ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ໄທຈະຈັດການເລືອກຕັ້ງ ຂຶ້ນໃນກາງປີນີ້


ນາຍົກລັດຖະມົນຕີໄທ ທ່ານອະພິສິດ ເວດຊາຊີວະ ເຂົ້າປະຈໍາບ່ອນນັ່ງຂອງທ່ານ ໃນສະພາແຫ່ງຊາດ ໃນກອງປະຊຸມອະພິປາຍມະຕິບໍ່ໄວ້ວາງໃຈທ່ານ ຂອງພັກຝ່າຍຄ້ານ ເມື່ອວັນທີ 15 ມີນານີ້.
ນາຍົກລັດຖະມົນຕີໄທ ທ່ານອະພິສິດ ເວດຊາຊີວະ ເຂົ້າປະຈໍາບ່ອນນັ່ງຂອງທ່ານ ໃນສະພາແຫ່ງຊາດ ໃນກອງປະຊຸມອະພິປາຍມະຕິບໍ່ໄວ້ວາງໃຈທ່ານ ຂອງພັກຝ່າຍຄ້ານ ເມື່ອວັນທີ 15 ມີນານີ້.

ນາຍົກລັດຖະມົນຕີໄທ ກ່າວວ່່າ ທາງລັດຖະບານອາດຈະຈັດໃຫ້ມີການເລືອກຕັ້ງທົ່ວປະເທດ ຂຶ້ນໃນປະມານກາງປີນີ້. ການປ່ອນບັດລົງຄະແນນສຽງຄັ້ງນີ້ ຈະຖືວ່າເປັນການທົດສອບປະ ເພນີປະຊາທິປະໄຕທີ່ຂຶ້ນໆລົງໆ ປ່ຽນໄປປ່ຽນມາຢ່າງໄວຂອງປະເທດ.

ນາຍົກລັດຖະມົນຕີ ອະພິສິດ ເວຊຊາຊີວະ ຜູ້ນໍາພັກປະຊາ
ທິປັດ ທີ່ກໍາລັງປົກຄອງປະເທດຢູ່ໃນເວລານີ້ ກ່າວວ່າ ທ່ານ
ມີເປົ້າໝາຍທີ່ຈະຈັດ ໃຫ້ມີການເລືອກຕັ້ງທົ່ວປະເທດຂຶ້ນໃນ
ໃກ້ກາງປີນີ້ ຫົກເດືອນກ່ອນວາລະສີ່ປີຂອງສະພາແຫ່ງຊາດ ໝົດກໍາໜົດລົງ.

ການຮຽກຮ້ອງໃຫ້ຈັດການເລືອກຕັ້ງດັ່ງກ່າວນີ້ ມີຂຶ້ນຫລັງ
ຈາກມີການປ່ຽນແປງລັດຖະທໍາມະນູນໂດຍສະພາແຫ່ງຊາດ
ທີ່ອະນຸຍາດໃຫ້ມີບ່ອນນັ່ງໃນສະພາໄດ້ບ່ອນດຽວ ສໍາຫລັບ
ແຕ່ລະເຂດເລືອກຕັ້ງ ແທນທີ່ຈະອີງຕາແບບສັດສ່ວນຂອງ
ປະຊາຊົນນັ້ນ ຊຶ່ງການເຄຶ່ອນໄຫວທີ່ວ່ານີ້ຄາດວ່າຈະເປັນ
ການດີສໍາຫລັບພັກປະຊາທິປັດ ຫລາຍກວ່າພັກອື່ນໆ.

ໂດຍລວມແລ້ວ ພວກປ່ອນບັດຈະເລືອກເອົາສະມາຊິກສະ
ພາຈໍານວນ 375 ຄົນສໍາລັບບ່ອນນັ່ງທັງໝົດໃນລັທະສະພາ
ແລະ ສ່ວນເຫລືອອີກ 125 ຄົນແມ່ນຖືກສະເໜີຊື່ໂດຍພັກ
ການເມືອງຕ່າງໆ ເພື່ອໃຫ້ໄດ້ຜູ້ແທນຄົບ 500 ຄົນໃນສະພາຕໍ່ານັ້ນ.

ທ່ານ ປານິທານ ວັທະນະຢາກອນ ໂຄສົກລັດຖະບານໄທກ່າວວ່າ ສະພາແມ່ນຕ້ອງໄດ້ຮັບ
ຜ່ານກົດໝາຍທີ່ອະນຸມັດໃຫ້ມີການປ່ຽນແປງ ລັດຖະທໍາ ມະນູນ ກ່ອນທີ່ທ່ານນາຍົກອະພິ
ສິດຈະຍຸບສະພານັ້ນ. ທ່ານ ປານິທານ ກ່າວດ່ັງນີ້:

“ນາຍົກລັດຖະມົນຕີໄດ້ເປີດເຜີຍແຜນການທີ່ຈະສະເໜີຮ້ອງຂໍຈາກກະສັດ ໃນຫລວງ ເພື່ອຍຸບສະພາໃນເດືອນພຶດສະພາຈະເຖິງນີ້ ຄືໃນຕອນຕົ້ນໆຂອງເດືອນພຶດສະພາ ແຕ່ໃນໄລຍະກ່ອນໜ້າຈະເຖິງເດືອນພຶດສະພານັ້ນ ຄະນະກໍາມະການການເລືອກຕັ້ງ ຈະເຣັດລາຍລະອຽດຂອງຂໍ້ບັງຄັບ ກົດເກນຕ່າງຕ່າງ ແລະກົດໝາຍ ກໍຄືກົດໝາຍ
ສໍາຄັນສາມມາດຕາເພື່ອຍື່ນສະເໜີຕໍ່ສະພາ. ຫລັງຈາກນັ້ນ ກໍາມະການການເລືອກ
ຕັ້ງຈະປະຊຸມກັນ ເພື່ອກໍາໜົດວັນເລືອກຕັ້ງໃນລະຫວ່າງ 45 ແລະ 60 ມື້”

ໃນການເລືອກຕັ້ງຄັ້ງສຸດທ້າຍເມື່ອປີ 2007 ພວກພັກການເມືອງທີ່ເປັນພັນທະມິດຂອງອະ
ດີດທ່ານທັກສິນ ຊິນນະວັດ ໄດ້ຊະນະບ່ອນນັ່ງສ່ວນໃຫຍ່ໃນສະພາ. ທ່ານທັກສິນ ຖືກໂຄ່ນ
ລົ້ມໂດຍການກໍ່ລັທະປະຫານໃນປີ 2006 ຕໍ່ມາທ່ານໄດ້ປະເຊີນກັບຂໍ້ຫາສໍ້ລາດບັງຫລວງ
ແລະ ສານຕັດສິນຈໍາຄຸກສອງປີ ທ່ານທັກສິນໄດ້ຫລົບໜີອອກນອກປະເທດ ກ່ອນທີ່ສານຈະ
ໄດ້ຕັດສິນຄະດີຂອງທ່ານ.

ການປະທ້ວງທີ່ນິຍົມກະສັດ ພ້ອມທັງການຕັດສິນຂອງສານຕ້ານພວກທີ່ ນິຍົມທ່ານທັກສິນ. ຫລາຍໆຄັ້ງໄດ້ນໍາເອົາທ່ານອະພິສິດ ຂຶ້ນມາຄອງຕໍາແໜ່ງນາຍົກຣັດຖະມົນຕີ ໃນເດືອນທັນ
ວາປີ 2008

ການປະທ້ວງຕໍ່ຕ້ານລັດຖະບານຂອງທ່ານອະພິສິດໄດ້ຕິດຕາມມາຫລາຍໆ ບັ້ນ ຊຶ່ງພວກປະ
ທ້ວງໄດ້ກ່າວຫາລັດຖະບານວ່າ ບໍ່ຖືກຕ້ອງຕາມກົດໝາຍ ເນຶ່ອງຈາກມີການໜຸນຫລັງໂດຍ
ຝ່າຍທະຫານ ແລະກຸ່ມເຈົ້າຂຸນມູນນາຍ ແຕ່ລັດຖະບານປະຕິເສດຂໍ້ກ່າວຫາດັ່ງກ່າວນີ້.

ການປະທ້ວງຕໍ່ຕ້ານລັດຖະບານຫລາຍໆບັ້ນໃນປີ 2009 ແລະ 2010 ນັ້ນ ແມ່ນນໍາພາ
ໂດຍພັກ ນປຊ ທີ່ນິຍົມທັກສິນ ຫລືທີ່ເອີ້ນວ່າ ກຸ່ມເສື້ອແດງນັ້ນ.

ການປະທ້ວງຕໍ່ຕ້ານລັດຖະບານບັ້ນນຶ່ງ ຂອງພວກເສື້ອແດງ ທີ່ບາງກອກ (File Photo)
ການປະທ້ວງຕໍ່ຕ້ານລັດຖະບານບັ້ນນຶ່ງ ຂອງພວກເສື້ອແດງ ທີ່ບາງກອກ (File Photo)

ພວກເສື້ອແດງໄດ້ທໍາການໂຮມຊຸມນຸມກັນ
ຫລາຍໆບັ້ນ ໃນວັນສຸດສັບປະດາ ເພື່ອ
ເປັນຂີີດໝາຍວັນຄົບຮອບຂອງການປະ
ທ້ວງເຂົາເຈົ້າເປັນເວລາສອງ ເດືອນເມື່ອປີ
ຜ່ານມາ ທີ່ຍັງຜົນໃຫ້ມີຜູ້ເສຍຊີວິດຫລາຍ
ກວ່າ 90 ຄົນ ແລະບາດເຈັບອີກຫລາຍ
ຮ້ອຍຄົນນັ້ນ.

ຜູ້ນໍາພວກເສື້ອແດງຄົນນຶ່ງທີ່ໄດ້ຖືກປະກັນ
ຕົວອອກຈາກຄຸກ ຫລັງຈາກຖືກຈໍາຄຸກມາ
ໄດ້ເກົ້າເດືອນໃນຂໍ້ຫາກໍ່ການຮ້າຍ. ນາຍ
ເວັງ ໂຕຈິຣາການ ກ່າວວ່າ ຕົນຍິນດີຜູ້ທີ່
ຈະມີການເລືອກຕັ້ງ ແຕ່ລາວກ່າວຕໍ່ໄປວ່າ
ພັກປະຊາທິປັດນັ້ນ ຄວນຈະຮັບເອົາຜົນ
ການເລືອກຕັ້ງນໍາ ຖ້າຫາກວ່າພັກເພື່ອ
ໄທໄດ້ຮັບໄຊຊະນະການເລືອກຕັ້ງ. ນາຍເວັງກ່າວຕໍ່ໄປວ່າ:

“ພວກເຮົາຍິນດີນໍາການເລືອກຕັ້ງທົ່ວປະເທດ ເນຶ່ອງຈາກວ່າມັນເປັນບາດກ້າວ
ອັນສໍາຄັນຫລາຍໃນແງ່ຂອງປະຊາທິປະໄຕ ແລະພວກເຮົາຈະເຄົາລົບນັບຖື ຜົນການຕັດສິນໃຈທາງການເມືອງຂອງປະຊາຊົນ ບໍ່ວ່າພັກການເມືອງພັກໃດ
ຈະໄດ້ຮັບໄຊຊະນະການເລືອກຕັ້ງກໍຕາມ. ພັກປະຊາທິປັດ ແລະພວກມີອໍານາດ ທີ່ຢູ່ນອກລັດຖະທໍາມະນູນນັ້ນ ກໍຈະຕ້ອງເຄົາລົບນັບຖືເຊັ່ນກັນ ລະບົບເຈົ້າຂຸນມູນ ນາຍ ກໍຈະຕ້ອງເຄົາລົບນັບຖືການຕັດສິນໃຈທາງການເມືອງຂອງປະຊາຊົນເຊັ່ນ
ກັນ ໃນກໍລະນີທີ່ພັກເພື່ອໄທຊະນະການເລືອກຕັ້ງ.”

ແຕ່ພວກນັກວິຈານທັງຫລາຍຢ້ານວ່າ ຈະເປັນການເລືອກຕັ້ງທີ່ຮ້ອນແຮງລະເບີດຂຶ້ນໄດ້ງ່າຍ
ແລະອາດມີການກໍ່ຄວາມຮຸນແຮງຂຶ້ນໄດ້ ໃນການໂຄສະນາຫາສຽງທີ່ດຸເດືອດທີ່ສຸດບັ້ນນື່ງ
ຂອງໄທ ເທົ່າທີ່ເຄີຍເຫັນມາໃນໄລຍະບໍ່ເທົ່າໃດປີຜ່ານມານີ້. ການສໍາຫລວດຫາງສຽງມະຫາ
ຊົນໃນຂັ້ນຕົ້ນ ສະແດງວ່າພັກເພື່ອໄທ ທີ່ນິຍົມທັກສິນ ມີຄະແນນນໍາໜ້າໃນອັນທີ່ຈະເປັນ
ການເລືອກຕັ້ງທີ່ມີການຕໍ່ສູ້ກັນ ຢ່າງສູສີກັນທີ່ສຸດນັ້ນ

XS
SM
MD
LG