ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຄະນະກໍາມະການເລືອກຕັ້ງໄທ ຍັງບໍ່ໄດ້ຮັບຮອງເອົາໄຊຊະນະ ຂອງທ່ານນາງຢິ່ງລັກເທື່ອ


ທ່ານນາງ ຢິ່ງລັກ ຊິນນະວັດ ສັງກັດພັກເພື່ອໄທ ຜູ້ທີ່ຈະເປັນ ນາຍົກລັດຖະມົນຕີໄທຄົນໃໝ່
ທ່ານນາງ ຢິ່ງລັກ ຊິນນະວັດ ສັງກັດພັກເພື່ອໄທ ຜູ້ທີ່ຈະເປັນ ນາຍົກລັດຖະມົນຕີໄທຄົນໃໝ່

ທ່ານນາງ ຢິ່ງລັກ ຊິນນະວັດ ກ່າວວ່າ ທ່ານນາງຍັງໝັ້ນໃຈວ່າ ຈະໄດ້ເປັນນາຍົກລັດຖະມົນ
ຕີຍິງຄົນທໍາອິດຂອງໄທ ເຖິງແມ່ນ​ໄດ້​ມີ​ອຸປະສັກກີດຂວາງ​ໂຜ່​ຂຶ້ນ​ມາ ຈາກຄະນະກໍາມະການ
ເລືອກຕັ້ງຂອງປະເທດກໍຕາມ.

ທ່ານນາງ ຢິ່ງລັກ ເປັນຜູ້ນຶ່ງໃນຈໍານວນ 142 ຄົນ ຂອງ​ຜູ້ສະມັກທີ່​ໄດ້​ຖືກເລືອກ​ຕັ້ງໃຫ້​ເຂົ້າ
ນັ່ງ​ບ່ອນນັ່ງທັງໝົດ 500 ບ່ອນ​ໃນ​ສະພາ​ແຫ່ງ​ຊາດໃນການເລືອກຕັ້ງ​ເມື່ອ​ຕົ້ນເດືອນນີ້ ທີ່​ຍັງ
ບໍ່ໄດ້ຖືກຮັບຮອງໂດຍຄະນະກໍາມະການເລືອກຕັ້ງ ໃນຕອນແລງວັນອັງຄານວານນີ້ ເນຶ່ອງ
ຈາກການຮ້ອງທຸກວ່າມີການໂກງການເລືອກຕັ້ງ ຫລືຍ້ອນບັນຫາອື່ນໆ. ແຕ່ທ່ານນາງ​ໄດ້
ກ່າວໃນວັນພຸດມື້ນີ້ວ່າ ທ່ານນາງຍັງໝັ້ນໃຈວ່າ ຄະນະກໍາມະການເລືອກຕັ້ງຈະປະຕິບັດຕໍ່
ທ່ານນາງ​ແລະພັກເພື່ອໄທຂອງທ່ານນາງ ຢ່າງເປັນທໍາ.

ນອກນີ້ແລ້ວ ຄະນະກໍາມະການເລືອກຕັ້ງ ກໍຍັງບໍ່ໄດ້ຮັບຮອງເອົາ​ໄຊຊະນະ ​ໃນ​ການ​ຖືກ ເລືອກຕັ້ງຕື່ມອີກ ຂອງນາຍົກລັດຖະມົນຕີທີ່ກໍາລັງຈະພົ້ນຈາກຕໍາແໜ່ງ ທ່ານ ອະພິສິດ ເວດຊາຊີວະ ທີ່ປະ​ເຊີນ​ກັບ​ການຮ້ອງທຸກວ່າ ​ ຊື້​ສຽງນັ້ນ ທ່ານອະພິສິດ​ເອງໄດ້ຮັບ​ອະນຸ ຍາດ​ ໃຫ້​ກັບ​ຄືນ​ໄປຍັງສະພາ ເຖິງແມ່ນພັກຂອງທ່ານ​ໄດ້​ຮັບ​ການປາໄຊກໍຕາມ.

ຄະນະກໍາມະການບໍ່ໄດ້ລະບຸ​ໃຫ້​ຮູ້ກ່ຽວກັບການຮ້ອງທຸກໂດຍສະເພາະໃດໆ ຕໍ່ທ່ານນາງຢິ່ງລັກ ຊຶ່ງພັກເພື່ອໄທຂອງທ່ານນາງໄດ້ຮັບ​ໄຊຊະນະສຽງສ່ວນ ຫລາຍ ຄື 265 ບ່ອນນັ່ງ ແລະມີ ແຜນການຈະປະກອບລັດຖະບານຜະສົມ ກັບພັກການເມືອງນ້ອຍໆຫລາຍພັກ ບັດນີ້ຄະນະ​ກໍາມະການ​ເລືອກ​ຕັ້ງ ຈະຕ້ອງ​ໄດ້ທົບທວນຄືນເບິ່ງກໍລະນີຂອງທ່ານນາງຢິ່ງຣັກ ແລະຜູ້ສະມັກ ເລືອກຕັ້ງອື່ນໆ ທີ່ຍັງບໍ່​ໄດ້​ຮັບ​ການ​ຢືນຢັນ​ໄຊຊະນະ​ນັ້ນ..

ຄະນະກໍາມະການເລືອກຕັ້ງຈະຕ້ອງຮັບຮອງເອົາຜູ້ສະໝັກເລືອກຕັ້ງຈໍານວນ ຢ່າງໜ້ອຍ 475 ຄົນ ຂອງທັງໝົດ 500 ຄົນນັ້ນໃຫ້ທັນກັບ​ເວລາ​ທີ່ສະພາຊຸດໃໝ່ ຈະເລີ່ມ​ເຂົ້າປະຕິບັດງານ ໃນຕົ້ນເດືອນສິງຫານີ້.

XS
SM
MD
LG