ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໄທປະກາດຮັບຮອງ ຜົນການເລືອກຕັ້ງ ທ່ານນາງຢິ່ງລັກ


ທ່ານນາງ ຢິ່ງລັກ ຊິນນະວັດ ຜູ້ນຳພັກເພື່ອໄທ
ທ່ານນາງ ຢິ່ງລັກ ຊິນນະວັດ ຜູ້ນຳພັກເພື່ອໄທ

ເມື່ອວັນອັງຄານວານນີ້ ຄະນະກໍາມະການເລືອກຕັ້ງຂອງໄທ ໄດ້ປະກາດ ຮັບຮອງຜົນການ ເລືອກຕັ້ງສະພາແຫ່ງຊາດຂອງຜູ້ນໍາພັກເພື່ອໄທ ທ່ານນາງ ຢິ່ງລັກ ຊິນນະວັດ ຊຶ່ງເປັນການ
ແຜ້ວທາງໃຫ້ທ່ານນາງ ໄດ້ເປັນນາຍົກລັດຖະມົນຕີຍິງຄົນທໍາອິດຂອງໄທ.

ຄະນະກໍາມະການເລືອກຕັ້ງ ກ່າວວ່າ ພວກຕົນໄດ້ລົງຄະແນນສຽງຢ່າງເປັນເອກະສັນເພື່ອ ຍົກເລີກການຮ້ອງຮຽນຕ່າງໆນາໆທີ່ວ່າທ່ານນາງຢິ່ງລັກ ໄດ້ຝ່າຝືນກົດໝາຍເລືອກຕັ້ງ ໂດຍ ທຳ ການພົວພັນກັບພວກນັກການເມືອງທັງຫລາຍທີ່ຖືກທາງການຫ້າມ ໂຮມທັງອ້າຍຂອງ ທ່ານນາງເອງໃນ ການໂຄສະນາຫາສຽງຂອງທ່ານນາງ. ການຕັດສິນໃຈທີ່ວ່ານີ້ໄດ້ຜ່ອນເບົາ ຄວາມຢ້ານກົວ ທີ່ຈະເກີດຄວາມວຸ້ນວາຍຂຶ້ນໃນປະເທດ ຈາກຄວາມລົ້ມແຫລວຂອງຄະນະ ກໍາມະການເລືອກຕັ້ງທີ່ບໍ່ສາມາດຮັບຮອງເອົາຜົນການເລືອກຕັ້ງຂອງທ່ານນາງດ້ວຍຄະແນນສຽງສ່ວນຫຼາຍ ໃນການເປັນຜູ້ຊະນະການເລືອກຕັ້ງຄັ້ງວັນທີ່ 3 ກໍລະກົດເມື່ອອາທິດແລ້ວນີ້.

ນອກນີ້ແລ້ວ ຄະນະກໍາມະການເລືອກຕັ້ງຍັງໄດ້ປະກາດຮັບຮອງຜົນການເລືອກຕັ້ງຂອງນາຍົກ ລັດຖະມົນຕີອະພິສິດ ເວດຊາຊີວະ ທີ່ກໍາລັງຈະພົ້ນຈາກຕໍາແໜ່ງນັ້ນ ຊຶ່ງການຮັບຮອງຂອງ ທ່ານກໍໄດ້ຊັກຊ້າໄປເມື່ອອາທິດຜ່ານມານີ້ເຊັ່ນກັນ ບັດນີ້ມີສະມາຊິກສະພາຈໍານວນທັງໝົດ 370 ຄົນ ໄດ້ຖືກອະນຸມັດຮັບຮອງເອົາແລ້ວ.

ພາຍໃຕ້ກົດໝາຍເລືອກຕັ້ງຂອງໄທນັ້ນ ຄະນະກໍາການເລືອກຕັ້ງຈະຕ້ອງໃຫ້ການອະນຸມັດ ຮັບຮອງ ເອົາຜູ້ສະໝັກທີ່ຊະນະການເລືອກຕັ້ງຢ່າງໜ້ອຍ 475 ຄົນໃຫ້ທັນກັບເວລາທີ່ສະພາ ແຫ່ງຊາດຊຸດໃໝ່ ຈະເປີດປະຊຸມຂຶ້ນ ເປັນເທື່ອທໍາອິດໃນວັນທີ່ 2 ເດືອນສິງຫາຈະມານີ້ ຊຶ່ງ ຄາດວ່າພັກປະສົມ ທີ່ນໍາໂດຍພັກຂອງທ່ານນາງຢິ່ງລັກຈະເລືອກເອົາທ່ານນາງເປັນນາຍົກ ລັດຖະມົນຕີ ໃນເວລານັ້ນ.

XS
SM
MD
LG