ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານນາງຢິ່ງລັກປະກອບ ລັດຖະບານຊຸດໃໝ່ ຂອງໄທແລ້ວ


ນາຍົກລັດຖະມົນຕີແມ່ຍິງຄົນທໍາອິດຂອງໄທ ທ່ານນາງຢິ່ງລັກ ຊິນນະວັດ ເດີນທາງໄປຮອດທໍານຽບນາຍົກ ທີ່ບາງກອກ ເພື່ອເຂົ້າຮ່ວມກອງປະຊຸມນັດທໍາອິດຂອງຄະນະລັດຖະບານ, ວັນທີ 11 ສິງຫາ 2011. REUTERS/Sukree Sukplang
ນາຍົກລັດຖະມົນຕີແມ່ຍິງຄົນທໍາອິດຂອງໄທ ທ່ານນາງຢິ່ງລັກ ຊິນນະວັດ ເດີນທາງໄປຮອດທໍານຽບນາຍົກ ທີ່ບາງກອກ ເພື່ອເຂົ້າຮ່ວມກອງປະຊຸມນັດທໍາອິດຂອງຄະນະລັດຖະບານ, ວັນທີ 11 ສິງຫາ 2011. REUTERS/Sukree Sukplang

ຄະນະລັດຖະບານຊຸດໃໝ່ຂອງນາຍົກລັດຖະມົນຕີຄົນໃໝ່ຂອງໄທ ທ່ານນາງ ຢິ່ງລັກ ຊິນນະວັດ ໄດ້ເປັນຮູບເປັນຮ່າງຂຶ້ນມາແລ້ວ ຊຶ່ງຄອບງໍາໂດຍສະມາຊິກຂອງພັກການເມືອງ ຂອງທ່ານນາງ ແລະພັກທີ່ຮ່ວມຢູ່ໃນລັດຖະບານປະສົມ ໂດຍມີຄົນພາຍນອກບໍ່ເທົ່າໃດຄົນ. ແລະຕາມຜູ້ສື່ ຂ່າວວີໂອເອ Ron Corben ລາຍ ງານຈາກບາງກອກນັ້ນ ກໍແມ່ນວ່າ ທ່ານນາງບໍ່ໄດ້ລວມເອົາພວກຜູ້ນໍາຫລືແກນນໍາ ທີ່ເປັນບັນຫາຂັດແຍ້ງກັນ ຂອງກຸ່ມທີ່ເອີ້ນ ກັນວ່າ ຂະບວນການປະທ້ວງເສື້ອແດງ ທີ່ໄດ້ຊ່ວຍໃຫ້ພັກຂອງທ່ານນາງໄດ້ຂຶ້ນ ມາກໍາອໍາ ນາດທາງການເມືອງນັ້ນ. ດາຣາມີລາຍລະອຽດ ມາສະເໜີທ່ານ.

ຄາດວ່າ ຄະນະລັດຖະບານໄທຊຸດໃໝ່ ທີ່ປະກອບດ້ວຍສະມາຊິກ 35 ຄົນ ຈະພະຍາ
ຍາມຈັດ​ຕັ້ງປະຕິບັດ​ໃນ​ໄວໆ​ນີ້ ພວກນະໂຍບາຍປະຊານິຍົມທາງດ້ານເສດຖະກິດແລະ
ສັງຄົມຕ່າງໆ ທີ່ໄດ້ຊ່ວຍຂັບດັນທ່ານນາງ ຢິ່ງລັກ ຊິນນະວັດ ​ໄປ​ສູ່​ໄຊຊະນະ​ໃນການ
ເລືອກຕັ້ງໃນຕົ້ນເດືອນແລ້ວນັ້ນ.

ເຖິງ​ແມ່ນ​ວ່າ ຕໍາແໜ່ງສ່ວນໃຫຍ່​ໃນ​ຄະນະລັດຖະບານ​ໄດ້ມອບ​ໃຫ້ພັກເພື່ອໄທຂອງທ່ານ
ນາງ ​ແລະ​ພັກ​ພາຄີ​ໃນຄະນະລັດຖະບານປະສົມ ​ແຕ່ທ່ານນາງກໍໄດ້ເລືອກເອົາພວກຄົນ
ພາຍນອກ ມາກໍາຕໍາແໜ່ງ​ໃນ​ກະຊວງການເງິນແລະພານິດ ອັນ​ເປັນ​ຕໍາ​ແໜ່​ງທີ່​ສໍາຄັນ​ນັ້ນ.

ທ່ານ ທິຕິນັນ ພົງສຸດທິຣັກ ນັກລັດຖະສາດການເມືອງປະຈໍາມະຫາວິທະຍາໄລຈຸລາລົງ
ກອນ ກ່າວວ່າ ທ່ານ​ໄດ້​ຕັ້ງຄວາມຫວັງໄວ້ວ່າ ຈະມີພວກມືອາຊີບທີ່ມີປະສົບການສູງ​ເຂົ້າ
ມາຮ່ວມຢູ່ໃນຄະນະລັດຖະບານຊຸດໃໝ່​ນີ້. ທ່ານ ທິຕິນັນ ​ເວົ້າ​ວ່າ:

“ປາກົດວ່າມັນບໍ່ເປັນໄປຕາມທີ່ຄາດໝາຍໄວ້ແຕ່ເບຶ້ອງຕົ້ນ. ຄວາມຄາດໝາຍ
ໃນເບຶ້ອງຕົ້ນນັ້ນ ກໍ​ຄື​ວ່າ ພວກເຂົາເຈົ້າຈະແຕ່ງຕັ້ງພວກຄົນຈາກພາຍນອກ ທີ່
ເປັນມືອາຊີບ ​ເປັນ​ນັກວິຊາການ​ດ້ານນະໂຍບາຍນັ້ນ ຫລາຍ​ຄົນ​ກ່ວາ​ນີ້ ແຕ່
ບາດແລ້ວກໍ່ມີພຽງບໍ່ເທົ່າໃດຄົນທີ່ ​ເຂົ້າ​ມາກໍາຕໍາແໜ່ງທາງເສດຖະກິດ ກໍ​ມີ
ລັດຖະມົນຕີການເງິນ ລັດຖະມົນຕີການພານິດ ຊຶ່ງ​ກໍາ​ສອງຕໍາແໜ່ງຄວບ ​ເປັນຮອງນາຍົກລັດຖະມົນຕີນໍາ. ນອກຈາກ​ພວກນີ້​ແລ້ວ ການຄັດເລືອກ​ເອົາ​
ລັດຖະມົນຕີ ແມ່ນອິງ​ໃສ່ພັກ ແລະການແບ່ງສ່ວນກັນ.”

ທ່ານທັກສິນ ຊິນນະວັດ
ທ່ານທັກສິນ ຊິນນະວັດ

ການກ້າວເຂົ້າມາກໍາອໍານາດຂອງລັດຖະ
ບານຊຸດໃໝ່ນີ້ ແມ່ນມີຂຶ້ນຫລັງຍຸກແຫ່ງ
ຄວາມປັ່ນປ່ວນທາງການເມືອງຢ່າງ​ໃຫຍ່
ໃນປະ​ເທດໄທ. ອະດີດນາຍົກລັດຖະມົນ
ຕີ ທັກສິນ ຊິນນະວັດ ອ້າຍຂອງທ່ານ
ນາງຢິ່ງລັກ ​ໄດ້ຖືກໂຄ່ນລົ້ມຈາກອໍານາດ
ໃນການກໍ່ລັດຖະປະຫານເມື່ອປີ 2006
ຍ້ອນ​ການຂັດແຍ້ງກັນລະຫວ່າງລັດຖະ
ບານຂອງທ່ານ ແລະພວກຊົນຊັ້ນສູງ
ເຈົ້າຂຸນມູນນາຍ ໃນສັງຄົມໄທນັ້ນ.

ລັດຖະມົນກະຊວງປ້ອງກັນປະເທດຄົນ
ໃໝ່ຂອງທ່ານນາງຢິ່ງລັກ ເປັນອະດີດ
ນາຍພົນເອກ ທີ່ຖືກມອງເຫັນວ່າເປັນ
ຜູ້ທີ່ບໍ່ມັກການປະເຊີນໜ້າກັນ ແລະ
ຄາດວ່າ ຈະປະຕິບັດງານ​ໄດ້​ຢ່າງກົມກຽວກັນດີກັບຝ່າຍທະຫານ.

ນັກເສດຖະສາດ ສົມພົບ ມານະຣັງສັນ ສະແດງຄວາມຍິນດີທີ່​ທ່ານ​ນາງ​ຢິ່ງລັກ​ໄດ້ຄັດ
ເລືອກ​ເອົາ​ຄົນຈາກພາຍນອກ ມາ​ເຂົ້າຮ່ວມໃນຄະນະລັດຖະບານ ຊຶ່ງ​ເປັນຜູ້ທີ່ມີປະສົບ
ປະການດ້ານການເງິນເປັນຢ່າງດີ ໂດຍສະເພາະໃນຊ່ວງ​ເວລາທີ່ບໍ່ແນ່ນອນຂອງເສດຖະ
ກິດ​ໂລກ ດັ່ງທີ່ເປັນຢູ່ໃນຂະນະນີ້. ທ່ານ ສົມພົບ ເວົ້າວ່າ:

“ຕໍ່ນີ້ໄປ ປະເທດໄທຈະມີ​ຄວາມທຸ່ນທ່ຽງດີແລະມີນະໂຍບາຍເສດຖະກິດມະ
ຫາພາກທີ່ມີປະສິດທິພາບ ແມ່ນແຕ່​ໃນສະພາວະຕະຫລາດການເງິນຂອງ
ໂລກ ທີ່ຂຶ້ນໆລົງໆຢູ່ໃນຂະນະນີ້ ຢູ່ໃນທັງສະຫະລັດແລະສະຫະພາບຢຸໂຣບ
ນັ້ນກໍຕາມ ຊຶ່ງນັ້ນໝາຍເຖິງວ່າ ພວກເຮົາຕ້ອງ​ໄດ້​ກະກຽມປະເທດຊາດ
ໂດຍສະເພາະ​ແລ້ວ​ກໍ​ແມ່ນ​ກຽມເລື່ອງນະໂຍບາຍເສດຖະກິດມະຫາພາກ ​
ໃຫ້ມີ​ຄວາມພ້ອມຫລາຍ​ຂຶ້ນ​ກ່ວາ​ເກົ່າ ເພື່ອຮັບມືກັບຜົນສະທ້ອນ ທີ່ຈະ​ມາ ຈາກພວກປັດໄຈຕ່າງໆຈາກພາຍນອກນັ້ນ.”

ພວກນັກເສດຖະສາດແຫ່ງທະນາຄານກະສິກອນ​ໄທ ທໍານາຍວ່າ ເສດຖະກິດຂອງໄທ
ຈະເຕີບໂຕຂຶ້ນສູງເຖິງຫ້າເປີເຊັນ ໃນປີຕໍ່ໜ້ານີ້ ຊຶ່ງພາກສ່ວນນຶ່ງແມ່ນຈະ​ໄດ້​ຮັບ​ການ
ຫລໍ່ລ້ຽງຊຸກຍູ້ໂດຍການໃຊ້ຈ່າຍໃນໂຄງການປະຊານິຍົມຕ່າງໆ ເຊັ່ນການຂຶ້ນຄ່າແຮງ
ງານຕໍ່າສຸດແລະຮັບປະກັນລາຄາເຂົ້າ​ໃຫ້​ພວກ​ຊາວນານັ້ນ ແຕ່ນາງອາພອນ ຊີວະເກຣງ
ໄກ ຫົວໜ້ານັກເສດຖະສາດປະຈໍາກອງ​ທຶນ​ເບ້ຍບໍານານຂອງລັດຖະບານກ່າວວ່າ ການ
ຂຶ້ນລະດັບຄ່າແຮງງານຕໍ່າສຸດນັ້ນ ອາດຈະ​ເປັນການທ້າທາຍຢ່າງ​ນຶ່ງ. ນາງ ອາພອນ
ເວົ້າວ່າ:

“ມັນ​ເປັນ​ເລື່ອງຍາກພໍສົມຄວນ​ ທີ່​ຈະ​ຈັດ​ຕັ້ງປະຕິບັດໄດ້ ຄືສະເພາະແຕ່ຄ່າ
ແຮງງານຕໍ່າສຸດຢູ່ໃນບາງກອກ ກໍຕົກເປັນ 225 ບາດ​ແລ້ວ ​ແລະ​ແມ່ນແຕ່ຈະ​
ເພິ່ມຂຶ້ນໄປເຖິງ 300 ບາດຕໍ່ມື້ ກໍຍັງເກືອບຮອດ 40 ເປີເຊັນສູງກວ່າ​ແລ້ວ
ແຕ່ໃນຈັງຫວັດອື່ນໆ ຄ່າແຮງງານຕໍ່າສຸດແມ່ນ 180 ບາດ ຕໍ່ມື້ຫລືປະມານນັ້ນ. ​
ແລ້ວທ່ານນາງຢິ່ງລັກຈະ​ເຮັດ​ແນວ​ໃດ ຈຶ່ງ​ຈະປັບຄ່າແຮງໃຫ້ສູງຂຶ້ນຮອດ
300 ບາດຕໍ່ມື້​ໄດ້? ມັນເປັນການທ້າທາຍທີ່ສໍາຄັນອັນ​ນຶ່ງ.”

ໃນ​ຂະນະ​ທີ່ ພວກນັກເສດຖະສາດຕ່າງກໍເວົ້າວ່າ ການ​ຂຶ້ນຄ່າແຮງສູງຂຶ້ນ ອາດພາໃຫ້
ເກີດສະພາວະເງິນເຟີ້ໄດ້ນັ້ນ ຮອງນາຍົກລັດຖະມົນຕີຄົນ​ໃໝ່ເວົ້າວ່າ ການແກ້ໄຂບັນ
ຫາຄ່າຄອງຊີບທີ່ກໍາລັງຖີບຕົວສູງຂຶ້ນນັບມື້ນັ້ນ ແມ່ນວັດຖຸປະສົງຫລັກຂອງລັດຖະບານ.

ທ່ານ ສຸຣະພົງ ໂຕວິຊໄຊກູນ ລັດຖະມົນຕີການຕ່າງ ປະເທດຄົນໃໝ່ຂອງໄທ ມາຮ່ວມໃນກອງປະຊຸມນັດ ທໍາອິດຂອງລັດຖະບານຊຸດໃໝ່, ວັນທີ 11 ສິງຫາ 2011. REUTERS/Sukree Sukplang
ທ່ານ ສຸຣະພົງ ໂຕວິຊໄຊກູນ ລັດຖະມົນຕີການຕ່າງ ປະເທດຄົນໃໝ່ຂອງໄທ ມາຮ່ວມໃນກອງປະຊຸມນັດ ທໍາອິດຂອງລັດຖະບານຊຸດໃໝ່, ວັນທີ 11 ສິງຫາ 2011. REUTERS/Sukree Sukplang

ພວກນັກສັງເກດການດ້ານການເມືອງ
ສ່ວນຫລາຍກ່າວວ່າ ຄະນະລັດຖະບານ
ຊຸດໃໝ່ຂອງ​ໄທ ປາກົດວ່າປະກອບ​ດ້ວຍ
ສະມາຊິກທີ່ເຫັນວ່າ​ເໝາະສົມດີ ແຕ່ກໍ
ຍັງມີຂໍ້ໂຕ້ແຍ້ງກັນກ່ຽວກັບລັດຖະມົນຕີ
ຕ່າງປະເທດຄົນໃໝ່ ຄື ທ່ານ ສຸຣະພົງ
ໂຕວິຊູໄຊກູນ ທີ່ເປັນຍາດກັບທ່ານນາງ
ຢິ່ງລັກ ແລະອ້າຍຂອງທ່ານນາງ ​ແຕ່​ວ່າ ​ບໍ່ມີປະສົບການທາງດ້ານການທູດ.

ທ່ານ ທິຕິນັນ ພົງສຸດທິຣັກ ນັກວິຈານ
ການເມືອງ ກ່າວວ່າ ພວກເຈົ້າໜ້າທີ່
ຫລາຍໆຄົນ ໃນຄະນະລັດຖະບານ
ຊຸດໃໝ່ ແມ່ນມີຄວາມສໍາພັນທີ່​ໃກ້ຊິດ
ກັບອະດີດນາຍົກລັດຖະມົນຕີ ທັກສິນ ຊິນນະວັດ. ທ່ານ ທິຕິນັນ ເວົ້າວ່າ:

ລັດຖະມົນຕ່າງປະເທດ ບໍ່ແມ່ນ
ບຸກຄົນທີ່ເໝາະສົມ ສໍາລັບຕໍາ
ແໜ່ງນີ້. ບໍ່ມີຜູ້ໃດຮູ້ຈັກຜູ້ກ່ຽວ
ໃນຖານະຜູ້ຊ່ຽວຊານນະໂຍບາຍ
ຕ່າງປະເທດ. ຜູ້ກ່ຽວບໍ່ມີຄວາມຊານິຊໍານານ​ໃນ​ດ້ານນັ້ນ​ເລີຍ ແຕ່ຜູ້ກ່ຽວມີ​
ເສ້ນ​ສາຍ​ກ່ຽວພັນໂດຍກົງກັບທ່ານທັກສິນ. ນອກນີ້ແລ້ວ ລັດຖະມົນຕີກະ
ຊວງຂົນສົ່ງ ກໍມີ​ເສ້ນ​ສາຍພົວພັນໂດຍກົງກັບທ່ານທັກສິນຄືກັນ. ດັ່ງນັ້ນ
ມັນ​ຈຶ່ງ​ເປັນລາງທີ່​ບໍ່​ດີ​ປານ​ໃດ ເພາະວ່າມັນສະແດງໃຫ້ເຫັນວ່າ ທັກສິນ
ຍັງ​ເປັນເງົາຍາວໆ ປົກຄຸມການຈັດຕັ້ງລັດຖະບານຊຸດໃໝ່ນີ້ຢູ່.”

ເວລານີ້ ອະດີດນາຍົກລັດຖະມົນຕີທັກສິນ ຍັງລີ້ໄພການເມືອງຢູ່ທີ່​ດູ​ບາຍ. ເຖິງແມ່ນມີ​
ຮ່ອງຮອຍ​ຕ່າງໆຈາກພວກເຈົ້າໜ້າທີ່​ໃນ​ພັກ​ຂອງລັດຖະບານ ທີ່​ບອກ​ວ່າ ໃນ​ທີ່​ສຸດທ່ານ
ທັກສິນ​ແລະ​ບັນດາ​ພັນທະ​ມິດ​ທາງ​ການ​ເມືອງ​ຂອງ​ທ່ານ ອາດ​ໄດ້​ຮັບ​ການ​ອະ​ໄພ​ຍະ​ໂທດ
ກໍ​ຕາມ ​ແຕ່​ລັດຖະບານ​ຊຸດ​ໃໝ່​ກໍຍັງ ບໍ່ມີການເຄຶ່ອນໄຫວໃດໆໄປສູ່ການແກ້ໄຂບັນຫານີ້
ເທື່ອ. ທ່ານນາງ ຢິ່ງລັກ ໄດ້ອ້ອນວອນຕໍ່ມະຫາຊົນແລະຕໍ່ພວກຝ່າຍຄ້ານທາງການເມືອງ
ຂອງທ່ານນາງວ່າ ຈົ່ງໃຫ້ເວລາແກ່ລັດຖະບານຊຸດໃໝ່ຂອງທ່ານນາງໄດ້ສະແດງຄວາມ
ກ້າວໜ້າໃນການຈັດ​ຕັ້ງ​ປະຕິບັດນະໂຍບາຍຕ່າງໆຂອງຕົນນັ້ນກ່ອນ.

XS
SM
MD
LG