ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມູນນິທິອະນຸລັກສັດປ່າທີ່ໄທ ຖືກຂົ່ມຂູ່ຮາວີ (​ເບິ່ງ​ວີ​ດີ​ໂອ​ລາວ/ອັງກິດ)


ມູນ​ນິທິ​ນຶ່ງ​ທີ່ຊ່ວຍ​ເຫຼືອສັດປ່າ​ໃນ​ປະ​ເທດ​ໄທ​ກ່າ​ວວ່າ ຕົນ​ກໍາລັງ​ຖືກ​ນາບ​ຂູ່ຮາວີໂດຍລັດຖະ ບານ​ ຍ້ອນ​ການເປີດ​ເຜີຍ​ກ່ຽວ​ກັບ​ພວກ​ເຈົ້າໜ້າ​ທີ່​ ທີ່​ມີ​ຄວາມ​ກ່ຽວ​ພັນກັບ​ການ​ລັກລອບ​ລ່າ​ຊ້າງ. Daniel Schearf ຜູ້​ສື່​ຂ່າວວີ​ໂອ​ເອ ລາຍ​ງານຈາກ​ຈັງຫວັດ​ເພັດ​ບຸຣີຂອງ​ໄທ ບ່ອນທີ່​ພວກ​ເຈົ້າໜ້າ​ທີ່ຂອງ​ກົມ​ສວນ​ອຸດທະຍານ​ແຫ່ງ​ຊາດ ​ໄດ້ບຸກ​ເຂົ້າ​ໄປກວດ​​ຄົ້ນ​ບໍລິ​ເວນ​ປະຕິບັດ​ງານ​ຂອງ​​ມູນ​ທິນິດັ່ງກ່າວ ຊຶ່ງ​ທອງປານຈະ​ນໍາ​ເລຶ່ອງນີ້​ມາສະ​ເໜີ​ທ່ານ​.

ເບິ່ງ​ວີ​ດີ​ໂອ​ພາສາ​ລາວ:

ເມື່ອ​ສອງອາທິດ​ຜ່ານມາ​ນີ້​ກົມອຸດທະຍານ​ແຫ່ງ​ຊາດ​ຂອງ​ໄທ ​ໄດ້​ເລິ່ມຍ້າຍ​ສັດໜີ​ຈາກມູນ​ນິ
ທິ​ມິດຕະພາບ​ສັດປ່າ​ແຫ່ງປະ​ເທດ​ໄທ

ພວກ​ເຈົ້າໜ້າ​ທີ່​ກົມອຸດທະຍານ​ແຫ່ງ​ຊາດ ​ກ່າວ​ວ່າ ກຸ່ມໃຫ້ການ​ຊ່ວຍ​ເຫຼືອ​ສັດປ່າ​ທີ່​ດໍາ​ເນີ​ນ
ການ​ໂດຍ​ຕ່າງປະ​ເທດ​ນັ້ນ ບໍ່​ສາມາດນຳ​ສະ​ແດງ ໜັງສືເອກະສານ​ອ້າງ​ກໍ​າມະ​ສິດຂອງ​ການ
ເປັນ​ເຈົ້າຂອງ​ສັດ​ປ່າ​ທັງ​ໝົດ​ຂອງ​ພວກ​ເຂົາ​ເຈົ້າ ​ແລະ​ຈະ​ຕ້ອງ​ສົ່ງ​ສັດ​ພວກ​ນັ້ນ​ຄືນ​ໃຫ້​ເຈົ້າໜ້າ​ທີ່.

ເຈົ້າໜ້າ​ທີ່​ເວົ້າວ່າ “ທ່ານ Edwin Wiek ມີ​ບັນຫາ​ແລ້ວ” ແຕ່​ທ່ານ​ວີກ​ພັດ ກ່າວ​ວ່າ
“ນີ້​ຄື​ວິທີ​ທາງ​ນຶ່ງຂອງ​ພວກ​ເຈົ້າໜ້າ​ທີ່ ທີ່​ທໍາລາຍ​ຊື່​ສຽງ​ຂອງ​ຂ້ອຍ”

ແຕ່​ແນວ​ໃດ​ກໍ​ດີ ທ່ານ ​ເອັດ​ວິນ ວີກ ຫົວໜ້າ​ກຸ່ມ ກ່າວ​ວ່າ ເຈ້ຍ​ສໍ​ຂອງ​ທ່ານ ​ແມ່ນ​ຖືກຕ້ອງ​
ແລ້ວ ​ແລະ​ພວກ​ເຈົ້າໜ້າ​ທີ່​ມາກ​ວດກາ ບໍ່​ໄດ້​ໄປ​ທີ່​ນັ້ນ ​ເພື່ອ​ບັງຄັບ​ໃຫ້​ມີ​ການ​ປະຕິບັດ​ກົດ
ໝາຍ​ແຕ່​ຢ່າງ​ໃດ​ເລີຍ.

ທ່ານ ວີກ ກ່າວ​ວ່າ “ນີ້​ແມ່ນ​ເລຶ່ອງຂີ້ຕົວະນາບ​ຂູ່​ຮາວີທັງ​ໝົດ ຍ້ອນ​ພຽງ​ແຕ່​ວ່າ​ພວກ​ເຮົາ​ກ້າ
ເວົ້າ​ເປີດ​ເຜີຍ​ຄວາມ​ຈິງ​ອອກ​ມາ​ໃຫ້​ຄົນຮູ້​ກ່ຽວ​ກັບ​ການ​ລັກ ລອບ​ຄ້າ​ຊ້າງ​ຢ່າງ​ຜິ​ດກົດໝາຍ​
ໃນ​ປະ​ເທດ​ໄທ ​ແລະ​ການ​ລັກລອບ​ຄ້າ​ສັດປ່າ ຜິດ​ກົດໝາຍ​ພາຍ​ໃນ​ໄທ ຊຶ່ງ​ເປັນການ​ປິດ​ບັງ
ສໍາລັບ​ການ​ກໍ່​ອາດຊະຍາ​ກໍາ​ທີ່​ກະທໍາ​ໂດຍ​ກົມ​ອຸດທະຍານ​ແຫ່ງ​ຊາດ​ນັ້ນ.”

ທ່ານ ວີກ ກ່າວ​ອີກ​ວ່າ ພວກ​ເຈົ້າໜ້າ​ທີ່​ອຸດທະຍານ​ແຫ່ງ​ຊາດໄດ້​ມາ​ປະກົດ​ຕົວ ຫລັງ​ຈາກ
ທ່ານ​ໄດ້ພິມ​ເຜີຍ​ແຜ່​ຈົດໝາຍ​ຫລາຍ​ສະບັບ​ລົງ​ໃນ​ສື່​ມວນຊົນ ຂອງ​ໄທ​ເມື່ອ​ເດືອນ​ມັງກອນ
ຜ່ານ​ມາ ທີ່​ຕັ້ງ​ຄໍາ​ຖາມ​ກ່ຽວ​ກັບ​ຄໍາ​ອະທິບາຍ ຂອງ​ພວກ​ເຈົ້າໜ້າ​ທີ່ ກ່ຽວ​ກັບ​ວ່າ​ຊ້າງ​ຖືກ​ຂ້າ​
ຕາຍ​ຢູ່​ໃນ​ອຸດທະຍານ​ແຫ່ງ​ຊາດ​ໄດ້​ຢ່າງ​ໃດນັ້ນ.

ຕໍາຫລວດ​ໄທ ​ໄດ້ສົງ​ໄສ​ຮອງ​ຫົວໜ້າ​ອຸດທະຍານ​ແຫ່ງ​ຊາດ​ແກ້ງກຣະຈ່ານ ​ແລະ​ພວກ​ເຈົ້າ
ໜ້າ​ທີ່​ອຸດທະຍານ​ບາງ​ຄົນ ພົວພັນ​ກັບ​ການ​ລັກລອບ​ສັດ​ດັ່ງ ກ່າວ ​ແຕ່​ເທົ່າ​ເຖິງ​ປັດຈຸບັນ​ນີ້
ມີ​ຊາວບ້ານ​ພຽງ​ສອງ​ຄົນ​ເທົ່າ​ນັ້ນ​ທີ່​ຖືກ​ຂໍ້​ຫາ.

ທ່ານ ​ໄຊ​ວັດ ລິ​ມລິ​ຂິດ​ອັກ​ສອນ ຫົວໜ້າ​ອຸດທະຍານ​ແຫ່ງ​ຊາດ​ດັ່ງກ່າວ ປະຕິ​ເສດ​ວ່າ ພະ
ນັກງານ​ຂອງ​ລາວ​ບໍ່​ໄດ້ເຮັດ​ຫຍັງ​ຜິດ. ທ່ານໄຊ​ວັດ​ເວົ້າວ່າ “ຂ້າພະ​ເຈົ້າຢັ້ງຢືນ​ໄດ້​ວ່າ
ພວກ​ເຈົ້າໜ້າ​ທີ່​ອຸດທະຍານ​ແຫ່ງ​ຊາດ​ທຸກໆ​ຄົນ ລ້ວນ​ແລ້ວ​ແຕ່​ຮັກ​ຫອມທໍາ​ມະ​
ຊາດ ​ແລະ​ກໍ​ບໍ່​ມີ​ເຈົ້າໜ້າ​ທີ​ຄົນ​ໃດ​ທີ່​ກ່ຽວ​ພັນກັບ​ການ​ລັກລອບ​ລ່າ​ຊ້າງດັ່ງກ່າວ
ສິ່ງ​ທີ່​ໄດ້​ສົ່ງ​ອອກ​ອາ ກາດ​ເຜີຍ​ແຜ່​ໂດຍ​ສື່​ມວນ​ຊົນ​ນັ້ນ ມັນ​ກໍ​ເລີຍ​ໃຫ້​ເບິ່ງ​
ຄ້າຍໆ​ກັບ​ວ່າ ​ພວກ​ເຈົ້າໜ້າ​ທີ່​ອຸດ​ທະຍານ​ແຫ່ງ​ຊາດ​ມີ​ສ່ວນ​ກ່ຽວ​ພັນ​ກັບການ​
ລັກລອບ​ລ່າຊ້າງ”

ໃນ​ຂະນະພວກ​ເຈົ້າໜ້າ​ທີ່​ໄທໄດ້​ຮັບ​ຄໍາ​ຍ້ອງຍໍ​ສັນລະ​ເສີນ​ຈາກພວກ​ອະນຸລັກບາງ​ກຸ່ມສໍາລັບ
ໂຄງການ​ຕໍ່ຕ້ານ​ການ​ລັກລອບ​ລ່າສັດ​ຂອງ​ພວກ​ເຂົາ​ເຈົ້າ ຊຶ່ງ​ທ່ານ ​ໄຊ​ວັດ ກ່າ​ວວ່າ​ ອຸດທະ
ຍານ​ທີ່ຢູ່​ໃນ​ການ​ດູ​ແລ​ຂອງ​ທ່ານ​ນັ້ນ​ບໍ່​ມີ ​ເຈົ້າໜ້າ​ທີ່​ຮັກສາ​ປ່າ​ໄມ້​ພຽງພໍ ​ແລະ​ການ​ລົງ​ໂທດ
ຕໍ່​ຜູ້​ຂ້າ​ຊ້າງ​ປ່າ​ນັ້ນ​ແມ່ນເບົາເກີນ​ໄປ.

ພວກ​ເຈົ້າໜ້າ​ທີ່​ໄທ​ກ່າວ​ຕື່ມ​ວ່າ ຊ້າງ​ທີ່​ຖືກ​ຂ້າ​ສ່ວນ​ໃຫຍ່​ ແມ່ນ​ເພື່ອ​ເອົາ​ງາ ​ໄປ​ຂາຍ ຊຶ່ງ​ລາ
ຄາ​ງາ​ຊ້າງ​ຕົກ​ເປັນ​ປະມານ ນຶ່ງ​ພັນ​ຫ້າ​ຮ້ອຍ​ໂດ​ລາ​ຕໍ່​ງາ​ໜັກ ນຶ່ງ​ກິ​ໂລ ​ແຕ່​ພວກ​ລັກລອບລ່າ
ສັດປ່າ​ຍັງ​ໄດ້​ເອົາ​ສ່ວນ​ອື່ນໆ​ຂອງ​ຊ້າງ​ເຊັ່ນ ອະ​ໄວ​ຍະວະ​ສືບ​ພັນ ​ແລະ​ຊີ້ນ ​ໄປ​ຂາຍ​ເພື່ອ​ໃຊ້
ເປັນ​ຢາ​ພື້ນ​ບ້ານ ​ແລະ​ເປັນ​ອາຫານ​ພິ​ເສດ.

ນອກ​ນັ້ນ ພວກ​ລັກລອບ​ລ່າຊ້າງ​ຍັງ​ພາກັນ​ຂ້າ​ຊ້າງ​ໃຫຍ່​ທີ່​ປົກ​ປ້ອງ​ລູກໆ​ຂອງ​ມັນ ​ເພື່ອ​ເອົາ
ຊ້າງ​ນ້ອຍ​ໄປ​ຂາຍ​ ໃນ​ລາຄາ​ປະມານ​ເຈັດ​ພັນ​ໂດ​ລາ ເພື່ອ​ເຮັດ​ວຽກ​ຢູ່​ໃນທຸລະ​ກິດ​ການທ່ອງ​
ທີ່​ມີ​ກໍາ​ໄລ​ງານ​ຂອງ​ໄທ​ນັ້ນ​.

ເບິ່ງ​ວີ​ດີ​ໂອ​ລາຍ​ງານ​ພາສາ​ອັງກິດ:

XS
SM
MD
LG