ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສານໄທ ຕັດສິນ ໃຫ້ເລື່ອນເວລາ ການເລືອກຕັ້ງ ອອກໄປໄດ້ (ສະໄລດ໌)


ພວກປະທ້ວງ ຕໍ່ຕ້ານລັດຖະບານໄທ ໂຮມຊຸມນຸມປະທ້ວງ ທີ່ບາງກອກ (22 ມັງກອນ 2014)
ພວກປະທ້ວງ ຕໍ່ຕ້ານລັດຖະບານໄທ ໂຮມຊຸມນຸມປະທ້ວງ ທີ່ບາງກອກ (22 ມັງກອນ 2014)
ສານລັດຖະທຳມະນູນຂອງໄທ ຕັດສິນວ່າ ຄະນະກຳມາທິການ
ເລືອກຕັ້ງ ມີສິດທີ່ຈະເລື່ອນເວລາ ກ່ຽວກັບການເລືອກຕັ້ງກ່ອນ
ກຳນົດ ທີ່ວາງແຜນຈະຈັດຂຶ້ນ ໃນວັນທີ 2 ກຸມພານີ້.

ສານລັດຖະທຳມະນູນ ໄດ້ພິຈາລະນາຢ່າງເປັນທາງລັບ ໃນວັນ
ສຸກມື້ນີ້ ກ່ອນທີ່ຈະປະກາດຄຳຕັດສິນ ໃນຕອນບ່າຍ. ນອກນັ້ນ
ພວກຜູ້ພິພາກສາ ຍັງຕັດສິນວ່າ ສຸດແລ້ວ ແຕ່ນາຍົກລັດຖະມົນ
ຕີຮັກສາການ ທ່ານນາງຍິ່ງລັກ ຊິນນະວັດ ແລະປະທານຄະນະ
ກຳມາທິການເລືອກຕັ້ງ ທີ່ຈະຕົກລົງກັນ ກ່ຽວກັບ ວັນເວລາ ໃນ
ການຈັດການເລືອກຕັ້ງໃໝ່.

ພວກຝ່າຍຄ້ານ ໄດ້ພາກັນຮຽກຮ້ອງໃຫ້ເລື່ອນເວລາໃນການເລືອກຕັ້ງອອກໄປ ແຕ່ລັດຖະ ບານກ່າວໂຕ້ແຍ້ງວ່າ ການເລື່ອນເວລາແມ່ນເປັນໄປບໍ່ໄດ້ໃນທາງກົດໝາຍແລ້ວ. ຄະນະ ກຳມາທິການເລືອກຕັ້ງກ່າວໃນມື້ວັນພຸດຜ່ານມານີ້ວ່າຕົນຈະຂໍຮ້ອງໃຫ້ສານລັດຖະທຳມະ ນູນຕັດສິນກ່ຽວກັບເລື່ອງນີ້.

ຄະນະກຳມາທິການເລືອກຕັ້ງໄດ້ເຕືອນລັດຖະບານຊໍ້າແລ້ວຊໍ້າອີກກ່ຽວກັບການລົບກວນ
ຕ່າງໆທີ່ອາດມີຂຶ້ນ ຕໍ່ການເລືອກຕັ້ງໃນເດືອນກຸມພາ ຮວມທັງເລື່ອງຄວາມປອດໄພ ແລະ
ອາສາສະໝັກທີ່ບໍ່ພຽງພໍ ເພື່ອເຮັດວຽກຢູ່ຕາມໜ່ວຍປ່ອນບັດແຫ່ງຕ່າງ.

ທ່ານສຸເທບ ເທືອກສຸບັນຜູ້ນຳຝ່າຍຄ້ານຂອງໄທໄດ້ນຳພາການປະທ້ວງເປັນມື້ ທີ 11 ລຽນ ຕິດຢູ່ທີ່ບາງກອກ ໃນຄວາມພະຍາຍາມເພື່ອໂຄ່ນລົ້ມ ຕໍ່ອັນທີ່ທ່ານເອີ້ນວ່ວາ ລັດຖະບານ ສໍ້ລາດບັງຫຼວງ ແລະໃຫ້ສະພາປະຊາຊົນທີ່ບໍ່ໄດ້ຖືກ ເຂົ້າຮັບໜ້າທີ່ບໍລິຫານປະເທດແທນ.

XS
SM
MD
LG