ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ພວກ​ຕໍ່ຕ້ານ​ລັດຖະບານ​ໄທ ເດີນ​ຂະ​ບວນ​ໃນ​ກຸງ​ເທບ​


ພວກ​ນັກ​ເຄື່ອນ​ໄຫວຕໍ່ຕ້ານ​ລັດຖະບານ​ໄທ ຫລາຍ​ພັນ​ຄົນ ເດີນ​ຂະ​ບວນ​ປະທ້ວງໃນ​ກຸງ​ເທບ​.
ພວກ​ນັກ​ເຄື່ອນ​ໄຫວຕໍ່ຕ້ານ​ລັດຖະບານ​ໄທ ຫລາຍ​ພັນ​ຄົນ ເດີນ​ຂະ​ບວນ​ປະທ້ວງໃນ​ກຸງ​ເທບ​.

ພວກ​ນັກ​ເຄື່ອນ​ໄຫວຕໍ່ຕ້ານ​ລັດຖະບານ​ໄທ ຫລາຍ​ພັນ​ຄົນ
ໄດ້​ພາກັນ​ລົງ​ສູ່​ຖະໜົນ​ຫົນທາງ ​ເດີນ​ຂະ​ບວນ​ໃນ​ກຸງ​ເທບ​
ໃນ​ວັນ​ອາທິດ​ວານ​ນີ້ ​ເພື່ອ​ເປັນ​ຂີດ​ໝາຍລະ​ນຶກ​ເຖິງ​ການ
ປະ​ທ້ວງ ທີ່​ເຮັດ​ໃຫ້​ບາງກອກ​ຕົກ​ຢູ່​ໃນ​ສະພາບ​ເປັນ​ເປ້ຍ
ລ່ອຍ ​ແລະ​ການ​ປະ​ທະ​ກັນ​ກັບ​ກໍາລັງ​ຮັກສາ​ຄວາມ​ປອດ​ໄພ
ຂອງ​ລັດຖະບານ​ ​ທີ່ຮ້າຍ​ແຮງ​ເຖິງຕາຍໃນ​ຕົ້ນປີນີ້.

ພວກຕໍ່ຕ້ານ​ລັດຖະບານ ທີ່​ເອີ້ນ​ວ່າ​ພວກເສື້ອ​ແດງ ຫລື
ນປຊ ຈໍານວນ 6,000 ຄົນ​ ພາກັນ​ເດີ​ນຂະ​ບວນ​ໄປ​ຍັງ
ອະນຸສາວະລີປະຊາທິປະ​ໄຕ ຊຶ່ງ​ເປັນ​ຈຸດ​ໃຫຍ່ ​ບ່ອນເກີດ
ເຫດ​ປະ​ທ້ວງ​ຢ່າງຮ້າຍ​ແຮງເມື່ອ​ຫົກ​ເດືອນ​ກ່ອນນີ້. ພວກ
ນັກ​ປະ​ທ້ວງທີ່ໃສ່​ເສື້ອສັນຍາ​ລັກ​ສີແດງ​ຂອງ​ເຂົາ​ເຈົ້າ ພາກັນ
ເອົາດອກ​ກຸຫລາບແລະ​ດອກ​ໄມ້​ອື່ນໆໄປວາງ​ໄວ້ ຮວມທັງ
ຮູບພາບຂອງ​ພວກ​ທີ່​ເສຍ​ຊີວິດ​ໄປ​ໃນ​ການ​ປະ​ທ້ວງເປັນ
ເວລາ 6 ອາທິດ ຊຶ່ງ​ເລີ່​ມຕົ້ນ​ໃນ​ວັນ​ທີ່ 10 ​ເດືອນ​ເມ​ສາ​ ຈົນ​ຮອດກາງ​ເດືອນ​ພຶດ​ສະພາ.

XS
SM
MD
LG