ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະບານໄທປະຕິເສດ ຕໍ່ການປະທານ ອະໄພຍະໂທດ ແກ່ທ່ານ ທັກສິນ ຊິນນະວັດ


ທ່ານທັກສິນ ຊິນນະວັດ, ອະດີດນາຍົກລັດຖະມົນຕີໄທ ທີ່ພວມຫຼົບລີ້ໜີກົດໝາຍຢູ່ຕ່າງປະເທດ.
(foto:dok).
ທ່ານທັກສິນ ຊິນນະວັດ, ອະດີດນາຍົກລັດຖະມົນຕີໄທ ທີ່ພວມຫຼົບລີ້ໜີກົດໝາຍຢູ່ຕ່າງປະເທດ. (foto:dok).


ລັດຖະບານ​ໄທໄດ້​ປະຕິເສດກ່ຽວກັບຄວາມເປັນໄປໄດ້ທີ່ຈະມີ​ການ​ໃຫ້​ອະ​ໄພ​ຍະ​ໂທດ​ຈາກ​
ກະສັດ​ໄທເພື່ອອານຸຍາດ​ໃຫ້ອະດີ​ດນາຍົກລັດຖະມົນຕີທັກສິນ ຊິນ​ນະ​ວັດ ທີ່ພວມຫຼົບລີ້ໜີ
ກົດໝາຍຢູ່ນັ້ນ ເດີນທາງ​ກັບ​ຄືນ​ປະ​ເທດ​ໄດ້.

ສື່ມວນຊົນຂອງ​ໄທ ລາຍ​ງານ​ວ່າ ການສະເໜີເພື່ອໃຫ້​ນິລະໂທດ​ກໍາດັ່ງກ່າວ ​ໄດ້​ຮັບຄວາມ
ເຫັນພ້ອມ​ຕົກລົງ​ກັນ​ໃນ​ກອງ​ປະຊຸມ​ຂອງ​ຄະນະ​ລັດຖະບານ ​ໃນ​ອາທິດ​ແລ້ວນີ້. ​ແຕ່​ຢ່າງໃດ
ກໍ​ຕາມ ລັດຖະມົນຕີ​ກະຊວງ​ຍຸດຕິ​ທໍາ ທ່ານປຣະຊາ ພຣົມນອກ​ ກ່າວ​ຕໍ່ພວກນັກ​ຂ່າວ ໃນ​
ວັນ​ຈັນ​ວານ​ນີ້ວ່າ ຍັງ​ບໍ່ມີ​ການ​ປ່ຽນ​ແປງ​ໃດໆເທື່ອ​ເພື່ອ​ຈະອະນຸຍາດໃຫ້​ທ່ານ​ທັກສິນ​ ສາ
ມາດ​ກັບ​ຄືນ​ປະ​ເທດ​ໄດ້.

ການໃຫ້ອະ​ໄພ​ຍະ​ໂທດ​ຈາກກະສັດພູມີ​ພົນ ອະດຸນ​ຍະ​ເດດແມ່ນມີຂຶ້ນໃນທຸກໆ ປີ ​ໃນ​ລະ
ຫວ່າງວັນຄ້າຍວັນປະສູດ​ຂອງ​ພະ​ອົງ ຄືວັນ​ທີ 5 ທັນວາ.

ຕາມ​ການ​ລາຍ​ງານ​ຂອງໜັງສື​ພິມ ບາງກອກໂພສ ​ການ​ໃຫ້ອະ​ໄພ​ຍະ​ໂທດ​ຈາກ​ກະສັດໄທ
ໃນ​ປີນີ້ ​ຈະແມ່ນສຳລັບພວກ​ມີ​ອາຍຸຫລາຍ​ກວ່າ 60 ປີ​ຂຶ້ນ​ໄປ ​ແລະຖືກ​ຕັດສິນ​ຈໍາ​ຄຸກ​ເປັນ
ເວລາ​ບໍ່​ເຖິງສາມ​ປີ.

ທ່ານ​ທັກສິນ ຊຶ່ງເປັນອ້າຍຂອງ​ທ່ານນາງ​ຍິ່ງລັກ ຊິນນະ​ວັດ ນາຍົກລັດຖະມົນຕີ​ຄົນ​ປັດຈຸ
ບັນຂອງ​ໄທ ໄດ້ຖືກໂຄ່ນ​ລົ້ມ​ໂດຍ​ພວກ​ທະຫານ ​ໃນ​ການກໍ່​ລັດຖະປະຫານ​ປີ 2006 ທີ່​ໄດ້
ພາໃຫ້ເກີດຄວາມບໍ່ທຸ່ນທ່ຽງທາງ​ການ​ເມືອງໃນ​ໄທ ມາ​ເປັນ​ເວລາ​ອັນ​ຍາວ​ນານ​.

ທ່ານທັກສິນ ​ໄດ້​ໂຕນໜີອອກ​ຈາກ​ປະ​ເທດ ​ໃນ​ປີ 2008 ​ແລະ​ໄດ້​ຖືກ​ຕັດສິນລັບຫຼັງ ໃຫ້
ຈໍາ​ຄຸກສອງ​ປີ ຍ້ອນ​ສໍ້​ລາ​ດບັງຫລວງ.

XS
SM
MD
LG