ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ເກີດຄວາມວຸ້ນວາຍອີກ ໃນເຂດພາກໃຕ້ຂອງໄທ


ທຸງຊາດຂອງໄທ
ທຸງຊາດຂອງໄທ

ມີ 2 ຄົນ ເສຍຊີວິດ ແລະອີກຢ່າງນ້ອຍ 28 ຄົນ ໄດ້ຮັບບາດເຈັບ ຫລັງຈາກລະເບີດ 2 ລູກ ໄດ້ແຕກຂຶ້ນ ຢູ່ໃນເຂດ ພາກໃຕ້ຂອງໄທ ໃນວັນພຸດມື້ນີ້ ຊຶ່ງເປັນການນອງເລືອດ ທີ່ຍັງດຳເນີນຢູ່ຕໍ່ມາ ໃນການກໍ່ກະບົດ ຂອງພວກມຸສະລິມ.

ຕຳຫລວດ ທີ່ຈັງຫວັດຢະລາ ກ່າວວ່າ ລະເບີດລູກທຳອິດ ໄດ້ຫ້າງໃສ່ລົດຈັກ ທີ່ຈອດຢູ່ຕໍ່ໜ້າ ຫ້ອງວາງສະແດງ ຂອງຮ້ານຂາຍລົດ ແຫ່ງນຶ່ງ ແລະລູກທີ 2 ໄດ້ແຕກຂຶ້ນ ຫລາຍໆນາທີຕໍ່ມາ ເວລາພວກກູ້ໄພ ແລະຕຳຫລວດ ໄປຮອດບ່ອນເກີດເຫດ.

ມີ 4 ພັນກວ່າຄົນ ເສຍຊີວິດແລ້ວ ທີ່ຈັງຫວັດຢະລາ ປັດຕະນີ ແລະນະຣາທິວາດ ນັບແຕ່ປີ 2004 ເປັນຕົ້ນມາ ເວລາພວກຊົນເຜົ່າມາເລ ທີ່ນັບຖື ສາສະໜາອິສະລາມ ເລີ້ມທຳການຕໍ່ສູ້ ເພື່ອສ້າງຕັ້ງ ເຂດປົກຄອງຕົນເອງ ຢູ່ໃນປະເທດໄທ ທີ່ປະຊາຊົນສ່ວນໃຫຍ່ ນັບຖື ພຸດທະສາສະໜານັ້ນ.

ຈັງຫວັດ ພາກໃຕ້ຂອງໄທ ທີ່ອຸດົມສົມບູນ ໄປດ້ວຍຊັບພະຍາກອນນັ້ນ ແມ່ນພາກສ່ວນນຶ່ງ ຂອງອານາຈັກມາເລ ຈົນຮອດຊຸມປີ 1900 ເວລາ ກຳລັງຂອງໄທ ໄດ້ຜະໜວກ ຫລືທ້ອນໂຮມ ເອົາເຂດດັ່ງກ່າວ ເຂົ້າເປັນສ່ວນນຶ່ງ ຂອງໄທ.

XS
SM
MD
LG