ສະພາແຫ່ງຊາດຂອງໄທໄດ້ເລືອກເອົາທ່ານນາງ ຢິ່ງລັກ ຊິນນະວັດ, ໄວ 44 ປີ ເປັນ
ນາຍົກລັດຖະມົນຕີແມ່ຍິງຄົນທໍາອິດຂອງປະເທດ ໃນວັນສຸກມື້ນີ້. ພັກເພື່ອໄທຂອງທ່ານ
ນາງ ທີ່ໄດ້ຮັບບ່ອນນັ່ງ 265 ບ່ອນ ໃນການເລືອກຕັ້ງຄັ້ງວັນທີ 3 ກໍລະກົດຜ່ານມານັ້ນ
ໄດ້ດຶງເອົາພັກນ້ອຍໆເຂົ້າມາຮ່ວມນໍາ ເພື່ອໃຫ້ໄດ້ເປັນພັກສຽງສ່ວນຫລາຍຢ່າງເດັດຂາດ
ຊຶ່ງເວລານີ້ ແມ່ນຄອບຄອງບ່ອນນັ່ງລວມກັນເປັນ 300 ບ່ອນໃນສະພາຜູ້ແທນທີ່ມີສະມາ
ຊິກທັງໝົດ 500 ທ່ານນັ້ນ.
ໃນພິທີໄຂກອງປະຊຸມໃນຕອນແລງວັນຈັນທີ່ຜ່ານມານີ້ ອົງມົງກຸດລາດຊະກຸມມານ ມະຫາ
ວະຊີີລາລົງກອນ ຊຶ່ງຊົງໃຫ້ໂອວາດໃນນາມພະບິດາຂອງພະອົງ ກໍຄືກະສັດພູມີພົນ ອະດຸນ
ຍະເດດນັ້ນ ໄດ້ຊົງຮຽກຮ້ອງໃຫ້ບັນດາຜູ້ແທນໃໝ່ສະແດງຄວາມຮັບຜິດຊອບໃນການປະຕິ
ບັດວຽກງານລັດຖະການຂອງຕົນ.
// ສຽງພາສາໄທ //
ອົງມົງກຸດລາດຊະກຸມມານ ມະຫາວະຊີີລາລົງກອນ ຊົງກ່າວຕໍ່ຜູ້ແທນສະພາເກືອບ 500
ຄົນນັ້ນວ່າ ພະອົງເຊື່ອວ່າ ພວກເຂົາເຈົ້າຄົງຮູ້ດີວ່າ ເຂົາເຈົ້າຕ້ອງໄດ້ທໍາໜ້າທີ່ດ້ວຍຄວາມ
ຊື່ສັດສຸດຈະລິດ, ຈິງໃຈ ແລະດ້ວຍຄວາມຮັບຜິດຊອບ ເພື່ອຜົນປະໂຫຍດສ່ວນລວມຂອງ
ປະຊາຊົນ ຫລາຍກວ່າຜົນປະໂຫຍດສ່ວນຕົວ.
ການເລືອກຕັ້ງໃນເດືອນກໍລະກົດທີ່ຜ່ານມາ ແມ່ນໄດ້ລະງັບຄວາມວຸ້ນວາຍ ທີ່ເກີດຈາກການ
ແຕກແຍກກັນ ລະຫວ່າງອະດີດນາຍົກລັດຖະມົນຕີ ທັກສິນ ຊິນນະວັດ ກັບພວກທີ່ຕໍ່ຕ້ານ
ທ່ານ. ທ່ານທັກສິນ ຊຶ່ງເປັນອ້າຍຂອງທ່ານນາງຢິ່ງລັກ ເວລານີ້ຍັງລີ້ໄພຢູ່ໃນ Dubai ນັບ
ຕັ້ງແຕ່ໄດ້ໂຕນໜີຈາກໄທໄປໃນປີ 2008 ເພື່ອຫລົບຫລີກໂທດຈໍາຄຸກ 2 ປີ ໃນຄະດີສໍ້ລາດ ບັງຫຼວງ.
ພວກພັກທີ່ສະໜັບສະໜູນທ່ານ
ທັກສິນໄດ້ຮັບໄຊຊະນະໃນການ
ເລືອກຕັ້ງປີ 2007. ແຕ່ວ່າການ
ຕັດສິນຂອງສານ ແລະການເດີນ
ຂະບວນປະທ້ວງ ຕໍ່ຕ້ານລັດຖະ
ບານຫລາຍໆບັ້ນ ໄດ້ນໍາໄປສູ່ລັດ
ຖະບານປະສົມ ຊຶ່ງນໍາພາໂດຍຜູ້
ນໍາພັກປະຊາທິປັດທ່ານອະພິສິດ
ເວດຊາຊີວະ ໃນເດືອນທັນວາປີ
2008 ທີ່ໄດ້ຮັບການໜູນຫລັງ
ໂດຍກອງທັບ ແລະພວກເຈົ້າຂຸນ
ມຸນນາຍ ຢູ່ໃນນະຄອນຫລວງ ບາງກອກ.
ແຕ່ວ່າ ລັດຖະບານຂອງທ່ານ
ອະພິສິດ ກໍໄດ້ປະເຊີນກັບການ
ເດີນຂະບວນປະທ້ວງເປັນເວລາ
ສອງປີໂດຍພວກສະໜັບສະໜູນ
ທ່ານທັກສິນ ຫລືພວກເສື້ອແດງນັ້ນ. ການປະທ້ວງໄດ້ກັບກາຍເປັນຄວາມຮຸນແຮງຂຶ້ນໃນປີ
ກາຍນີ້ ເຮັດໃຫ້ຫລາຍກວ່າ 90 ຄົນເສຍຊີວິດ ເວລາກໍາລັງຮັກສາຄວາມສະຫງົບເຄື່ອນເຂົ້າ
ໄປທັບມ້າງການໂຮມຊຸມນຸມ ໃຫ້ສະຫລາຍຕົວ.
ອະດີດໂຄສົກຂອງລັດຖະບານ ແລະສະມາຊິກພັກເພື່ອໄທ, ທ່ານ ກູເດັບ ໃສກຣະຈາງ ເວົ້າ
ວ່າ ເປັນທີ່ຄາດກັນວ່າ ລັດຖະບານທີ່ນໍາພາໂດຍທ່ານນາງຢິ່ງລັກ ຄົງຈະເຄື່ອນໄຫວຢ່າງລະ
ມັດລະວັງ ແຕ່ກໍຈະໄດ້ຮັບການສະໜັບສະໜູນຢ່າງແຂງແຮງ. ທ່ານໃຫ້ຄໍາເຫັນດັ່ງນີ້:
"ຂ້າພະເຈົ້າຄິດວ່າ ທ່ານນາງ
ຢິ່ງລັກ ເປັນຄົນທີ່ມີຄວາມລະ
ມັດລະວັງຫລາຍ ແລະ ທ່ານ
ທັກສິນກໍໄດ້ເລືອກທີ່ຈະດໍາ
ເນີນການໄປແບບນີ້ ເພື່ອໂຕ
ເອງແລະລັດຖະບານ. ຂ້າພະ
ເຈົ້າຄິດວ່າ ທ່ານນາງໄດ້ຮຽນ
ຮູ້ໃນວິທີທີ່ຈະປົກຄອງປະ
ເທດ, ວິທີທີ່ຈະຂຶ້ນຄອງອໍາ
ນາດໃນທາງທີ່ຢືດຢຸນຫລື
ຜ່ອນສັ້ນ ຜ່ອນຍາວຫລາຍ
ກວ່າ. ສະນັ້ນ ທ່ານນາງຈະ
ໄດ້ຮັບການແນະນໍາຈາກຜູ້
ທີ່ມີຄວາມເປັນຫ່ວງ ເປັນ
ໃຍນໍາຫລາຍໆທ່ານ. ຂ້າພະເຈົ້າຄິດວ່າ ທ່ານນາງຈະດໍາເນີນງານໄດ້ດີກວ່າ
ທີ່ພວກເຮົາຄາດຄິດໄວ້ອີກ."
ນັກວິເຄາະສະຖານະການເວົ້າວ່າ ທ່ານນາງຢິ່ງລັກ ປະເຊີນກັບຂໍ້ຫຍຸ້ງຍາກຫລາຍຢ່າງ ເຊິ່ງລວມທັງການຄັດເລືອກເອົາຜູ້ເຂົ້າຮັບຕໍາແໜ່ງໃນ ຄະນະລັດຖະບານຂອງທ່ານນາງ. ພວກນັກສັງເກດການທາງການເມືອງເວົ້າວ່າ ທ່ານນາງກໍາລັງພິຈາລະນາເລືອກເອົາຄົນ
ຈາກນອກພັກຂອງທ່ານນາງ ເພື່ອເຂົ້າຮັບຕໍາແໜ່ງທີ່ສໍາຄັນ ໃນກະຊວງການເງິນ, ກະ
ຊວງການຕ່າງປະເທດ ແລະກະຊວງປ້ອງກັນຊາດນັ້ນ.
ນັກລັດຖະສາດການເມືອງ ທ່ານທິທິນັນ ພົງສຸດທີ່ຣັກ ຈາກມະຫາວິທະຍາໄລຈຸລາລົງ
ກອນ ໃຫ້ຂໍ້ຄິດເຫັນວ່າ ລັດຖະບານຊຸດໃໝ່ປະເຊີນກັບການທ້າທາຍຢ່າງຫລວງຫລາຍ
ໃນການຈັດຕັ້ງປະຕິບັດໂຄງການຕາມນະໂຍບາຍຂອງຕົນ ພ້ອມທັງການທ້າທາຍຈາກ
ພວກທີ່ຄັດຄ້ານຕໍ່ທ່ານທັກສິນ ໃນເວລາທີ່ທ່ານກໍາອໍານາດຢູ່ນັ້ນນໍາ. ທ່ານເວົ້າວ່າ:
"ຈະບໍ່ມີຊ່ວງເວລາແຫ່ງການ
ດື່ມນໍ້າເຜີ້ງພະຈັນສໍາລັບທ່ານ
ນາງຢິ່ງລັກເລີຍ. ທ່ານນາງ
ຕ້ອງໄດ້ລົງມືລົງແຮງໃນທັນ
ທີໂລດ. ມີຄໍາຖາມອັນມາກ
ມາຍຫລາຍຢ່າງ ແລະການ
ທ້າທາຍຢ່າງໃຫຍ່ຫລວງປະ
ເຊີນໜ້າທ່ານນາງຢູ່. ທ່ານ
ນາງຈະຕ້ອງໄດ້ເອົາຕົວອອກ
ຫ່າງ ແຕ່ກໍຕ້ອງຮັກສາຄວາມ
ສໍາພັນ ທີ່ສາມາດເປັນໄປໄດ້
ກັບອ້າຍຂອງທ່ານນາງ, ອະ
ດີດນາຍົກລັດຖະມົນຕີ ທັກ
ສິນ ຊິນນະວັດທີ່ໄດ້ຖືກປົດ
ອອກຈາກອໍານາດນັ້ນ ແລະ
ພ້ອມດຽວກັນນັ້ນ ທ່ານນາງ
ຈະຕ້ອງຕອບສະໜອງຕໍ່ຂໍ້
ຮຽກຮ້ອງຫລາຍໆອັນ ທີ່ມີຕໍ່ທ່ານນາງອີກດ້ວຍ."
ທ່ານທິທິນັນເວົ້າວ່າ ຂໍ້ຮຽກຮ້ອງເຫລົ່ານັ້ນມີ ລວມທັງການເອົາອົກເອົາໃຈພວກຂະບວນການ
ເສື້ອແດງ ທີ່ສະໜັບສະໜູນທ່ານທັກສິນ ຊຶ່ງສະມາຊິກຫລາຍຄົນໄດ້ຖືກເລືອກຕັ້ງໃຫ້ເຂົ້ານັ່ງ
ໃນສະພາ ແລະປະຕິບັດຕາມຄໍາສັນຍາທີ່ໄດ້ໃຫ້ໄວ້ໃນຕອນໂຄສະນາຫາສຽງເລືອກຕັ້ງນັ້ນ
ຊຶ່ງມີຮວມທັງການຂຶ້ນຄ່າແຮງງານຕໍ່າສຸດ ພ້ອມທັງຂຶ້ນລາຄາເຂົ້າໃຫ້ແກ່ຊາວນາອີກດ້ວຍ.
ແລ້ວກໍຍັງມີຄະດີສໍ້ລາດບັງຫລວງຕໍ່ທ່ານທັກສິນ ທີ່ຍັງຄ້າງຄາຢູ່ຫລາຍບັນຫາ. ໃນຂະນະ
ທີ່ຄະດີເຫລົ່ານີ້ຈະດໍາເນີນໄປໄດ້ ກໍຕໍ່ເມື່ອທ່ານທັກສິນໄດ້ກັບຄືນປະເທດໄທເທົ່ານັ້ນ, ພັກ
ເພື່ອໄທເວົ້າວ່າ ຕົນກໍາລັງພິຈາລະນາຮ່າງກົດໝາຍ ກ່ຽວກັບການນິລະໂທດກໍາ ສໍາລັບຜູ້
ທີ່ມີສ່ວນພົວພັນນໍາເຫດການຕ່າງໆທີ່ເກີດຂຶ້ນນັບຕັ້ງແຕ່ປີ 2006 ເປັນຕົ້ນມາ ທີ່ນັກວິເຄາະ
ທັງຫລາຍຕ່າງກໍເວົ້າວ່າ ການນິລະໂທດກໍານີ້ ມີຄວາມເປັນໄປໄດ້ຫລາຍ ທີ່ຈະໂຮມເອົາທ່ານ
ທັກສິນເຂົ້ານໍາ. ການດໍາເນີນບາດກ້າວດັ່ງກ່າວ ຊຶ່ງຈະເປັນການປູທາງໃຫ້ທ່ານທັກສິນໄດ້ກັບ
ຄືນປະເທດນັ້ນ ອາດສາມາດເປັນຊະນວນກໍ່ໃຫ້ເກີດການປະທ້ວງຈາກກຸ່ມທີ່ນິຍົມກະສັດ
ແລະຕໍ່ຕ້ານທ່ານທັກສິນ ຄັ້ງໃໝ່ຄືນອີກ.