ນາຍົກລັດຖະມົນຕີໄທ ທ່ານອະພິຊິດ ເວດຊາຊີວະກ່າວ
ວ່າທ່ານຈະຮ້ອງຂໍໃຫ້ກະສັດພູມີພົນ ອະດຸນຍະເດດອອກ
ພະລາດຊະດີກາຍຸບສະພາ ຊຶ່ງເປັນການເຄື່ອນໄຫວເພື່ອ
ແຜ້ວທາງໄປສູ່ການເລືອກຕັ້ງກ່ອນກຳນົດ.
ທ່ານອະພິຊິດ ກ່າວຕໍ່ພວກນັກຂ່າວທີ່ບາງກອກ ໃນວັນ
ສຸກມື້ນີ້ວ່າ ທ່ານຈະທູນຖວາຍຄຳຮ້ອງຂໍດັ່ງກ່າວຕໍ່ກະສັດ
ພູມີພົນກ່ອນທ່ານອອກເດີນທາງໄປຮ່ວມກອງປະຊຸມສຸດ
ຍອດຜູ້ນຳຂອງສະມາຄົມອາຊ່ຽນ ທີ່ກຸງຈາກາຕ້າປະເທດ
ອິນໂດເນເຊຍໃນວັນສຸກມື້ນີ້. ນາຍົກລັດຖະມົນຕີໄທກ່າວ
ວ່າ ທ່ານຈະໃຫ້ຄວາມກະຈ່າງແຈ້ງເພີ່ມຕື່ມກ່ຽວກັບເລື່ອງ
ນີ້ໃນລະຫວ່າງກອງປະຊຸມຖະແຫຼງຂ່າວໃນມື້ວັນຈັນຈະມາ.
ການເລືອກຕັ້ງຕ້ອງມີຂຶ້ນໃນລະຫວ່າງ 45 ຫາ 60 ມື້
ຫຼັງຈາກກະສັດໄທຊົງລົງພະນາມໃນພະລາດຊະດີກາ
ຍຸບສະພາ.
ປະເທດໄທໄດ້ປະເຊີນກັບສະພາບຄວາມບໍ່ທຸ່ນທ່ຽງທາງດ້ານການເມືອງ ນັບແຕ່ອະດີດນາ
ຍົກລັດຖະມົນຕີທັກສິນ ຊິນນະວັດ ໄດ້ຖືກໂຄ່ນລົ້ມໃນການກໍ່ລັດຖະປະຫານໃນປີ 2006.
ທ່ານທັກສິນຍັງສືບຕໍ່ໄດ້ຮັບຄວາມສະໜັບສະໜຸນຈາກຊາວໄທໃນເຂດຊົນນະບົດແລະພວກ ຊົນຊັ້ນກຳມະກອນທີ່ຮູ້ສຶກວ່າພັກການເມືອງຂອງທ່ານອະພິຊິດ ມີຄວາມໄກ້ຊິດເກີນໄປກັບ ພວກຊົນຊັ້ນຫົວກະທິຂອງໄທ.
ພວກສະໜັບສະໜຸນທ່ານທັກສິນຊຶ່ງຮູ້ກັນໃນນາມພວກເສື້ອແດງຫຼື ນປຊ ນັ້ນໄດ້ອັດບາງ
ເຂດໃນໃຈກາງບາງກອກໃນເດືອນເມສາແລະພຶດສະພາປີກາຍເພື່ອທວງໃຫ້ທ່ານອະພິຊິດ
ລາອອກແລະຍຸບລັດຖະບານຂອງທ່ານ. ຄວາມຮຸນແຮງໄດ້ລະເບີດຂຶ້ນເວລາພວກທະຫານ
ໃຊ້ກຳລັງທັບມ້າງຄ້າຍຂະໜາດໃຫຍ່ຂອງພວກປະທ້ວງ ທີ່ເຮັດໃຫ້ມີຜູ້ເສຍຊີວິດຢ່າງນ້ອຍ
90 ຄົນແລະປະມານ 2,000 ຄົນໄດ້ຮັບບາດເຈັບ.