ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການສືບຕໍ່ ປະທ້ວງ ລັດຖະບານ ຢູ່ໄທ


ພວກປະທ້ວງ ເສື້ອແດງ ພາກັນສວດມົນ ພາວະນາ ໃນພິທີ ຣາຊາພິເສກ ຄົບຮອບ 60 ປີ ຂອງກະສັດ ພູມີພົນ ອະດຸລຍະເດດ (5 ພຶສະພາ 2010)
ພວກປະທ້ວງ ເສື້ອແດງ ພາກັນສວດມົນ ພາວະນາ ໃນພິທີ ຣາຊາພິເສກ ຄົບຮອບ 60 ປີ ຂອງກະສັດ ພູມີພົນ ອະດຸລຍະເດດ (5 ພຶສະພາ 2010)

ພວກປະທ້ວງ ຕໍ່ຕ້ານລັດຖະບານໃນໄທ ບໍ່ໄດ້ສະແດງ ຮ່ອງຮອຍໃດໆໃຫ້ເຫັນວ່າ ຈະ​ຢຸດ​ເຊົາການໂຮມຊຸມນຸມ ປະທ້ວງມາເປັນເວລາ 8 ອາທິດ ໃນບໍລິເວນຍ່ານການ ຄ້າສຳຄັນ ຢູ່ໃນເຂດໃຈກາງ ຂອງບາງກອກນັ້ນ ທັງໆທີ່ ພວກເຂົາເຈົ້າ​ໄດ້ເຫັນພ້ອມ ກັບຂັ້ນຕອນໃນການສ້າງ ຄວາມປອງດອງຊາດ ຂອງນາຍົກລັດຖະມົນຕີ ອະພິຊິດ ເວດຊາຊີວະ.

ພວກປະທ້ວງເສື້ອແດງ ໄດ້ຈັດພິທີນຶ່ງ​ຂຶ້ນ ໃນບໍລິເວນຄ້າຍ ຂອງພວກເຂົາເຈົ້າ ໃນວັນພຸດມື້ນີ້ເນື່ອງໃນວັນຣາຊາພິເສກ ຄົບຮອບ 60 ປີ ໃນການຂຶ້ນ ສະເຫວີຍລາດ ຂອງກະສັດພູມີພົນ ອະດຸນຍະເດດ.

ສ່ວນໃນເຂດອື່ນໆ ຂອງບາງກອກນັ້ນ ຝູງຊົນຈຳນວນຫລວງຫຼາຍ ໄດ້ພາກັນໄປຢືນລຽງລາຍ ຢູ່ຕາມແຄມຖະໜົນຫົນທາງ ແລະໂຮ່ຮ້ອງ ສະແດງຄວາມດີໃຈ ຂະນະທີ່ກະສັດພູມີພົນ ຊົງ ສະເດັດຈາກໂຮງພະຍາບານ ໄປຍັງພະຣາຊະວັງຫຼວງ ເພື່ອເຂົ້າຮ່ວມພິທີ ເປັນເວລາສັ້ນໆ ໃນການສະເຫລີມສະຫລອງ ໂອກາດດັ່ງກ່າວ. ກະສັດ ໄວ 82 ພັນສາຂອງໄທ ໄດ້ຊົງເຂົ້າຮັບ ການປິ່ນປົວ ທີ່ໂຮງພະຍາບານ ນັບແຕ່ເດືອນກັນຍາ ປີກາຍນີ້ເປັນຕົ້ນມາ ຍ້ອນ​ພະ​ອາການປະຊວນ ກ່ຽວກັບປອດ.

ບັນດາຜູ້ນຳ ຂອງພວກປະທ້ວງເສື້ອແດງ ໄດ້ປະກາດໃນວັນອັງຄານ ວານນີ້ວ່າ ຕົນໄດ້ ເຫັນພ້ອມ ໃນທາງຫລັກການ ກັບແຜນການ ຂອງທ່ານອະພິຊິດ ເພື່ອຢຸດຕິສະພາບການ ບໍ່ໄປບໍ່ມາ ທາງດ້ານເມືອງຢູ່ໄທ ແຕ່ພວກເຂົາເຈົ້າ ຢາກໃຫ້ ນາຍົກລັດຖະມົນຕີ ກຳນົດວັນເວລາ ທີ່ແນ່ນອນ ໃນການຍຸບສະພາແຫ່ງຊາດ ກ່ອນທີ່ເຈົ້າໜ້າທີ່ເລືອກຕັ້ງ ຈະສາມາດບອກ​ໄດ້ວ່າ ເວລາໃດການເລືອກຕັ້ງ ຈຶ່ງຈະສາມາດມີຂຶ້ນໄດ້.

XS
SM
MD
LG