ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄະ​ນະ​ກຳ​ມາ​ທິການ ການ​ເລືອກ​ຕັ້ງ​ ໄທ ຕັດ​ສິດ​ການ​ລົງ​ແຂ່ງ​ຂັນ ​ເອົາ​ຕຳ​ແໜ່ງ​ນາ​ຍົກ ຂອງ​ເຈົ້າ​ຍິງອຸບົນຣັດ


ເຈົ້າ​ຍິງ ອຸ​ບົນ​ຣັດ ມາ​ຮິ​ດົນ ຍົກ​ມື​ທັກ​ທາຍ ຢູ່ນອກ​ພາະຣາ​ຊະ​ວັງ ໃນ​ບາງກອກ, ໄທ. 27 ຕຸ​ລາ, 2017.
ເຈົ້າ​ຍິງ ອຸ​ບົນ​ຣັດ ມາ​ຮິ​ດົນ ຍົກ​ມື​ທັກ​ທາຍ ຢູ່ນອກ​ພາະຣາ​ຊະ​ວັງ ໃນ​ບາງກອກ, ໄທ. 27 ຕຸ​ລາ, 2017.

ຄະ​ນະ​ກຳ​ມາ​ທິ​ການ ການ​ເລືອກ​ຕັ້ງ​ຂອງ ໄທ ໃນ​ວັນ​ຈັນ​ມື້ນີ້ ໄດ້​ຕັດ​ສິດ​ເຈົ້າ​ຍິງ ອຸ​ບົນ​
ຣັດ ມະຮິດົນ ອອກຈາກການລົງແຂ່ງຂັນເອົາຕຳແໜ່ງນາຍົກລັດຖະມົນຕີ ຍ້ອນວ່າ
ພັກການເມືອງດັ່ງກ່າວເຊື່ອມໂຍງກັບການຂັບໄລ່ນາຍົກລັດຖະມົນຕີ ທັກສິນ ຊິນນະ
ວັດ ອອກຈາກຕຳແໜ່ງ.

ໄດ້ມີການ​ກ່າວ​ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງວ່າ “ຄະ​ນະ​ກຳ​ມາ​ທິ​ການ​ການ​ເລືອກ​ຕັ້ງ​ໄດ້​
ປະກາດຊື່ຂອງບັນດາຜູ້ລົງແຂ່ງຂັນ ໂດຍບໍ່ລວມມີເຈົ້າຍິງ ອຸບົນຣັດ ທີ່ຖືກສະເໜີຊື່
ໂດຍພັກ ຣັກສາ ຊາດ ໄທ ນັ້ນ,” ເຂົາເຈົ້າໄດ້ກ່າວເພີ່ມວ່າ “ຍ້ອນວ່າສະມາຊິກຣາຊະ
ວົງທຸກຄົນແມ່ນຢູ່ເໜືອການເມືອງ.”

ຖະ​ແຫຼງ​ການນັ້ນ ​ໄດ້ເວົ້າເພີ່ມ​ເຕີມ ກ່ຽວ​ກັບ ການ​ເຄື່ອນ​ໄຫວຂອງກະສັດ ໄທ ມະ​ຫາ
ວະຈິຣາລົງກອນ ໃນອາທິດແລ້ວນີ້ ເພື່ອທຳລາຍແຜນການຂອງເອື້ອຍຂອງເພິ່ນ,
ເຈົ້າຍິງ ອຸບົນຣັດ, ອາຍຸ 67 ປີ, ທີ່ຈະເປັນຜູ້ລົງແຂ່ງຂັນເອົາຕຳແໜ່ງ​ນາ​ຍົກ​ລັດ​ຖະ​ມົນ
ຕີຂອງປະເທດ.

ພັກ ຣັກ​ສາຊາດໄທ ໄດ້​ປະ​ກາດ​ໃນ​ວັນ​ສຸກ​ທີ່​ຜ່ານ​ມາ​ວ່າ ເຈົ້າ​ຍິງ ອຸ​ບົນ​ຣັດ ອາ​ຍຸ 67 ປີ,
ຈະເປັນຜູ້ຖືກສະເໜີຊື່ສຳລັບການແຂ່ງຂັນເອົາຕຳແໜ່ງນາຍົກລັດຖະມົນຕີຂອງພັກ
ໃນການເລືອກຕັ້ງໃນວັນທີ 24 ມີນານີ້.

ຄວາມ​ຫວັງ​ທາງ​ການ​ເມືອງ​ຂອງ​ເຈົ້າ​ຍິງ ອຸ​ບົນ​ຣັດ ໄດ້​ຖືກ​ທຳ​ລາຍ​ເກືອບ​ວ່າ​ໃນ​ທັນ​ທີ​
ທັນໃດ ເມື່ອກະສັດໄທ ໄດ້ອອກຖະແຫຼງການສັ້ນໂດຍເວົ້າວ່າ ການລົງແຂ່ງຂັນຂອງ
ເອື້ອຍຂອງເພິ່ນແມ່ນ “ບໍ່ເໝາະສົມເປັນຢ່າງສູງ” ແລະ ຂັດກັບປະເພນີ ແລະ ວັດທະ
ນະທຳແຫ່ງຊາດ.

ໃນ​ວັນ​ເສົາ​ທີ່​ຜ່ານ​ມາ, ພັກ ຣັກ​ສາຊາດໄທ ໄດ້​ສາ​ບານ​ຄວາມ​ຈົງ​ຮັກ​ພັກ​ດີ​ຕໍ່​ເຈົ້າ​ຊີ​ວິດ,
ທີ່ກ່າວໃນຖະແຫຼງການສະບັບນຶ່ງວ່າ ເຂົາເຈົ້າ “ຈະປະຕິບັດຕາມການບັນຊາຂອງກະ
ສັດ.”

ໃນ​ຮູບ​ທີ່​ເອົາ​ລົງ​ໃນ​ອິນ​ສ​ຕາ​ແກ​ຣມ​ເມື່ອ​ວັນ​ເສົາ​ທີ່​ຜ່ານ​ມາ​ນັ້ນ, ເຈົ້າ​ຍິງ ໄດ້​ກ່າວ​ຂອບ
ໃຈຜູ້ສະໜັບສະໜູນຂອງເພິ່ນ ສຳລັບ “ຄວາມຮັກ ແລະ ນ້ຳໃຈ” ຂອງເຂົາເຈົ້າ ໂດຍ
ບໍ່ໄດ້ເວົ້າເຖິງນ້ອງຊາຍຂອງເພິ່ນ ຫຼື ການທຳລາຍແຜນການທາງການເມືອງຂອງເພິ່ນ,
ແລະ ໄດ້ສະແດງຄວາມປາຖະໜາຢາກເຫັນປະເທດຂະຫຍາຍສິດທິ ແລະ ໂອກາດ
ຕ່າງໆໃຫ້ປະຊາຊົນຂອງເຂົາເຈົ້າ.

ປະ​ເທດ ໄທ ຈະ​ຈັດ​ການ​ເລືອກ​ຕັ້ງ​ໃນ​ວັນ​ທີ 24 ມີ​ນາ, ເປັນ​ຄັ້ງ​ທຳ​ອິດ​ນັບ​ຕັ້ງ​ແຕ່​ການ
ກໍ່ລັດຖະປະຫານຂອງທະຫານໃນປີ 2014, ນາຍົກລັດຖະມົນຕີ ປຣະຢຸດ ຈັນໂອຊາ,
ນາຍພົນຜູ້ທີ່ນຳໜ້າການກໍ່ລັດຖະປະຫານນັ້ນ ກໍແມ່ນຜູ້ລົງແຂ່ງຂັນຄົນນຶ່ງ ເພື່ອຮັກ
ສາຕຳແໜ່ງຂອງທ່ານໄວ້ ແລະ ເປັນຕົວເລືອກທີ່ດີທີ່ສຸດຂອງກອງທັບ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG