ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສະ​ພາ​ແຫ່ງ​ຊາດ ໄທ ເປີດກອງ​ປະ​ຊຸມ ເພື່ອ​ເລືອກ ນາ​ຍົກ​ລັດ​ຖະ​ມົນ​ຕີ ຄົນ​ໃໝ່


ນາ​ຍົກ​ລັດ​ຖະ​ມົນ​ຕີ ໄທ ທ່ານ ປ​ຣະ​ຢຸດ ຈັນ​ໂອ​ຊາ ປ່ອນ​ບັດ​ຄະ​ແນນ​ສຽງ ຢູ່ສະ​ຖານ​ທີ່​ປ່ອນ​ບັດ​ໃນ​ ບາງກອກ, ໄທ. 24 ມີ​ນາ, 2019.
ນາ​ຍົກ​ລັດ​ຖະ​ມົນ​ຕີ ໄທ ທ່ານ ປ​ຣະ​ຢຸດ ຈັນ​ໂອ​ຊາ ປ່ອນ​ບັດ​ຄະ​ແນນ​ສຽງ ຢູ່ສະ​ຖານ​ທີ່​ປ່ອນ​ບັດ​ໃນ​ ບາງກອກ, ໄທ. 24 ມີ​ນາ, 2019.

ທ່ານ ປ​ຣະ​ຢຸດ ຈັນໂອ​ຊາ, ຫົວ​ໜ້າ​ຂອງ​ລັດ​ຖະ​ບານ​ທະ​ຫານ ​ທີ່​ກຳ​ລັງ​ປົກ​ຄອງ​ປະ​ເທດ
ໄທ, ໄດ້ຮັບການຄາດຄະເນກັນຢ່າງກວ້າງຂວາງວ່າ ຈະຖືກເລືອກເປັນນາຍົກລັດຖະ
ມົນຕີ ເມື່ອສະພາແຫ່ງຊາດຂອງປະເທດດັ່ງກ່າວ ເປີດກອງປະຊຸມເປັນຄັ້ງທຳອິດ ໃນ
ວັນພຸດມື້ນີ້.

ທ່ານ ປ​ຣະ​ຢຸດ ໄດ້​ຮັບ​ການໜຸນ​ຫຼັງ​ຈາກພັນ​ທະ​ມິດ​ ທີ່​ນຳ​ໜ້າ​ໂດຍ ​ພັກພະ​ລັງ ປະ​ຊາ​ຣັດ
ທີ່ສະໜັບສະໜູນກອງທັບບົກ, ເຊິ່ງໄດ້ຊະນະຫຼາຍກວ່າ 100 ບ່ອນນັ່ງໃນສະພາຕ່ຳທີ່ມີ
ບ່ອນນັ່ງຫຼາຍກວ່າ 500 ບ່ອນ ຫຼັງຈາກໄດ້ຊະນະການລົງຄະແນນສຽງຂອງປະຊາຊົນ
ໃນການເລືອກຕັ້ງທົ່ວໄປ ເມື່ອວັນທີ 24 ມີນາທີ່ຜ່ານມາ. ທ່ານຍັງຖືກຄາດວ່າ ຈະໄດ້ຮັບ
ຄະແນນສຽງຈາກສະພາສູງທີ່ມີ 250 ບ່ອນນັ່ງ, ເຊິ່ງສະມາຊິກຂອງເຂົາເຈົ້າຖືກເລືອກ
ໂດຍລັດຖະບານທະຫານ, ເຮັດໃຫ້ທ່ານ ມີຄະແນນສຽງທີ່ຕ້ອງການ 376 ຄະແນນ
ຈາກທັງສອງສະພາຂອງ ໄທ.

ຄວາມ​ນິ​ຍົມ​ຂອງ​ທ່ານ ປ​ຣະ​ຢຸດ ໄດ້​ຂະ​ຫຍາຍ​ຂຶ້ນ ເມື່ອ​ທ່ານ​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​
ຂອງພັກປະຊາທິປັດ, ເປັນການເຄື່ອນໄຫວທີ່ໄດ້ເຮັດໃຫ້ຜູ້ນຳພັກ ແລະ ອະດີດນາຍົກ
ລັດຖະມົນຕີ ທ່ານ ອະພິສິດ ເວດຊາຊີວະ ລາອອກຈາກບ່ອນນັ່ງໃນສະພາແຫ່ງຊາດ.

ພັນ​ທະ​ມິດ​ຝ່າຍ​ຄ້ານ​ທີ່​ມີ​ເຈັດ​ພັກ ຊື່​ວ່າ ແນວ​ໂຮມ​ປະ​ຊາ​ທິ​ປະ​ໄຕ ໄດ້​ສະ​ເໜີ​ຊື່​ທ່ານ ທະ
ນາທອນ ຈຶງຣຸ້ງເຣືອງກິດ, ເຊິ່ງແມ່ນຜູ້ນຳຂອງພັກ ອະນາຄົດໃໝ່, ເປັນນາຍົກລັດຖະມົນ
ຕີ. ແຕ່ທ່ານ ທະນາທອນ ໄດ້ຖືກພັກວຽກຊົ່ວຄາວຈາກສະພາ ໃນຂະນະທີ່ທ່ານປະເຊີນ
ກັບຂໍ້ກ່າວຫາ ການປຸກລະດົມຕໍ່ຕ້ານລັດຖະບານ ຈາກການປະທ້ວງນັກສຶກສາໃນປີ
2015. ທ່ານອາດຖືກຈັບເຂົ້າຄຸກເຖິງ 9 ປີຖ້າຖືກພົບວ່າມີຄວາມຜິດ.

ພັນ​ທະ​ມິດ​ດັ່ງ​ກ່າວ​ລວມ​ມີ​ພັກ​ ເພື່ອ​ໄທ, ເຊິ່ງ​ຄັ້ງ​ນຶ່ງ​ເຄີຍ​ຖືກ​ນຳ​ພາ​ໂດຍ​ອະ​ດີດ​ນາ​ຍົກ​ລັດ
ຖະມົນຕີ ທ່ານ ທັກສິນ ຊິນນະວັດ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG