ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ຜູ້ນຶ່ງ ເສຍຊີວິດ ແລະ 3 ຄົນ ບາດເຈັບ ໃນການຍິງປືນ ໃສ່ພວກປະທ້ວງ ຢູ່ໄທ (ສະໄລດ໌/ວີດີໂອ)


ພວກປະທ້ວງ ຕໍ່ຕ້ານລັດຖະບານໄທ ພວມລົມກັນ ຢູ່ໃກ້ໆປ້າຍ ທີ່ຕັ້ງຢູ່ຕໍ່ໜ້າຄ້າຍຂອງພວກເຂົາເຈົ້າ ບ່ອນທີ່ໝູ່ເພື່ອນເຂົາເຈົ້າ ຖືກຍິງຕາຍ ໃນວັນເສົາມື້ນີ້ (28 ທັນວາ 2013)
ພວກປະທ້ວງ ຕໍ່ຕ້ານລັດຖະບານໄທ ພວມລົມກັນ ຢູ່ໃກ້ໆປ້າຍ ທີ່ຕັ້ງຢູ່ຕໍ່ໜ້າຄ້າຍຂອງພວກເຂົາເຈົ້າ ບ່ອນທີ່ໝູ່ເພື່ອນເຂົາເຈົ້າ ຖືກຍິງຕາຍ ໃນວັນເສົາມື້ນີ້ (28 ທັນວາ 2013)
ເຈົ້າໜ້າທີ່ໄທກ່າວວ່າມີຜູ້ນຶ່ງຖືກຍິງຕາຍແລະອີກ 3 ຄົນບາດເຈັບ ໃນຕອນເຊົ້າຂອງວັນເສົາມື້ນີ້ເວລາມືປືນທີ່ບໍ່ຊາບຝ່າຍຍິງເຂົ້າໃສ່
ພວກປະທ້ວງຕໍ່ຕ້ານລັດຖະບານ ຢູ່ໃນບາງກອກ ຂະນະທີ່ຢູ່ບ່ອນ
ອື່ນໆ ພວກປະທ້ວງຍັງສືບຕໍ່ ພາກັນຂັດຂວາງ ບໍ່ໃຫ້ບັນດາຜູ້ສະ
ໝັກເລືອກຕັ້ງ ໄປຈົດທະບຽນໄດ້.

ພວກທີ່ເຫັນເຫດການບາງຄົນເວົ້າວ່າ ພວກຢູ່ໃນລົດທີ່ແລ່ນຜ່ານ
ໄປຄັນນຶ່ງ ໄດ້ຍິງປືນເຂົ້າໃສ່ພວກປະທ້ວງ ຊຶ່ງພາກັນຕັ້ງຄ້າຍພັກ
ໃນຕອນກາງຄືນ ຢູ່ໃກ້ກັບທຳນຽບລັດຖະບານ. ຕຳຫຼວດຍັງບໍ່ທັນ
ລະບຸວ່າ ພວກໂຈມຕີແມ່ນກຸ່ມໃດ.



ສ່ວນຢູ່ບ່ອນອື່ນໆພວກປະທ້ວງໄດ້ພາກັນປິດລ້ອມສະຖານທີ່ຈົດທະບຽນຈຳນວນນຶ່ງບັງຄັບ
ໃຫ້ເຈົ້າໜ້າທີ່ເລືອກຕັ້ງຕ້ອງໄດ້ໂຈະຂັ້ນຕອນ ການລົງທະບຽນ ຢູ່ໃນຫຼາຍໆຈັງຫວັດ.

ໃນການເຄື່ອນໄຫວອີກດ້ານນຶ່ງນັ້ນ ເມື່ອຖືກຖາມໂດຍພວກນັກຂ່າວວ່າ ທາງກອງທັບຈະກໍ່
ລັດຖະປະຫານຫລືບໍ່? ຜູ້ບັນຊາການກອງທັບບົກ ນາຍພົນປຣະຍຸດ ຈັນໂອຊາກ່າວວ່າ ໂອ ກາດສຳລັບການກໍ່ລັດຖະປະຫານ ບໍ່ໄດ້ເປີດ ຫຼືປິດໄວ້ ແຕ່ຢ່າງໃດເລີຍ. ນອກນັ້ນ ນາຍພົນ
ປຣະຍຸດຍັງກ່າວຢໍ້າເຖິງການຮຽກຮ້ອງໃຫ້ປະຊາຊົນຢຸດເຊົາໃນການຂໍຮ້ອງໃຫ້ກອງທັບເຂົ້າ ຂ້າງຝ່າຍໃດຝ່າຍນຶ່ງ ໃນບັນຫາຂັດແຍ້ງທີ່ຮຸນແຮງດັ່ງກ່າວ ຂອງໄທ.

Thailand
please wait
Embed

No media source currently available

0:00 0:00:40 0:00
XS
SM
MD
LG