃນການ ​ປະ​ທ້ວງ​ຢ່າງ​ສັນຕິ​ນັ້ນ. ການ
ປະ​ທ້ວງໄດ້​ເລີ້ມ​ຂຶ້ນ​ໃນ​ຍ່ານ​ການຄ້າ​ລະດັບ​ສູງ​ໃນ​ບາງກອກ
ທີ່ໄດ້​ຕົກ​ຢູ່​ໃນ​ສະພາບເປັນເປ້ຍ​ລ່ອຍ ຍ້ອນການ​ປະ​ທ້ວງ
ເປັນ​ເວລາ 10 ສັບປະດາ​ ໃນ​ລະຫວ່າງ​ເດືອນ​ມີນາ ​ຫາ​
ເດືອນ​ພຶດສະພາ​ປີ​ແລ້ວ​ນີ້. ຕໍ່​ມາ​ ໃນຕອນ​ບ່າຍ​ ພວກ​ປະ
ທ້ວງ​ໄດ້​ພາ​ກັນ​ຍົກຍ້າຍ​ໄປໂຮມ​ຊຸມນຸມ​ກັນຢູ່ໃນ​ເຂດ​ປະວັດ ​ສາດ​ແຫ່ງ​ນຶ່ງ.

ພວກ​ເສື້ອ​ແດງ​ກໍາລັງ​ພະຍາຍາມ​ໃຫ້​ມີ​ການ​ປ່ອຍ​ໂຕ​ພວກ​ຜູ້​ນໍາ​ການ​ປະ​ທ້ວງ 19 ຄົນທີ່​ໄດ້
ຖືກ​ຈັບ​ກຸມ​ໃນ​ຂໍ້​ຫາ​ທໍາ​ການ​ກໍ່​ການ​ຮ້າຍ​ ຫລັງ​ຈາກ​ການ​ປະ​ທ້ວງ​ໃນ​ປີ​ແລ້ວ​ນີ້ກາຍ​ເປັນ​ຄວາມ
ຮຸນ​ແຮງໄປ. ນອກ​ນັ້ນ​ ພວກ​ປະ​ທ້ວງ​ຍັງ​ຮຽກຮ້ອງໃຫ້ມີການ​ສອບສວນ​ກ່ຽວ​ກັບ​ການ​ເສຍ​ຊີ
ວິດ​ຂອງ 91 ຄົນ ​ທີ່​ເກີດ​ຂຶ້ນ​ໃນ​ລະຫວ່າງການ​ປະ​ທະ​ກັນ ລະຫວ່າງ​ພວກ​ປະ​ທ້ວງ​ແລະ​ເຈົ້າ​
ໜ້າທີ່​ຝ່າຍ​ລັດຖະບານ​ນັ້ນ.

ການ​ປະ​ທ້ວງ​ວານ​ນີ້ ​ນັບ​ວ່າ​ເປັນ​ການ​ໂຮມ​ຊຸມນຸມ​ປະ​ທ້ວງ​ຄັ້ງ​ໃຫຍ່ເທື່ອທີສອງ​ໂດຍກຸ່ມແນວ​
ໂຮມ​ເພື່ອ​ປະຊາທິປະ​ໄຕ​ຕໍ່ຕ້ານ​ການ​ປົກຄອງ​ແບບ​ຜະ​ເດັດ​ການ ຫລື​ກຸ່ມ ນປຊ ນັບ​ແຕ່​ລັດ
ຖະບານ​ໄດ້​ຍົກ​ເລີກ​ການ​ໃຊ້​ກົດ​ພາວະ​ສຸກ​ເສີນ​ທີ່​ບາງກອກ​ໃນ​ເດືອນ​ທັນວາ​ປີ​ແລ້ວ​ນີ້.

ພວກ​ຜູ້​ນໍາ​ການ​ປະ​ທ້ວງ​ກ່າວ​ວ່າ ກຸ່ມ​ຂອງ​ເຂົາ​ເຈົ້າ​ຈະ​ທໍາ​ການ​ປະ​ທ້ວງ​ເປັນ​ປະ​ຈໍາເດືອນ​ນຶ່ງ
ເທື່ອ​ນຶ່ງ ​ແທນ​ທີ່​ຈະ​ເປັນ​ເດືອນ​ນຶ່ງ 2 ​ເທື່ອ ​ດັ່ງ​ທີ່ໄດ້​ວາງ​ແຜນ​ໄວ້​ໃນ​ເບື້ອງ​ຕົ້ນ​ນັ້ນ.

ຝ່າຍພວກ​ສະໜັບສະໜຸນ​ລັດຖະບານ ຄື​ພວກ​ພັນທະ​ມິດ​ຂອງປະຊາຊົນ​ເພື່ອ​ປະຊາທິປະ​ໄຕ
ຫລື​ພວກ​ເສື້ອ​ເຫລືອງ​ນັ້ນ ​ກໍໄດ້​ປະກາດ​ວ່າ​ຈະ​ໂຮມ​ຊຸມນຸມ​ກັນ​ໃນ​ວັນ​ອັງຄານ​ມື້​ອື່ນ​ນີ້.

XS
SM
MD
LG