ບັນດາເຈົ້າໜ້າທີ່ຄຸ້ມຄອງແມ່ນໍ້າຫຼາຍຮ້ອຍຄົນຈາກທົ່ວໂລກ ກໍາລັງເຕົ້າໂຮມກັນຢູ່ທີ່ປະເທດໄທ ເພື່ອທໍາການໂອ້ລົມສົນທະນາກັນກ່ຽວກັບວິທີທາງທີ່ດີທີ່ສຸດ ເພື່ອຮັບມືຄວາມຮຽກຮ້ອງຕ້ອງການເຂົ້າປາອາຫານ ນໍ້າດື່ມນໍ້າໃຊ້ແລະພະລັງງານ ທີ່ພວມເພີ່ມຂຶ້ນນັບມື້ນັ້ນ ໃນຂະນະທີ່ສ້າງຄວາມເສຍຫາຍຕໍ່ສະພາບແວດລ້ອມໃຫ້ໜ້ອຍທີ່ສຸດເທົ່າທີ່ຈະເປັນໄປໄດ້.
ກອງປະຊຸມນາໆຊາດຂອງກຸ່ມ Mekong2Rio ເປັນເວລາ 3 ມື້ ຈະໄຂຂຶ້ນໃນວັນອັງຄານມື້ອື່ນ ຢູ່ເກາະຕາກອາກາດພູເກັດຂອງໄທ.
ທ່ານ Hans Guttman ຫົວໜ້າຄະນະກໍາມາທິການແມ່ນໍ້າຂອງ ຫລື MRC ກ່າວວ່າ ກອງປະຊຸມນີ້ຈະອໍານວຍໃຫ້ພວກເຂົ້າຮ່ວມປະຊຸມຈໍານວນ 300 ຄົນນັ້ນ ໄດ້ແລກປ່ຽນຄວາມຄິດຄວາມເຫັນກັນ.
ທ່ານ Guttman ກ່າວຕື່ມວ່າ ກອງປະຊຸມນີ້ແມ່ນເປັນໂອກາດອັນນຶ່ງສໍາລັບໃຫ້ພວກທີ່ມາຮ່ວມປະຊຸມ ໄດ້ຮຽນຮູ້ກ່ຽວກັບອ້າງນໍ້າແຫ່ງອື່ນໆແລະເຮັດວິທີໃດເພື່ອຈະຄຸ້ມຄອງແຫຼ່ງນໍ້າຂອງເຂົາເຈົ້າຢ່າງມີປະສິດທິຜົນ
ຄະນະກໍາມາທິການແມ່ນໍ້າຂອງ ເປັນອົງການລະຫວ່າງລັດຖະບານທີ່ຮັບຜິດຊອບໃນການສ້າງຄວາມຮ່ວມໄມ້ຮ່ວມມື ສໍາລັບການຄຸ້ມຄອງອ່າງແມ່ນໍ້າຂອງ ແບບຍືນຍົງ ນັ້ນ. ປະເທດສະມາຊິກຂອງອົງການດັ່ງກ່າວ ແມ່ນຮວມທັງ ກໍາປູເຈຍ ລາວ ໄທ ແລະຫວຽດນາມ.
ບັນດາຜູ້ຕາງໜ້າມາຈາກປະເທດໃນທະວີບອາຟຣິກາ ອອສເຕຣເລຍ,ຢູໂຣບແລະທະວີບອາເມຣິກາ ກໍມາຮ່ວມໃນກອງປະຊຸມເຊ່ນກັນ.