ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ປະ​ເທດ​ໄທ ກະ​ກຽມ​ການ​ເລືອກ​ຕັ້ງ​ເທື່ອ​ທຳ​ອິດ ນັບ​ແຕ່​ການ​​ລັດ​ຖະ​ປະ​ຫານ ປີ 2014 ເປັນຕົ້ນມາ


Thailand Prepares for First Elections Since 2014 Coup
please wait

No media source currently available

0:00 0:01:48 0:00

ໃນ​ຂະ​ນະ​ທີ່​ປະ​ເທດ​ໄທ ພວມກະ​ກຽມ​ການ​ເລືອກ​ຕັ້ງ​ຂອງ​ຕົນ​ເປັນ​ເທື່ອ​ທຳ​ອິດ ​ນັບ​ແຕ່
ການເຮັດລັດ​ຖະ​ປະ​ຫານ ຂອງພວກທະຫານ ​ປີ 2014 ເປັນຕົ້ນມາ ບັນ​ດາ​ພັກ​ຝ່າຍ
​ຄ້ານຕ່າງໆ​ພາ​ກັນ​ສ​ະ​ແດງ​ແນວ​ຄິດ​ເຂົາ​ເຈົ້າອອກມາກ່ຽວ​ກັບ “​ການ​ເລືອກ​ຕັ້ງທີ່ເສ​ລີ
​ແລະຍຸຕິ​ທຳ.” ສະ​ຕິ​ຟ ແຊ​ນ​ຝອ​ຣດ ມີ​ລາຍ​ງານ​ກ່ຽວ​ກັບ​ເລື່ອງ​ນີ້ຊຶ່ງ ​ກິ່ງ​ສະ​ຫວັນ ຈະ
​ນຳ​ມາ​ສະ​ເໜີ​ທ່ານ.

ຄວາມ​ຄາດ​ໝາຍແຫ່ງ​ການ​ເລືອກ​ຕັ້ງ​ຂອງ​ໄທ​ໃນ​ປີ 2019 ກຳ​ລັງ​ແພ່ສະພັດໄປ​ທົ່ວ​
ປະ​ເທດ ແຕ່​ປາດ​ສະ​ຈ​າກການໂຄສະນາຫາສຽງຢ່າງໃດ ດັ່ງທີ່ເຄີຍເປັນມາໃນເມື່ອ
ກ່ອນເລີຍ.​

​ການຫ້າມຂອງທະ​ຫານ​ບໍ່ໃຫ້ມີການ​ເຕົ້າ​ໂຮມກັນ​ກາຍ​ຫ້າ​ຄົນ ​ທີ່ໄດ້​ມີມາ​ຫຼັງ​ຈາກການ
ລັດ​ຖະ​ປະ​ຫານ ​ປີ 2014 ​ໄດ້​ເຮັດ​ໃຫ້​ມີ​ການຈຳກັດຮັດແຄບດັ່ງກ່າວ​.

ຜູ້​ນຳ​ເສື້ອ​ແດງ​ຊຽງ​ໃໝ່ ດ​ຣ. ເພັດ​ຈະ​ວັຕ ​ຜູ້​ສະ​ໜັບ​ສະ​ໜູນ​ດົນ​ນານ​ຂອງນາ​ຍົກ​ລັດ​
ຖະ​ມົນ​ຕີ​ທັກ​ສິນ ​ທີ່ຖືກ​ຂັ​ບ​ໄລ່ອອກນັ້ນກ່າວ​ວ່າ ກົດ​ລ​ະ​ບຽບ​ທີ່​ບໍ່​ທ່ຽງ​ທຳບໍ່​ແມ່ນ​ເປັນ
ຂອງໃໝ່.

ດ​ຣ. ເພັດ​ຈະ​ວັຕ ວັດ​ທະ​ນາ ພ່ອງ​ສີ​ຣິ​ກຸນ ຜູ້​ນຳ​ເສຶ້ອ​ແດງ​ກ່າວ​ວ່າ “ພວກ​ເຮົາ​ບໍ່​ແນ່
ໃຈຢ່າງແທ້ຈິງວ່າ ວ່າຈະປ່ອນ​ບັດ​ຜູ້ໃດຜູ້ນຶ່ງໃນພັກ​ໃໝ່ ຫຼືບໍ່ ເພາະ​ວ່າ​ພັກ​ເກົ່າ​
ແມ່ນເປັນ​ທີ່​ເໝາ​ະ​ສົມ​ແລ້ວສຳລັບ​ພ​ວກ​ເຮົາ. ພວກ​ເຮົາ​ຍັງ​ມີ​ບັນ​ຫາ​ຢູ່​ຈົນ​ເທົ່າ​ມື້
​ນີ້ ເພາະ​ວ່າ​ລັດ​ຖະ​ບານ​ໃຊ້ກົດ​ໝາຍ​ແບບສອງມາດຕະຖານ.”

ບັນ​ດາ​ຜູ້​ສະ​ໝັກ​ຈຳ​ນວນ​ນຶ່ງ​ພາ​ກັນ​ເຮັດ​ແນວ​ໃໝ່​ ເພື່ອ​ເຂົ້າ​ໄປ​ເຖິງ​ພວກ​ປ່ອນ​ບັດ
ຮວມ​ທັງ​ພັກ​ຂີ່​ລົດ​ຖີບເພື່ອກ້າວໄປ​ໜ້າ​ສູ່​ອາ​ນາ​ຄົດ.

ຍາ​ນາງ​ເຍົາ​ວ​ະ​ລັກ ວົງ​ປ​ຣະ​ພາ​ຣັ​ດ ຜູ້​ສະ​ໝັກ​ອາ​ນາ​ຄົດ​ເດີນ​ໜ້າ ຈາກ​ຊຽງ​ໃໝ່ ກ່າວ​ວ່າ
“ປັດ​ຈຸ​ບັນ​ນີ້​ ພວກ​ເຮົາ​ພ​າ​ກັນ​ເຂົ້າ​ໄປ​ຫາ​ສັງ​ຄົມ ໃຊ້​ວິ​ທີ ຍຸດ​ທະ​ສາດ​ ແຕກ​ຕ່າງກັນ
ແທນ​ທີ່​ຈະ​ແມ່ນ​ອອກ​ທາງເຟ​ສ​ບຸກ​ສົດ. ພວກ​ເຮົາ​ໄດ້​ແຈກ​ຢາຍ​ກິດ​ຈະ​ກໍາ​ຂອງ​ພວກ​
ເຮົາ ແລະ​ຂ່າວ​ເຂົ້າ​ສູ່​ໜ້າ​ແວັບ​ໄຊ​ຕ໌​ພວກ​ເຮົາ. ພວກ​ເຮົາ​ພົວ​ພັນ​ກັບ​ຜູ້ຄົນ​ໜ້າ​ຕໍ່​ໜ້າ​
ຢູ່​ໃນ​ສັງ​ຄົມຕ່າງໆ.”

ບັນ​ດາ​ຜູ້​ຕິ​ຕຽນ​ກ່າວ​ວ່າ​ ເຖິງແມ່ນພັກ​ຝ່າຍ​ຄ້ານຈະ​ຊະ​ນະ ຮ່າງ​ກົດ​ໝາຍ​ຍຸດ​ທະ​ສາດ
​ແຫ່ງ​ຊາດ ທີ່​ຜ່ານຫວ່າງ​ມໍ່ໆ​ມ​າ​ນີ້ ກໍ​ຍັງ​ຈະ​ໃຫ້​ອຳ​ນາດ​ແກ່ພວກ​ທະ​ຫານ​ຫານຕໍ່ໄປ
​ອີກ 20 ປີ.

ສະ​ພາ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ຈະສາ​ມາດ​ລົງ​ໂທດ​ລັດ​ຖະ​ບານ​ໃດໆ ໃນ​ການ​ບໍ່ສາ
ມາດ​ປະຕິບັດ​ຢ່າງກວ້າງ​ຂວາງກົດ​ໝາຍ​ທີ່ເຄັ່ງ​ຄັດ ແລະ​ຕາມກຳ​ນົດ​ເສັ້ນ​ຕາຍ.

ທ່ານ​ພອ​ລ ເຊມ​ເບີ​ຣ​ສ໌ ທີ່​ປຶກ​ສາ​ການ​ພົວ​ພັນ​ສາ​ກົນ ທີ່​ມະ​ຫາ​ວິ​ທະ​ຍາ​ໄລ​ນະ​ເຣ​ສວນ
ກ່າວ​ວ່າ “ຖ້າ​ຫາກ​ເຂົາ​ເຈົ້າກະ​ທຳ​ຜິດ ໂດຍບໍ່​ປະຕິບັດ​ຕາມ​ຂໍ້​ສະ​ເໜີ​ທີ່​ບົ່ງ​ການ​ຂອງ​
ແຜນ20 ປີ ຮ່າງ​ກົດ​ໝາຍ​ຍຸດ​ທະ​ສາດ​ແຫ່ງ​ຊາດ (NACC) ຈະສາ​ມາດ​ສົ່ງ​ຄະ​ດີ​ໄປ
​ຫາ​ສານ​ລັດ​ຖະ​ທຳ​ມ​ະ​ນູນ ແລ້ວ​ສານ​ລັດ​ຖະ​ທຳ​ມະ​ນູນ ກໍຈະ​ຕັດ​ສິນ​ວ່າ ລັດ​ຖະ​ບານ​
ທີ່​ຖືກ​ເລືອກ​ຕັ້ງມານັ້ນ ໝົດອຳ​ນາດ.

ໃນ​ຂະ​ນະ​ທີ່​ໂວ​ຫານ​ການ​ໂຄ​ສະ​ນາ​ຫາ​ສຽງ​ຄາດ​ວ່າ​ຈະ​ມີເພີ້ມ​ຂຶ້ນຢູ່ນີ້ ຊາວ​ໄທ ​ຫຼ​າຍໆ
​ຄົນ ຈະ​ພາ​ກັນ​ລໍ​ຖ້າ​ເບິ່ງວ່າ ​ປະ​ຊາ​ທິ​ປະ​ໄຕຈະ​ກັບ​ຄື​ນ​ມາ​ແທ້​ຫຼືບໍ່.

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG