ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ໄທຈະຮ້ອງຂໍ ອິນເຕີໂພລ ໃຫ້ຊ່ອຍຈັບ ທ່ານທັກສິນ


ເຂດໃຈກາງບາງກອກ ລຸນຫລັງ ການປະທ້ວງ ຕໍ່ຕ້ານລັດຖະບານ (27 ພຶດສະພາ 2010)
ເຂດໃຈກາງບາງກອກ ລຸນຫລັງ ການປະທ້ວງ ຕໍ່ຕ້ານລັດຖະບານ (27 ພຶດສະພາ 2010)

ໄທກ່າວວ່າ ຕົນຈະຮ້ອງຂໍ ໄປຍັງອົງການ ຕຳຫລວດສາກົນ ອິນເຕີໂພລ ເພື່ອແຈ້ງໄປຍັງ ບັນດາປະເທດ ສະມາຊິກ ໃຫ້ທຳການຈັບກຸມ ແລະສົ່ງໂຕ ອະດີດ ນາຍົກລັດຖະມົນຕີ ທັກສິນ ຊິນນະວັດ ໃນຂໍ້ຫາກໍ່ການຮ້າຍ ໄປໃຫ້ໄທ.

ສານຂອງໄທ ໄດ້ອອກໝາຍຈັບ ທ່ານທັກສິນ ໃນມື້ວັນອັງຄານ ຜ່ານມາ ໃນຂໍ້ຫາຍຸແຍ່ ແລະໃຫ້ເງິນ ສະໜັບສະໜຸນ ການປະທ້ວງ ທີ່ຮຸນແຮງ ຢູ່ບາງກອກ ເມື່ອໄວໆມານີ້ ຊຶ່ງເປັນຄວາມຜິດ ທີ່ໝາຍຈັບເວົ້າວ່າ ຮ້າຍແຮງທໍ່ໆກັນ ກັບກໍ່ການຮ້າຍ.

ກຸ່ມປະທ້ວງ ຕໍ່ຕ້ານລັດຖະບານ ເສື້ອແດງ ພາກັນເຂົ້າຢຶດເອົາ ເຂດຍ່ານການຄ້າ ໃນບໍລິເວນ ໃຈກາງຂອງບາງກອກ ມາເປັນເວລາ 2 ເດືອນ ຈົນເຖິງເວລາ ພວກທະຫານ ໃຊ້ກຳລັງ ເຂົ້າປາບປາມ ຢ່າງຮຸນແຮງ ໃນສັບປະດາແລ້ວ. ຄວາມຮຸນແຮງ ທີ່ພົວພັນ ກັບການປະທ້ວງ ເຮັດໃຫ້ມີ ຜູ້ເສຍຊີວິດ ຢ່າງນ້ອຍ 88 ຄົນ.

ທ່ານທັກສິນ ໄດ້ໄປລີ້ໄພ ຢູ່ໃນຫລາຍໆປະເທດ. ໃນການໃຫ້ສຳພາດ ແກ່ບໍລິສັດ ກະຈາຍສຽງ ຂອງອອສເຕຣເລຍ ໃນມື້ວັນພຸດ ຜ່ານມານີ້ ທ່ານທັກສິນ ເວົ້າວ່າ ທ່ານບໍ່ເຄີຍ ໃຫ້ການສະໜັບສະໜຸນ ຕໍ່ການກໍ່ ຄວາມຮຸນແຮງໃດໆ ແລະສເມີ ມາ ທ່ານໄດ້ແນະນຳ ໃຫ້ທຳການປະທ້ວງ ຢ່າງສັນຕິ.

XS
SM
MD
LG