ຄະນະກຳມາທິການເລືອກຕັ້ງຂອງໄທ ຮຽກຮ້ອງໃຫ້ຍຸບພັກການເມືອງ ທີ່ໄດ້ສະເໜີຊື່
ໃຫ້ສະມາຊິກໃນຄອບຄົວຣາຊະວົງ ເປັນຜູ້ສະໝັກເປັນນາຍົກລັດຖະມົນຕີຂອງປະ
ເທດນັ້ນ.
ຄະນະກຳມາທິການດັ່ງກ່າວ ໄດ້ຍືນຄຳຮ້ອງໄປຫາສານລັດຖະທຳມະນູນ ໃນວັນພຸດ
ມື້ນີ້ ເພື່ອໃຫ້ຍຸບພັກໄທຣັກສາຊາດ ເພາະວ່າໄດ້ລະເມີດຕໍ່ລະບອບການປົກ ຄອງ
ຂອງປະເທດ ທີ່ມີກະສັດຢູ່ພາຍໃຕ້ລັດຖະທຳມະນູນ ຄຽງຂ້າງກັບລັດຖະ
ບານທີ່ຖືກເລືອກ ແບບປະຊາທິປະໄຕ.
ພັກໄທພັກຣັກສາຊາດ ໃນວັນສຸກອາທິດຜ່ານມາ ໄດ້ສະເໜີໃຫ້ ເຈົ້າຍິງອຸບົນຣັດ ມະ
ຫິດົນ ລົງສະໝັກເປັນນາຍົກລັດຖະມົນຕີໃນວັນທີ 25 ມີນາ ໃນການເລືອກ ຕັ້ງທົ່ວໄປ.
ເຈົ້າຍິງອຸບົນຣັດຊຶ່ງມີພະຊົນ 67 ປີ ໄດ້ລາອອກຈາກຕຳແໜ່ງເຊື້ອພະວົງ ຫຼັງຈາກ
ພະນາງໄດ້ແຕ່ງງານໃນປີ 1972 ກັບຊາວອາເມຣິກັນ ຜູ້ທີ່ພະນາງໄດ້ຢ່າຮ້າງ ໃນ
ເວລາຕໍ່. ແຕ່ວ່າ ກະສັດມະຫາ ວະຈິຣະລົງກອນ ຊົງຄັດຄ້ານຕໍ່ການເຄື່ອນໄຫວດັ່ງ
ກ່າວວ່າ ບໍ່ເໝາະສົມ ແລະບໍ່ຖືກຕ້ອງຕາມລັດຖະທຳ ມະນູນ ຊຶ່ງພະອົງຊົງກ່າວວ່າ
ເຈົ້າຍິງອຸບົນຣັດຕະນະ ຍັງເປັນສະມາຊິກຂອງພະຍາດຕິວົງຢູ່. ຄະນະກຳມາທິການ
ເລືອກຕັ້ງໄດ້ປະຕິເສດຢ່າງເປັນທາງການວ່າ ພະນາງບໍ່ມີຄຸນນະສົມບັດ ທີ່ຈະລົງ
ແຂ່ງຂັນໄດ້ ໃນວັນຈັນທີ່ຜ່ານມາ.
ຢູ່ໃນຖະແຫຼງການທາງສື່ສັງຄົມຂອງພະນາງນັ້ນ ເຈົ້າຍິງອຸບົນຣັດ ໄດ້ສະແດງຄວາມ
ເສຍພະໄທວ່າ “ຄວາມຕັ້ງໃຈຢ່າງແທ້ຈິງ ຂອງຂ້າພະເຈົ້າທີ່ນັ້ນ ກໍ່ແມ່ນເພື່ອຊ່ວຍ
ເຮັດວຽກໃຫ້ແກ່ປະເທດ ແລະປະຊາຊົນໄທທຸກຄົນນັ້ນ ໄດ້ກໍ່ໃຫ້ເກີດບັນຫາທີ່ບໍ່ສົມ
ຄວນເກີດຂຶ້ນເລີຍໃນວັນນີ້ ແລະສະໄໝນີ້.” ຖະແຫຼງການໄດ້ສິ້ນສຸດລົງດ້ວຍ
ແຮັສແທັກ “#howcomeitsthewayitis.”
ເບິ່ງຄວາມເຫັນ (1)
ໂຫລດຄວາມເຫັນ ຕື່ມອີກ