ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

​ຝ່າຍ​ຄ້ານ ໄທ ເຊັນ​ຂໍ້​ຕົກ​ລົງ​ພັນ​ທະ​ມິດ, ສັນ​ຍາ​ຈະ​ນຳ​ເອົາ​ປະ​ຊາ​ທິ​ປະ​ໄຕ​ກັບ​ຄືນ​ມາ


ຜູ້​ນຳ​ພັກ​ກ້າວ​ໄກ ແລະ ຜູ້​ລົງ​ແຂ່ງ​ຂັນ​ເປັນ​ນາ​ຍົກ​ລັດ​ຖະ​ມົນ​ຕີ ທ່ານ ພິ​ທາ ລິ້ມ​ຈະ​ເຣີນ​ຣັດ ແລະ ບັນ​ດາ​ຄູ່​ຮ່ວມ​ພັນ​ທະ​ມິດ​ເດີນ​ທາງ​ຮອດ​ພິ​ທີ​ສັນ​ບັນ​ທຶກ​ຄວາມ​ເຂົ້າ​ໃຈເພື່ອ​ຕັ້ງ​ລັດ​ຖະ​ບານ​ໃໝ່, ບາງກອກ, 22 ພຶດ​ສະ​ພ 2023.
ຜູ້​ນຳ​ພັກ​ກ້າວ​ໄກ ແລະ ຜູ້​ລົງ​ແຂ່ງ​ຂັນ​ເປັນ​ນາ​ຍົກ​ລັດ​ຖະ​ມົນ​ຕີ ທ່ານ ພິ​ທາ ລິ້ມ​ຈະ​ເຣີນ​ຣັດ ແລະ ບັນ​ດາ​ຄູ່​ຮ່ວມ​ພັນ​ທະ​ມິດ​ເດີນ​ທາງ​ຮອດ​ພິ​ທີ​ສັນ​ບັນ​ທຶກ​ຄວາມ​ເຂົ້າ​ໃຈເພື່ອ​ຕັ້ງ​ລັດ​ຖະ​ບານ​ໃໝ່, ບາງກອກ, 22 ພຶດ​ສະ​ພ 2023.

ບັນ​ດາ​ສະ​ມາ​ຊິກ​ຂອງ​ພັນ​ທະ​ມິດ ​ທີ່​ປະ​ກອບ​ມີ 8 ພັກ​ຂອງ ໄທ ທີ່​ໄດ້​ຊະ​ນະ​ບ່ອນ​ນັ່ງ​ສ່ວນຫຼາຍ​ໃນ​ການ​ເລືອກ​ຕັ້ງ​ທົ່ວ​ໄປ​ຂອງ ໄທ ເມື່ອ​ວັນ​ທີ 14 ພຶດ​ສະ​ພາ​ທີ່​ຜ່ານ​ມາ​ໄດ້​ຕົກ​ລົງ​ກັນ​ຢ່າງ​ເປັນ​ທາງ​ການ​ທີ່​ຈະ​ເຮັດ​ວຽກ​ຮ່ວມ​ກັນ, ໂດຍ​ໄດ້​ຂຽນ​ນະ​ໂຍ​ບາຍ​ໃໝ່​ຕ່າງໆ​ອອກ​ມາໃນ​ຂະ​ນະ​ທີ່​ເຂົາ​ເຈົ້າ​ພະ​ຍາ​ຍາມ​ທີ່​ຈະ​ນຳ​ພາ​ລັດ​ຖະ​ບານ​ຕໍ່​ໄປ​ຂອງ​ປະ​ເທດ.

ບັນ​ດາ​ພັກ​ການ​ເມືອງ​ເຊິ່ງ​ນຳ​ໜ້າ​ໂດຍ​ພັກ​ກ້າ​ວ​ໄກ ໄດ້​ເຊັນ​ບັນ​ທຶກ​ຄວາມ​ເຂົ້າ​ໃຈ, ທີ່​ປະ​ກອບ​ມີ​ເກືອບ 20 ຂໍ້​ສັນ​ຍາ ແລະ ເງື່ອນ​ໄຂ​ທີ່​ເຂົາ​ເຈົ້າ​ຢາກ​ຈະ​ປະ​ຕິ​ບັດ, ລວມທັງກຸ່ມ​ຕ່າງໆ​ເພື່ອ​ຊອກ​ຫາ​ຂໍ້​ໂຕ້​ແຍ້ງໃນ​ບັນ​ດາ​ພັກ​ນັ້ນ.

ການ​ເຊັນ​ຂໍ້​ຕົກ​ລົງ​ພັນ​ທ​ະ​ມິດ​ໄດ້​ມີ​ຂຶ້ນ​ໃນ​ວັນ​ຄົບ​ຮອບ 9 ປີ​ຂອງ​ການ​ກໍ່​ລັດ​ຖະ​ປະ​ຫານ​ເມື່ອ​ປີ 2014 ຂອງ​ໄທ.

ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ທີ່​ເຕັມ​ໄປ​ດ້ວຍ​ຜູ້​ເຂົ້າ​ຟັງ​ເມື່ອ​ຕອນ​ບ່າຍ​ຂອງວັນ​ຈັນ​ວານນີ້​ຢູ່​ໂຮງ​ແຮມ ຄອນ​ແຣດ ໃນ​ບາງກອກ​ນັ້ນ, ຜູ້​ນຳ​ພັກ​ກ້າວ​ໄກ ທ່ານ ພິ​ທາ ລິ້ມ​ຈະ​ເຣີນ​ຣັດໄດ້​ເຊັນ​ຂໍ້​ຕົກ​ລົງ​ພ້ອມ​ກັບ​ບັນ​ດາ​ຜູ້​ນຳ​ຂອງ​ພັນ​ທະ​ມິດ​ອື່ນໆ, ແລະ ໄດ້​ສະ​ແດງ 23 ຈຸດ​ທີ່​ເຂົ​າ​ເຈົ້າ​ໄດ້​ຕົກ​ລົງ​ກັນ​ເພື່ອ​ເຮັດ​ໃຫ້​ແລ້ວ​ສຳ​ເລັດ, ແລະ ໄດ້​ເອີ້ນ​ການ​ເຈ​ລະ​ຈາ​ວ່າ “ມີ​ໝາກ​ຜົນ,” ຮອບ​ດ້ານ ແລະ ເປັນ​ການ​ເລີ່ມ​ຕົ້ນ​ທີ່​ດີ.”

ທ່ານ ພິ​ທາ ໄດ້​ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ​ວ່າ “ມື້ນີ້​ແມ່ນ ກ່ຽວ​ກັບ ການ​ຈັດ​ຕັ້ງ​ມັ​ນ​ຂຶ້ນ, ເປັນ​ການ​ເລີ່ມ​ຕົ້ນ​ທີ່​ດີ, ທີ່​ພວກ​ເຮົາ​ຕ້ອງ​ເຮັດ​ວຽກ​ຮ່ວມ​ກັນ​ເພື່ອ​ກ້າວ​ໄປ​ໜ້າ​ເພື່ອ​ປະ​ກາດ​ນະ​ໂຍ​ບາຍ​ຂອງ​ພວກ​ເຮົາ ຫຼັງ​ຈາກ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ເປັນ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ສະ​ນັ້ນ​ມື້ນີ້​ແມ່ນ​ພຽງ​ບາດ​ກ້າວ​ທຳ​ອິດ. ມັນ​ມີຫຼາຍ​ບາດ​ກ້າວ​ໃໝ່​ຫຼັງ​ຈາກ​ນັ້ນ, ແລະ ພວກ​ເຮົາ​ຄົງ​ຈະ​ອະ​ທິ​ບາຍ​ຕື່ມ​ອີກຖ້າ​ມີ​ການ​ປ່ຽນ​ແປງເກີດ​ຂຶ້ນ.”

ພັກ​ອື່ນໆທີ່​ຢູ່​ໃນ​ພັນ​ທະ​ມິດ​ດັ່ງ​ກ່າວ​ລວມ​ມີ​ພັກ​ເພື່ອ​ໄທ, ປະ​ຊາ​ຊາດ, ໄທ​ສ້າງ​ໄທ, ເສ​ລີ​ລວມ​ໄທ, ພັກ​ເປັນ​ທຳ, ເພື່ອ​ໄທ​ລວມ​ພະ​ລັງ ແລະ ພະ​ລັງ​ສັງ​ຄົ​ມ​ໃໝ່.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG