ພວກເດີນຂະບວນຊາວໄທຈຳນວນຫຼາຍພັນຄົນ ໂຮມຊຸມ
ນຸມກັນເພື່ອເປັນຂີດໝາຍໂອກາດຄົບຮອບການກໍ່ຄວາມ
ຮຸນແຮງທາງດ້ານການເມືອງເມື່ອປີກາຍໃນວັນພະຫັດມື້ນີ້
ຂະນະທີ່ພວກເຈົ້າໜ້າທີ່ ພວມເລີ່ມຈົດທະບຽນ ພັກການ
ເມືອງຕ່າງໆທີ່ຈະເຂົ້າຮ່ວມການເລືອກຕັ້ງແຫ່ງຊາດໃນວັນ
ທີ 3 ກໍລະກົດ ຈະມານີ້.
ພວກປະທ້ວງເສື້ອແດງຫຼື ນປຊ ໄດ້ພາກັນກັບຄືນໄປໂຮມ
ຊຸມນຸມກັນອີກຢູ່ທີ່ບໍລິເວນເດີມໃນເຂດໃຈກາງບາງກອກທີ່
ພວກເຂົາເຈົ້າໄດ້ເຂົ້າຢຶດຄອງເປັນເວລາ 2 ເດືອນໃນປີກາຍ
ນີ້ ຈົນເທົ່າກຳລັງຮັກສາຄວາມສະຫງົບໄດ້ທັບມ້າງການປະທ້ວງໃນວັນທີ 19 ພຶດສະພາ.
ມີຫຼາຍກວ່າ 90 ຄົນໄດ້ເສຍຊີວິດ ໃນຄວາມຮຸນແຮງດັ່ງກ່າວ ແລະອີກຫຼາຍຮ້ອຍຄົນໄດ້
ຮັບບາດເຈັບ.
ສ່ວນໃຫຍ່ຂອງພວກປະທ້ວງແມ່ນໃຫ້ການສະໜັບສະໜຸນຕໍ່ພັກເພື່ອໄທຊຶ່ງເປັນນຶ່ງໃນຈຳ
ນວນ 26 ພັກການເມືອງ ທີ່ໄດ້ເລີ່ມຈົດທະບຽນສະມາຊິກຂອງພັກ ໃນຕອນເຊົ້າຂອງວັນ
ພະຫັດມື້ນີ້ ໃນອັນທີ່ຄາດກັນວ່າຈະເປັນການເລືອກຕັ້ງທີ່ມີຄະແນນສຽງໃກ້ຄຽງກັນຫຼາຍ
ລະຫວ່າງພັກເພື່ອໄທແລະພັກປະຊາທິປັດຂອງລັດຖະບານ.
ນາຍົກລັດຖະມົນຕີອະພິຊິດ ເວດຊາຊີວະທີ່ໄດ້ສະມັກເຂົ້າແຂ່ງຂັນເອົາຕຳແໜ່ງຕື່ມອີກນັ້ນ
ໄດ້ພັກການເປັນເວລາ 2 ມື້ເພື່ອເລີ່ມໂຄສະນາຫາສຽງ. ເປັນທີ່ຄາດກັນວ່າການທ້າທາຍທີ່
ເຂັ້ມແຂງທີ່ສຸດ ແມ່ນຈະມາຈາກຜູ້ສະມັກຂອງພັກເພື່ອໄທນາງຢິ່ງລັກ ຊິນນະວັດນ້ອງສາວ ຂອງອະດີດນາຍົກລັດຖະມົນຕີທັກສິນ ຊິນນະວັດ ທີ່ໄດ້ຖືກແຕ່ງຕັ້ງຈາກພັກ ໃຫ້ເຂົ້າແຂ່ງ
ຂັນໃນອາທິດນີ້