ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ບໍລິສັດໄທ ສືບຕໍ່ ການກໍ່ສ້າງ ເຂື່ອນໄຊຍະບູລີ


ຫົນທາງເຂົ້າຫາບ່ອນສ້າງເຂື່ອນໄຊຍະບູລີ ທີ່ສປປລາວ.
ວັນທີ 13 ກຸມພາ 2012.
ຫົນທາງເຂົ້າຫາບ່ອນສ້າງເຂື່ອນໄຊຍະບູລີ ທີ່ສປປລາວ. ວັນທີ 13 ກຸມພາ 2012.

ກຸ່ມ​ປົກ​ປ້ອງ​ສິ່ງ​ແວດ​ລ້ອມ​ກຸ່ມ​ນຶ່ງ​ກ່າວ​ວ່າ ບໍລິສັດ​ນຶ່ງ​ຂອງ​ໄທ​ກໍາລັງ​ດໍາ​ເນີນການຕໍ່​ໄປ​ໃນ​ການ​ກໍ່ສ້າງ​ເຂື່ອນ​ໄຟຟ້າ​ພະລັງ​ນໍ້າ ທີ່​ເປັນ​ບັນຫາ​ໂຕ້​ແຍ້​ງກັນ​ໃນ​ເຂດ​ລຸ່ມ​ແມ່​ນໍ້າຂອງ ​ເຖິງ​ແມ່ນ​ມີ​ຂໍ້​ຕົກລົງ​ກັນ​ໃຫ້ເລື່ອນການ​ຕັດສິນ​ໃຈ​ຂັ້ນ​ຊີ້​ຂາດ​ກ່ຽວ​ກັບ​ໂຄງການ​ດັ່ງກ່າວ​ນີ້​ໄວ້​ກ່ອນ​ກໍ​ຕາມ.

ອົງການ​ແມ່​ນໍ້າ​ສາກົນທີ່​ມີ​ຫ້ອງການ​ຕັ້ງ​ຢູ່​ໃນ​ສະຫະລັດກ່າວວ່າ ​ຕົນ​ໄດ້​ພົບ​ເຫັນ​ວ່າການ​ກໍ່ສ້າງ​ຂັ້ນ​ຕົ້ນ​ໄດ້​ດໍາ​ເນີນ​ຢູ່​ຕໍ່​ມາ​ກ່ຽວ​ກັບ​ໂຄງການ​ສ້າງ​ເຂື່ອນ​ໄຊ​ຍະ​ບູລີ​ ທີ່​ມີ​ມູນ​ຄ່າ 3500 ລ້ານ​ໂດ​ລາໃນ​ລາວ ຮວມທັງ​ສ້າງ​ທາງ​ເຂົ້າແລະ​ທາງອອກ​ ຫາ​ສະຖານ​ທີ່​ກໍ່ສ້າງເຂື່ອນ​ແຫ່ງ​ນັ້ນ.

ຄະນະ​ກໍາມາ​ທິການ​ແມ່​ນໍ້າຂອງສາກົນ ​ປະ​ຈໍາ​ພາກ​ພື້ນ ຊຶ່ງ​ປະກອບ​ດ້ວຍ​ໄທ ກໍາປູ​ເຈຍ ລາວ​ແລະ​ຫວຽດນາມ​ນັ້ນ​ໄດ້​ຕົກລົງ​ກັນ​ໃນ​ເດືອນ​ທັນວາປີ​ແລ້ວ​ນີ້ວ່າ​ ຈະ​ຕ້ອງໄດ້ມີ​ການ​ສຶກສາ​ຄົ້ນຄວ້າ​ເພີ່​ມຕື່ມເພື່ອ​ປະ ເມິ​ນ​ເບິ່ງ​ຜົນ​ກະທົບ​ຕໍ່ສິ່ງ​ແວດ​ລ້ອມ​ຂອງເຂື່ອນ​ດັ່ງກ່າວ ​ແຕ່​ເຖິງ​ຢ່າງ ໃດ​ກໍ​ດີ ການ​ຕັດສິນ​ໃຈ​ຫລື​ຂໍ້​ຕົກລົງ​ກັນ​ສະບັບ​ນີ້​ບໍ່​ມີ​ຜົນ​ບັງຄັບ​ໃຊ້ທາງ​ກົດໝາຍ.

ທ່ານ​ນາງ​ພຽນ​ພອນ ດີ​ຖີຜູ້​ປະສານ​ງານ​ໃນ​ການ​ປຸກລະດົມຂອງ​ອົງການ

ແມ່​ນໍ້າສາກົນ ທີ່​ປະ​ເທດ​ໄທກ່າວ​ຕໍ່​ວີ​ໂອ​ເອວ່າ ເຂື່ອນ​ດັ່ງກ່າວ​ສາມາດ​ມີ​ຜົນ​ກະທົບ​ແບບ​ໃດ​ແບບ​ນຶ່ງທີ່​ຄາດ​ການບໍ່​ໄດ້ຕໍ່​ສິ່ງ​ແວດ​ລ້ອມ ຊຶ່ງ​ຈະ​ມີ​ຕໍ່​ພົນລະ​ເມືອງ 60 ລ້ານ​ຄົນ​ທີ່​ອາ​ໄສ​ຢູ່​ເລາະ​ຕາມແຄມແມ່ນໍ້າຂອງ ​ແລະ​ອາ​ໄສ​ການ​ຫາ​ຢູ່​ຫາ​ກິນ​ນໍາ​ການ​ປະມົງ​ໃນ​ແມ່ນໍ້າຂອງ​ນີ້ ຊຶ່ງ​ທ່ານ​ນາງ​ກ່າວ​ວ່າ….

Pianporn act:….

ຜົນ​ກະທົບ​ນີ້​ບໍ່​ພຽງ​ແຕ່​ຈະ​ເກີດ​ຂຶ້ນ​ຢູ່​ເລາະ​ຕາມ​ແຄມ​ເຂື່ອນ​ ຫລື​ໃນ​ໄທ ເທົ່າ​ນັ້ນ ​ແຕ່​ມັນ​ຈະ​ສົ່ງ​ຜົນ​ກະທົບ​ຕໍ່​ກໍາປູ​ເຈຍ ​ແລະ​ເຂດ​ສາມຫລ່ຽມ ປາກແມ່​ນໍ້າຂອງທີ່​ຫວຽດນາມ ຊຶ່ງ​ເປັນ​ອູ່​ເຂົ້າ​ອູ່​ນໍ້າ ຂອງ​ຫວຽດນາມ ນັ້ນ​ເຊ່ນ​ກັນ.

ທ່ານ​ນາງ​ພຽນ​ພອນ ກ່າວ​ຕື່ມ​ວ່າ ໄທ​ບໍ່​ຕ້ອງການ​ກະ​ແສ​ໄຟຟ້າ​ທີ່ຜະລິດ​ຈາກ​ເຂື່ອນ​ໄຊ​ຍະ​ບູລີ​ນີ້.

ລາວ ຊຶ່ງ​ເປັນ​ນຶ່ງ​ໃນ​ບັນດາ​ປະ​ເທດ​ທີ່​ທຸກ​ຍາກ​ທີ່​ສຸດ​ໃນ​ໂລກ ຄາດ​ວ່າ ຈະ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຢ່າງ​ມະຫາສານ​ທາງ​ດ້ານ​ເສດຖະກິດ​ຈາກ​ການ ຂາຍ​ກະ​ແສ​ໄຟຟ້າ​ ທີ່​ເຂື່ອນ​ດັ່ງກ່າວ​ຜະລິດ​ສ່ວນ​ໃຫຍ່​ ໃນ​ປະລິມານ 1200 ກິ​ໂລ​ວັດ​ໃຫ້​ໄທນັ້ນ.

XS
SM
MD
LG