ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ໄທ ເປີດການ ເຈລະຈາ ສັນຕິພາບ ກັບພວກກະບົດ ມຸສລິມ ໃນພາກໃຕ້ (ວີດິໂອ)


ທ່ານ ພະຣາດອນ ພັດທະນະຖາບຸດ (ຊ້າຍ) ເລຂາທິການໃຫຍ່ສະພາຄວາມໝັ້ນຄົງແຫ່ງ ຊາດຂອງໄທ ໂອ້ລົມກັບທ່ານ Aziz , Benhawan ປະທານສະພາທີ່ປຶກສາດ້ານສັນຕິພາບ ຢູ່ໃນບັນດາແຂວງພາກໃຕ້ ກ່ອນຈະເຂົ້າຫ້ອງເຈລະຈາສັນຕິພາບກັບພວກກະບົດມຸສລິມໃນວັນພະຫັດມື້ນີ້
ທ່ານ ພະຣາດອນ ພັດທະນະຖາບຸດ (ຊ້າຍ) ເລຂາທິການໃຫຍ່ສະພາຄວາມໝັ້ນຄົງແຫ່ງ ຊາດຂອງໄທ ໂອ້ລົມກັບທ່ານ Aziz , Benhawan ປະທານສະພາທີ່ປຶກສາດ້ານສັນຕິພາບ ຢູ່ໃນບັນດາແຂວງພາກໃຕ້ ກ່ອນຈະເຂົ້າຫ້ອງເຈລະຈາສັນຕິພາບກັບພວກກະບົດມຸສລິມໃນວັນພະຫັດມື້ນີ້
ໄທ ໄດ້ເປີດການເຈລະຈາສັນຕິພາບເປັນຄັ້ງທໍາອິດກັບພວກ
ກະບົດມຸສລິມທີ່ສຳຄັນກຸ່ມນຶ່ງ ໃນຂະນະທີ່ໄດ້ມີການຖິ້ມໂທດ ກ່ຽວກັບການໂຈມຕີທີ່ຮ້າຍແຮງອີກຄັ້ງນຶ່ງໃສ່ພວກກະບົດຢູ່ໃນ
ເຂດພາກໃຕ້ທີ່ວຸ້ນວາຍຂອງໄທ.

ເຈົ້າໜ້າທີ່ໄທເວົ້າວ່າ ການຫລຸດຜ່ອນການກໍ່ຄວາມຮຸນແຮງລົງ
ແລະການສ້າງ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນແມ່ນເປົ້າ ໝາຍທີ່ສຳຄັນໃນການເຈລະຈາ ທີ່ຈັດຂຶ້ນໃນວັນພະຫັດມື້ນີ້ ກັບກຸ່ມແນວໂຮມປະຕິວັດແຫ່ງຊາດ ຫຼື BRN ຢູ່ທີ່ນະຄອນ
ຫລວງກົວລາລໍາເປີຂອງມາເລເຊຍ.

ກຸ່ມແນວໂຮມ BRN ທີ່ມີສໍານັກງານຕັ້ງຢູ່ປະເທດມາເລເຊຍເປັນພຽງແຕ່ນຶ່ງ ໃນບັນດາກຸ່ມ
ປະກອບອາວຸດ ທີ່ກຳລັງທຳການຕໍ່ສູ້ໃນການກໍ່ກະບົດ ທີ່ເຮັດໃຫ້ຫລາຍກວ່າ 5 ພັນຄົນ
ເສຍຊີວິດໄປແລ້ວ ໃນໄລຍະ 9 ປີຜ່ານມາ ຢູ່ໃນເຂດພາກໃຕ້ຂອງປະເທດ ທີ່ມີຊາວມຸສລິມ
ອາໄສຢູ່ເປັນສ່ວນໃຫຍ່ນັ້ນ.

ທ່ານ ພະຣາດອນ ພັດທະນະຖາບຸດ ເລຂາທິການສະພາຄວາມໝັ້ນຄົງແຫ່ງຊາດຂອງໄທ
ມີຄວາມຫວັງໄປໃນແງ່ດີວ່າ ການເຈລະຈາຈະສາມາດບັນລຸຜົນ ທີ່ຍືນຍາວຕະຫລອດໄປ
ແຕ່ກໍເວົ້າວ່າ ການຈະໄດ້ຮັບຜົນນີ້ມັນຕ້ອງໃຊ້ເວລາ.

ທ່ານພະຣາດອນເວົ້າວ່າ: “ກໍຍັງຢືນຢັນວ່າ ເປັນເລື້ອງຂອງປະເດັນຫລັກຂອງການຫລຸດ
ເຫດຄວາມຮຸນແຮງ ແລະກໍຍັງຄິດວ່າ BRN ນີ້ ເປັນກຸ່ມຫລັກ ເປັນກຸ່ມໃຫຍ່ທີ່ສຸດ ທີ່ມີ
ອິດທິພົນຕໍ່ເຫດການໃນທ້ອງຖິ່ນ ສະນັ້ນ ເມື່ອເຮົາມີ ການໂອ້ລົມກັບ BRN ແລ້ວ ກໍເຊື່ອ
ວ່າ ພວກເຂົາເຈົ້າຈະສາມາດຕິດຕໍ່ໄປຫາ ກອງກໍາລັງຢູ່ໃນທ້ອງຖິ່ນ ແລະກໍອາດໃຊ້ເວລາ
ໄລຍະນຶ່ງເພື່ອຈະໃຫ້ປະກົດ ເປັນຮູບປະທໍາໃນການຫລຸດຜ່ອນເຫດຄວາມຮຸນແຮງລົງ.”

ໃນເວລາບໍ່ພໍເທົ່າໃດຊົ່ວໂມງ ກ່ອນໜ້າຈະມີການເຈລະຈາຈະເລີ້ມຕົ້ນຂຶ້ນນັ້ນ ທະຫານ
ໄທສາມຄົນ ໄດ້ຖືກສັງຫານ ແລະອີກ 5 ຄົນໄດ້ຮັບບາດເຈັບ ໃນການດັກໂຈມຕີຢູ່ຕາມ
ແຄມທາງແຫ່ງນຶ່ງ ໃນແຂວງນະຣາທິວາດ ຢູ່ພາກໃຕ້ ຂອງປະເທດ. ພວກເຈົ້າໜ້າທີ່ ໄດ້ຖິ້ມ
ໂທດການໂຈມຕີດັ່ງກ່າວ ໃສ່ພວກຫົວຮຸນແຮງ ທີ່ພະຍາຍາມຫາທາງຂັດຂວາງການເຈລະ
ຈາດັ່ງກ່າວ.

ເບິ່ງວີດິໂອກ່ຽວຂ້ອງກັບຂ່າວນີ້:

XS
SM
MD
LG