ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວໄທຫົວຊາດນິຍົມປະທ້ວງ ເລື້ອງຊາຍແດນໄທກັບກຳປູເຈຍ


A policeman runs through burning vehicles at the scene of an explosion in Mogadishu, Somalia, March 18, 2013.
A policeman runs through burning vehicles at the scene of an explosion in Mogadishu, Somalia, March 18, 2013.

ຊາວ​ໄທຫົວຊາ​ດນິຍົມຫລາຍຮ້ອຍຄົນ​ ໄດ້​ພາກັນ​ໂຮມ
ຊຸມນຸມ​ຢູ່​ນະຄອນຫລວງ​ບາງກອກ​ເພື່ອຮຽກຮ້ອງ​ໃຫ້
ລັດຖະບານ​ເອົາ​ທ່າ​ທີ​ທີ່​ແຂັງ​ຂັນຂຶ້ນກວ່າ​ເກົ່າ​ໃນ​ການ
ແກ້​ໄຂ​ບັນຫາ​ຜິດ​ຖຽງ​ກັນເລື້ອງຊາຍ​ແດນກັບ​ກໍາປູ​ເຈຍນັ້ນ.

ສະມາ​ຊິກ​ ປະມານ 2 ຫາ 3 ພັນ​ຄົນ ຂອງ​ກຸ່ມພັນທະ​ມິດປະຊາຊົນເພື່ອປະຊາ ທິປະໄຕ ຫລື People's Alliance for Democracy ຊຶ່ງ​ເອີ້ນອີກ​ຢ່າງ​ນຶ່ງ​ວ່າ ພວກ
ເສື້ອ​ເຫລືອງ​ນັ້ນ ໄດ້​ພາກັນ​ລົງ​ສູ່ທ້ອງຖະໜົນເພື່ອ​ທໍາ​ການ
ປະທ້ວງພາຍ​ໃຕ້​ສາຍຕາ​ຈ້ອງ​ມອງ​ເບິ່ງ​ຂອງ​ພວກ​ເຈົ້າໜ້າທີ່
ຮັກສາຄວາມ​ສະ​ງົບເກືອບຮອດ 4,000 ຄົນໃນ​ວັນ​ອັງຄານ​
ວານ​ນີ້ ​ເພື່ອຮຽກຮ້ອງ​ໃຫ້​ນາຍົກລັດຖະມົນຕີ ອະພິຊິດ
ເວດ​ຊາຊີວະ​ ຖອນ​ຂໍ້​ຕົກລົງກັບ​ກໍາປູ​ເຈຍກ່ຽວ​ກັບ​ວິທີ​ການ​
ແກ້​ໄຂບັນຫາ​ຊາຍ​ແດນຕ່າງໆ​ນັ້ນ. ມີກຸ່ມພວກ​ຊາດ​ນີຍົມ​
ນ້ອຍໆ ​ສອງ​ກຸ່ມ​ໄດ້​ສົມທົບ​ກັບພວກເສື້ອເຫລືອງ ​ຮ່ວມທຳ
ການ​ປະ​ທ້ວງ​ໃນ​ຄັ້ງ​ນີ້ນໍາ.

ໃນຄືນ​ກ່ອນ​ໜ້າການ​ຊຸມ​ນຸມ​ກັນ​ນັ້ນ ຜູ້​ຊາຍ​ຫ້າ​ຄົນ​ຖືກ​ຈັບ ​ໃນ​ຂໍ້​ຫາ​ມີ​ອາວຸດ​ປືນ ​ແລະ​ວັດຖຸ
ລະ​ເບີດ​ທີ່​ບໍ່ໄດ້​ຮັບ​ອະນຸຍາດ​ ຢູ່​ໃນຄວາມ​ຄອບ​ຄອງ.

XS
SM
MD
LG