ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໄທ ໃຫ້ຄຳໝັ້ນສັນຍາວ່າ ຈະນຳເອົາຊາວໄທກັບຈາກອິສຣາແອລ


ບັນດາຊາວໄທ ເດີນທາງມາຮອດສະໜາມບິນສຸວັນນະພູມຂອງກຸງເທບ ຫຼັງຈາກອົບພະຍົບອອກຈາກອິສຣາແອລ ທ່າມກາງຄວາມຂັດແຍ່ງຂອງກຸ່ມຮາມາສ,​ ໃນກຸງເທບ ປະເທດໄທ, ວັນທີ 12 ຕຸລາ 2023. (Tommy Walker/VOA)
ບັນດາຊາວໄທ ເດີນທາງມາຮອດສະໜາມບິນສຸວັນນະພູມຂອງກຸງເທບ ຫຼັງຈາກອົບພະຍົບອອກຈາກອິສຣາແອລ ທ່າມກາງຄວາມຂັດແຍ່ງຂອງກຸ່ມຮາມາສ,​ ໃນກຸງເທບ ປະເທດໄທ, ວັນທີ 12 ຕຸລາ 2023. (Tommy Walker/VOA)

ຊາວ​ໄທ​ກຸ່ມ​ທຳ​ອິດ ​ທີ່​ໄດ້​ຮັບ​ການຍົກ​ຍ້າຍ​ອອກ​ຈາກ​ອິ​ສ​ຣາ​ແອລ ຫຼັງການ​ບຸກ​ໂຈມ​ຕີ​ຂອງ​ກຸ່ມຮາມາສ ທາງ​ພາກ​ໃຕ້​ຂອງ​ອິດສຣາ​ແອລ ໄດ້​ໄປ​ເຖິງ​ບາງກອກ​ແລ້ວ.

ຊາວໄທ 15 ຄົນ ​ໄປຮອດສະໜາມບິນສາກົນສຸວັນນະພູມຂອງບາງກອກ ໃນວັນພະຫັດວານນີ້ ຫລັງຈາກຖ້ຽວບິນ ທີ່ຍາວນານ ຈາກນະຄອນເທລ ອາວິບ (Tel Aviv). ນັກ​ຂ່າວ​ຈຳນວນ​ຫຼວງ​ຫຼາຍ​ໄດ້​ລໍຖ້າພວກ​ເຂົາຢູ່, ພ້ອມ​ກັບ​ເຈົ້າ​ໜ້າ​ທີ່​ລັດຖະບານ ​ແລະ ສະມາຊິກໃນ​ຄອບຄົວ​ທີ່​ເປັນ​ກັງວົນ.

“ທ່ານນາຍົກລັດຖະມົນຕີ ໄດ້ສັ່ງການໃຫ້ຂ້າພະເຈົ້າ, ລັດຖະມົນຕີຄົນອື່ນໆ, ລັດຖະມົນຕີກະຊວງແຮງງານ, ລັດຖະມົນຕີກະຊວງປ້ອງກັນປະເທດ, ຮອງລັດຖະມົນຕີກະຊວງສາທາລະນະສຸກ ໃຫ້ມາຮັບຊາວໄທກຸ່ມນີ້ ທີ່ໄດ້ເດີນທາງກັບຄືນມາຢ່າງປອດໄພ. ທ່ານປານປຣີ ພະຫິດທານຸກອນ ( Parnpree Bahiddha-Nukara) ລັດຖະມົນຕີກະຊວງການຕ່າງປະເທດ ກ່າວຕໍ່ບັນດານັກຂ່າວ.

ຜູ້​ທີ່​ໄດ້ເດີນທາງກັບ​ຄືນ​ປະ​ເທດ​ສອງ​ຄົນ ​ແມ່ນ​ຢູ່​ໃນ​ລໍ້​ຍູ້, ເຊິ່ງ​ໄດ້ຢູ່ໃນເຫດການ ​ການຈະລາຈົນ ​ທີ່​ກ່ຽວ​ຂ້ອງ​ກັບ​ອິສຣາ​ແອ​ລ ​ແລະ​ກຸ່ມ​ຫົວ​ຮຸນ​ແຮງຮາມາສ.

ນຶ່ງໃນນັ້ນ ແມ່ນ ທ້າວກັດຊາກອນ ພັດຕາສອນ (Katchakorn Pudtason), ເຊິ່ງໄດ້ເລົ່າວ່າຕົນໄດ້ຕົກຢູ່ໃນແລວຂອງການຍິງໂຈມຕີ ແລະຖືກຍິງຢູ່ຫົວເຂົ່າ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG