ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ຜູ້ບັນຊາການກອງທັບໄທ ກ່າວວ່າ ຈະບໍ່ມີການກໍ່ລັດຖະປະຫານ


ແຜນທີ່ໄທ
ແຜນທີ່ໄທ

ແຜນທີ່ປະເທດໄທ
ແຜນທີ່ປະເທດໄທ













ພວກ​ຜູ້​ບັນຊາ​ການ​ທະຫານ​ຫລາຍ​ທ່ານ​ໃນ​ໄທ​ໄດ້​ປະກາດ​ອອກ​ມາ​ຢ່າງ​ເປີດ​ເຜີຍ​ກ່ຽວ​ກັບ​ຄວາມ​ໝັ້ນ​ໝາຍ​ຂອງ​ພວກ​ຕົນ​ຕໍ່​ກົດ​ລັດຖະທໍາ​ມະນູນ ຊຶ່ງ​ພະຍາຍາມ​ຫາ​ທາງ​ຜ່ອນຄາຍ​ຂ່າວ​ຊ່າ​ລື​ຕ່າງໆ​ທີ່​ວ່າ​ຈະ​ມີ​ການ​ກໍ່
ລັດຖະປະຫານ​ຂຶ້ນ​ນັ້ນ. ນາຍ​ພົນ​ຊົງ​ກິດ​ຕິ ຈັກກະ​ບາດ ຜູ້ບັນຊາ​ການ​ທະຫານ​ສູງ​ສຸດ​ກອງ
ທັບ​ໄທ ກ່າ​ວຢືນ​ຢັດ​ຕໍ່​ກອງ​ປະຊຸມ​ຖະແຫລ​ງ​ຂ່າວ​ໃນ ວັນ​ອັງ​ຄານ​ມື້​ນີ້​ວ່າ ຈະ​ມີ​ບໍ່​ການ​ກໍ່​ລັດຖະ
ປະຫານ​ຂຶ້ນ​ຢ່າງ​ເດັດຂາດ. ນາຍ​ພົນ​ຊົງ​ກິດ​ຕິ​ໄດ້​ຢືນຫ້ອມ​ລ້ອມໄປ​ດ້ວຍພວກ​ຜູ້​ບັນຊາ​ການ
ກອງທັບ​ບົກ ກອງທັບ​ເຮືອ​ແລະ​ກອງທັບ​ອາກາດ ຫລັງ​ຈາກ​ເຂົ້າຮ່ວມປະຊຸມ​ປະ​ຈໍາເດືອນ
ຂອງ​ພວກ​ທ່ານ​ແລ້ວ.

ຂ່າວ​ຊ່າ​ລື​ກ່ຽວ​ກັບ​ການ​ກໍ່​ລັດ​ຖະປະຫານ​ຂຶ້ນ​ນີ້ ​ໄດ້​ເລີ້ມ​ມາ​ເປັນ​ເວລາຫລາຍ​ສັບປະດາ​ແລ້ວ
ໃນ​ຂະນະ​ທີ່​ໄທ​ເຄື່ອນ​ໄຫວ​ໄປ​ສູ່​ການ​ເລືອກ​ຕັ້ງຊຶ່ງ​ຄາດ​ວ່າ​ຈະ​ມີ​ຂຶ້ນ​ໃນທ້າຍປີ​ນີ້. ປະ​ເທ​ດ​
ໄທ​ໄດ້​ປະສົບ​ກັບ​ການ​ກໍ່​ລັດຖະປະຫານ​ມາ 18 ຄັ້ງ​ນັບ​ແຕ່​ຊຸມ​ປີ 1930 ​ເປັນ​ຕົ້ນ​ມາ ຮວມ
ທັງ​ການ​ກໍ່​ລັດຖະປະຫານ​ຂຶ້ນ​ທີ່​ໄດ້​ໂຄ່ນ​ລົ້ມ​ລັດຖະບານ​ທ່ານ​ທັກສິນ ຊິນນະ​ວັດ​ໃນ​ປີ 2006
ຜ່ານ​ມາ​ນີ້​.

ນາຍ​ພົນ​ຊົງ​ກິດ​ຕິ ກ່າວ​ວ່າ ທະຫານ​ຈະ​ບໍ່​ຫລິ້ນ​ບົດບາດ​ໃດໆ​ໃນ​ການ​ເລືອກ​ຕັ້ງ​ທີ່​ຈະ​ມີ​ຂຶ້ນ​
ໃນ​ຕໍ່ໜ້າ​ນີ້ ​ແລະວ່າ ພວກ​ພັກ​ການ​ເມືອງ​ທຸ​ກພັກຝ່າຍ​ແມ່ນ​ມີ​ເສ​ລິ​ພາບ​ທີ່​ຈະ​ໄປ​ໂຄສະນາ
ຫາ​ສຽງເລືອກ​ຕັ້ງໃນ​ກົມ​ກອງ​ຕ່າງໆຂອງ​ກອງທັບ​ນັ້ນ.

XS
SM
MD
LG