ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໄທຈະຈັດການເລືອກຕັ້ງ ກ່ອນເດືອນມິຖຸນາປີນີ້


ແຜນທີ່ໄທ
ແຜນທີ່ໄທ

ຮອງນາຍົກລັດຖະມົນຕີໄທທ່ານສຸເທບ ເທືອກສຸບັນກ່າວວ່າການເລືອກຕັ້ງທົ່ວໄປ ຈະຈັດໃຫ້
ມີຂຶ້ນກ່ອນເດືອນມິຖຸນາປີນີ້.

ທ່ານສຸເທບ​ ໄດ້​ໃຫ້ການຮັບປະກັນ​ເຊ່ນ​ນັ້ນ ຕໍ່ພວກນັກຂ່າວໃນວັນພະຫັດມື້ນີ້ ຊຶ່ງເປັນການ
ຢືນຢັນຄໍາໝັ້ນ​ສັນຍາຂອງນາຍົກລັດຖະມົນຕີອະພິຊິດ ເວດຊາຊີວະໃນສັບປະດາແລ້ວນີ້ ທີ່
ວ່າຈະຈັດການເລືອກຕັ້ງຂຶ້ນໃນໄລຍະ 6 ເດືອນທຳອິດຂອງປີນີ້ ຕາບໃດທີ່ບໍ່ມີການກໍ່ຄວາມ
ຮຸນແຮງຂຶ້ນ. ທ່ານອະພິຊິດຈຳເປັນຕ້ອງໄດ້ຈັດໃຫ້ມີການ​ເລືອກ​ຕັ້ງກ່ອນສະໄໝການດຳລົງ
ຕຳແໜ່ງຂອງທ່ານ ຈະສິ້ນສຸດລົງໃນເດືອນທັນວາທ້າຍປີນີ້.

ພວກປະທ້ວງຕໍ່ຕ້ານລັດຖະບານ “ເສື້ອແດງ” ຫຼື ນປຊ ທີ່ໄດ້ເຂົ້າຢຶດຄອງ ເຂດໃຈກາງບາງ
ກອກເປັນເວລາສອງເດືອນ ໃນປີກາຍນີ້ທວງໃຫ້ນາຍົກລັດຖະມົນຕີລາອອກ. ການປະທ້ວງ​ໄດ້ສິ້ນສຸດລົງດ້ວຍຄວາມຮຸນແຮງ ເວລາພວກປະທ້ວງປະທະກັນກັບກຳລັງຂອງຝ່າຍລັດຖະ
ບານທີ່ເຮັດໃຫ້ມີຜູ້ເສຍຊີວິດຫຼາຍກວ່າ 90 ຄົນ.

ພວກເສື້ອແດງໄດ້ພາກັນໂຮມຊຸມປະທ້ວງ ແບບສັ້ນໆແລະສັນຕິ ຢູ່ທີ່ບາງກອກເປັນລຳດັບ
ມາໃນໄລຍະບໍ່ດົນຜ່ານມານີ້.

ນອກນັ້ນທ່ານອະພິຊິດຍັງສູນເສຍການສະໜັບສະໜຸນ ຈາກພວກ “ເສື້ອເຫຼືອງ” ຊຶ່ງຕາມ
ປົກກະຕິແລ້ວ ແມ່ນນິຍົມລັດຖະບານ ຍ້ອນການຮັບມືຂອງທ່ານກັບບັນຫາຂັດແຍ້ງຊາຍ
ແດນທີ່ເຄັ່ງຕຶງກັບກຳປູເຈຍນັ້ນ.

XS
SM
MD
LG