ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໒໔ ກັນຍາ ໒໐໒໓

ນ້ອງສາວທັກສິນ ຊິນນະວັດ ຈະສະມັກເປັນນາຍົກໄທ


ທ່ານ Jatuporn Prompan, (ຂ້າງຊ້າຍ) ແລະທ່ານ Nisit Sinthuprai,(ຂ້າງຂວາ) ຜູ້ນໍາພວກເສື້ອແດງ ພັກຝ່າຍຄ້ານ ພາກັນຍົກມືຂຶ້ນໃນຫ້ອງຂັງໃນສານອາຍາ ທີ່ບາງກອກ ວັນທີ 12, ພຶດສະພາ 2011.

ນ້ອງສາວ​ຂອງ​ອະດີດ​ນາຍົກລັດຖະມົນຕີ ​ທັກສິນ ຊິນນະ​ວັດ
ຈະ​ສະມັກ​ເຂົ້າຮັບ​ເລືອກ​ຕັ້ງ​ເປັນ​ນາຍົກລັດຖະມົນຕີ​ ໃນ
​ການ​ເລືອກ​ຕັ້ງສະພາ​ແຫ່ງ​ຊາດ​ໃນ​ເດືອນ​ກໍລະກົດ​ ​ປີ​ນີ້.

ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ທ່ານ​ນາງ​ຍິ່ງຣັກ ຊິນນະ​ວັດ​ ຊຶ່ງ​
ເປັນ​ນັກທຸລະ​ກິດໄດ້​ຖືກ​ແຕ່ງ​ຕັ້ງໃຫ້​ເປັນ​ຜູ້​ສະມັກ​ເອົາ​ຕໍາ​
ແໜ່​ງດັ່ງກ່າວ​ໃນ​ກອງ​ປະຊຸມ​ຂອງ​ພັກຝ່າຍ​ຄ້ານ ໄທ​ເພື່ອ​ໄທ
ໃນວັນ​ຈັນ​ມື້​ນີ້ ຊຶ່ງອະດີດ​ຜູ້​ນໍາ​ພັກ​ ກໍ​ຄື​ທ່ານ​ທັກ​ສິນ​ທີ່​ລີ້​ໄພ​
ຢູ່​ໃນ​ຕ່າງປະ​ເທດນັ້ນ ຍັງໄດ້​ຮັບຄວາມ​ນິຍົມຊົມ​ຊອບ​
ຈາກ​ພວກ​ສະມາຊິກ​ພັກ​ຫລາຍ​ຄົນ​ຢູ່.

ຖ້າ​ຫາກ​ທ່ານ​ນາງ​ຍິ່ງຣັກ ​ໄດ້​ຮັບໄຊຊະນະ​ໃນອັນ​ທີ່​ຄາດ​ກັນ​
ໄວ້​ວ່າ​ຈະ​ເປັນ​ການ​ເລືອກ​ຕັ້ງທີ່​ມີການ​ແຂ່ງຂັນ​ຢ່າງສູ​ສີ​ກັນ​
ນັ້ນ ມັນ​ກໍຈະ​ເປັນ​ການ​ປະຕິ​ເສດ​ຢ່າງ​ເຈັບ​ແສບ​ຕໍ່ພັກ​ປະ
ຊາທິປັດ​ ທີ່ປົກຄອງ​ປະ​ເທດ​ໃນ​ປັດຈຸບັນ ທີ່​ໄດ້​ພະຍາຍາມ​
ມາ​ເປັນເວລາ​ດົນ​ນານ​ເພື່ອ​ຈັບ​ກຸມ​ທ່ານ​ທັກສິນ​ໃນ​ຂໍ້​ຫາ
​ຖານສໍ້​ລາດ​ບັງ​ຫລວງ​ນັ້ນ.

ທ່ານ​ທັກສິນ​ໄດ້​ຖືກ​ປົດ​ອອກ​ຈາກ​ຕໍາ​ແໜ່​ງ​ໃນ​ການ​ກໍ່​ລັດຖະປະຫານ​ໃນ​ປີ 2006 ຊຶ່ງ​ໄດ້​ກໍ່​ໃຫ້
ເກີດ​ສະພາບການ​ຂາດ​ສະຖຽນ​ລະ​ພາບ​ທີ່​ຍືດ​ເຍື້ອມາ​ ຊຶ່ງໃນ​ໄລຍະ​ດັ່ງກ່າວ​ນີ້ ​ລັດຖະບານ 2
ຊຸດຕ້ອງ​ໄດ້ລາອອກ​ຢ່າງ​ລຽນຕິດຕາມ​ຄໍາສັ່ງຂອງສານ​.

ພວກ​ປະ​ທ້ວງ​ເສື້ອ​ແດງ ຊຶ່ງ​ສ່ວນ​ຫລາຍ​ເປັນ​ພວກ​ສະໜັບສະໜຸນ​ທ່ານ​ທັກສິນ ໄດ້​ພາກັນ
ຍຶດຄອງ​ໃນ​ຫລາຍ​ເຂດ​ໃນ​ໃຈກາງ​ນະຄອນຫລວງ​ບາງກອກ​ ເປັນ​ເວລາ​ຫລາຍ​ສັບປະດາ
ໃນ​ປີ​ແລ້ວ​ນີ້ ກ່ອນ​ຖືກ​ພວກ​ທະຫານເຂົ້າ​ປາບ​ປາມ ​ເພື່ອ​ຍຸດຕິ​ການ​ປະ​ທ້ວງ ຊຶ່ງ​ຍັງ​ຜົນ​
ເຮັດ​ໃຫ້​ປະຊາຊົນ​ເສຍ​ຊີວິດ​ໄປ ຫລາຍ​ກວ່າ 90 ຄົນ.

XS
SM
MD
LG