ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ໄທປ່ອຍໂຕແກນນຳກຸ່ມເສື້ອແດງ ຄົນນຶ່ງອອກຈາກຄຸກເປັນເວລາສັ້ນໆ


Əsgər ölümünə etiraz aksiyası
Əsgər ölümünə etiraz aksiyası

ຜູ້ນຳຂອງກຸ່ມເສື້ອແດງຄົນນຶ່ງຂອງໄທ ໄດ້ຖືກປ່ອຍຕົວອອກຈາກຄຸກເປັນເວລາສັ້ນໆ ເພື່ອໄປຈົດທະບຽນເປັນຜູ້ສະມັກຮັບເລືອກຕັ້ງສຳລັບການເລືອກ ຕັ້ງຄັ້ງພິເສດໃນບາງກອກ.

ນາຍ ກໍແກ້ວ ພິກຸນທອງ ​ແກນ​ນຳອາວຸໂສຂອງກຸ່ມເສື້ອແດງ ນປຊ ທີ່​ໄດ້ມີສ່ວນພົວພັນກັບການຊຸມນຸມ ປະທ້ວງຕໍ່ຕ້ານລັດຖະບານຄັ້ງໃຫຍ່ໃນບາງກອກ ທີ່ສິ້ນສຸດລົງເມື່ອເດືອນຜ່ານມານັ້ນ ຖືກຈຳຄຸກໃນຂໍ້ຫາວ່າ ເປັນພວກກໍ່ການຮ້າຍ. ນາຍກໍແກ້ວ ໄດ້ກັບຄືນເຂົ້າຄຸກອີກຫລັງຈາກໄດ້ຍື່ນໃບສະໝັກເປັນ ຜູ້ຮັບເລືອກ ຕັ້ງ ​ແຂ່ງ​ກັບຜູ້ຮັບສະໝັກຄົນ​ນຶ່ງ​ຈາກພັກປະຊາທິປັດ ທີ່ປົກຄອງປະເທດຢູ່ໃນເວລານີ້.

ນາຍກໍແກ້ວ ຈະລົງສະໝັກຮັບເລືອກຕັ້ງ​ໃນ​ນາມ​ພັກເພື່ອໄທ ຊຶ່ງເປັນ ພັກຝ່າຍຄ້ານ. ຜູ້ກ່ຽວບໍ່ໄດ້ຖືກກ່າວ ຫາວ່າໄດ້ກໍ່ການອາຊະຍາກຳໃດໆທີ່ກ່ຽວ ພັນກັບບົດບາດຂອງ​ເຂົາໃນການປະທ້ວງເປັນເວລາ 10 ອາທິດ ທີ່ຍັງຜົນໃຫ້ມີຜູ້ເສຍຊີວິດ 90 ຄົນແລະອີກຫລາຍກວ່າ 1,800 ຄົນ ໄດ້ຮັບບາດເຈັບ ຄາດວ່ານາຍກໍແກ້ວ ຈະຖືກປ່ອຍຕົວອອກຈາກຄຸກອີກ ເພື່ອຈະໄດ້ທຳການໂຄສະນາຫາສຽງສຳລັບການເລືອກຕັ້ງທີ່ຈະຈັດຂື້ນ ​ໃນວັນທີ່ 25 ກໍລະກົດເດືອນໜ້ານີ້.

XS
SM
MD
LG