ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຝ່າຍຄ້ານຂອງໄທເລີ່ມ ອະພິປາຍມະຕິ ບໍ່ໄວ້ວາງໃຈລັດຖະບານ


ນາຍົກລັດຖະມົນຕີໄທ ທ່ານ ອະພິສິດ ເວດຊາຊິວະ
ນາຍົກລັດຖະມົນຕີໄທ ທ່ານ ອະພິສິດ ເວດຊາຊິວະ

ສະມາຊິກພັກຝ່າຍຄ້ານຂອງໄທ ໄດ້ເລີ່ມການອະພິປາຍບໍ່
ໄວ້ວາງໃຈລັດຖະບານ ໃນວັນອັງຄານມື້ນີ້ ໂດຍກ່າວຫາ
ລັດຖະບານວ່າ ບໍລິຫານງານຜິດພາດແລະສໍ້ລາດບັງຫຼວງ
ກ່ອນໜ້າການເລືອກຕັ້ງຊຶ່ງຄາດວ່າຈະມີຂຶ້ນໃນທ້າຍປີນີ້.

ພັກເພື່ອໄທ ຊຶ່ງເປັນພັກຝ່າຍຄ້ານທີ່ໃຫຍ່ທີ່ສຸດນັ້ນ ໄດ້ກ່າວ
ຫານາຍົກລັດຖະມົນຕີທ່ານ ອະພິສິດ ເວດຊາຊິວະ ແລະ
ລັດຖະມົນຕີອີກ 9 ທ່ານ ທີ່ໄດ້ໃຊ້ອໍານາດໃນທາງທີ່ຜິດ
ແລະບໍລິຫານປະເທດໄປໃນທາງທີ່ບໍ່ຖືກບໍ່ຕ້ອງ.

ສະມາຊິກສະພາຈະອະພິປາຍກັນເປັນເວລາຫຼາຍໆມື້ ກ່ອນ
ຈະມີການລົງຄະແນນເພື່ອຕັດສິນໃຈວ່າຈະມີການຍຸບຄະນະ
ລັດຖະບານຫຼືບໍ່? ແຕ່ເປັນທີ່ຄາດກັນວ່າ ການລົງຄະແນນ
ສຽງທີ່ວ່ານີ້ ຈະບໍ່ປະສົບຄວາມສຳເລັດໃນການໂຄ່ນລົ້ມຄະ
ນະລັດຖະບານລົງໄດ້.

ທ່ານ ອະພິສິດ ເວດຊາຊິວະ ໄດ້ລອດພົ້ນຈາກການລົງມະຕິບໍ່ໄວ້ວາງໃຈລັດຖະບານມາ
ເຖິງ 2 ຄັ້ງແລ້ວ ນັບຕັ້ງແຕ່ປີ 2009 ມາ.

ລັດຖະບານກ່າວວ່າ ຈະມີການປະກາດໃຫ້ຊາບກ່ຽວກັບວັນເວລາສຳລັບເລືອກຕັ້ງໃນໄວໆ ນີ້ຊຶ່ງຄາດວ່າຈະມີຂຶ້ນໃນລະຫວ່າງເດືອນມິຖຸນາທີ່ຈະມາເຖິງນີ້.



XS
SM
MD
LG