ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ນາຍົກໄທລອດພົ້ນຈາກ ການລົງມະຕິບໍ່ໄວ້ວາງໃຈ


ນາຍົກລັດຖະມົນຕີໄທ ທ່ານອະພິຊິດ ເວດຊາຊີວະ ນັ່ງຢູ່ບ່ອນນັ່ງຂອງໄທ ທີ່ສະພາແຫ່ງຊາດ ໃນການອະພິປາຍ ລົງມະຕິບໍ່ໄວ້ວາງໃຈ (15 ມີນາ 2011)
ນາຍົກລັດຖະມົນຕີໄທ ທ່ານອະພິຊິດ ເວດຊາຊີວະ ນັ່ງຢູ່ບ່ອນນັ່ງຂອງໄທ ທີ່ສະພາແຫ່ງຊາດ ໃນການອະພິປາຍ ລົງມະຕິບໍ່ໄວ້ວາງໃຈ (15 ມີນາ 2011)

ນາຍົກລັດຖະມົນຕີໄທໄດ້ລອດພົ້ນ ຈາກການລົງມະຕິບໍ່ໄວ້
ວາງໃຈຢູ່ໃນສະພາແຫ່ງຊາດໃນວັນເສົາມື້ນີ້ທີ່ໄດ້ນຳສະເໜີ
ໂດຍສະມາຊິກສະພາພັກຝ່າຍຄ້ານທີ່ກ່າວຫາທ່ານວ່າລ່ວງ
ລະເມີດສິດທິມະນຸດນັ້ນ.

ທ່ານອະພິຊິດ ເວດຊາຊີວະໄດ້ຊະນະການລົງຄະແນນສຽງ
ຕາມທີ່ຄາດໝາຍໄວ້ ລຸນຫຼັງທີ່ໄດ້ມີການອະພິປາຍຕຳໜິຕິ
ຕຽນຢ່າງເຜັດຮ້ອນ ທີ່ພັກເພື່ອໄທຊຶ່ງເປັນພັກຝ່າຍຄ້ານໄດ້
ຖິ້ມໂທດໃສ່ທ່ານວ່າໃຊ້ອຳນາດໄປໃນທາງທີ່ບໍ່ຖືກຕ້ອງໃນ
ລະຫວ່າງການປະຕິບັດງານແບບຮຸນແຮງຂອງພວກທະ
ຫານ ໃນເດືອນເມສາ ແລະພຶດສະພາປີ 2010 ທີ່ແນໃສ່
ເພື່ອຂັບໄລ່ພວກເສື້ອແດງ ທີ່ປະທ້ວງຕໍ່ຕ້ານລັດຖະບານຫຼື
ນປຊ ອອກໄປຈາກຖະໜົນຫົນທາງໃນບາງກອກ.

ສະໄໝການດຳລົງຕຳແໜ່ງຂອງທ່ານອະພິຊິດ ຈະສິ້ນ
ສຸດລົງໃນເດືອນທັນວາປີນີ້ ແຕ່ທ່ານກ່າວວ່າທ່ານຈະຮຽກ
ໃຫ້ມີການເລືອກຕັ້ງກ່ອນກຳນົດໃນກາງເດືອນກໍລະກົດຈະມານີ້.

XS
SM
MD
LG