ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການປະທ້ວງ ຕໍ່ຕ້ານ ລັດຖະບານ ໃນໄທ


ນາຍນັດທະວຸດ ໃສເກື້ອ (ທີ 2 ຈາກຂວາ) ຜູ້ນຳ ພວກປະທ້ວງ ລັດຖະບານ ເສື້ອແດງ ແລະພວກຜູ້ນຳ ຄົນອື່ນໆ ຖະແຫລງ ກ່ຽວກັບ ຂໍ້ສະເໜີລ່າສຸດ ຂອງນາຍົກລັດຖະມົນຕີ ອະພິຊິດ ເວດຊາຊີວະ (4 ພຶສະພາ 2010)
ນາຍນັດທະວຸດ ໃສເກື້ອ (ທີ 2 ຈາກຂວາ) ຜູ້ນຳ ພວກປະທ້ວງ ລັດຖະບານ ເສື້ອແດງ ແລະພວກຜູ້ນຳ ຄົນອື່ນໆ ຖະແຫລງ ກ່ຽວກັບ ຂໍ້ສະເໜີລ່າສຸດ ຂອງນາຍົກລັດຖະມົນຕີ ອະພິຊິດ ເວດຊາຊີວະ (4 ພຶສະພາ 2010)

ພວກຜູ້ນຳ ໃນການປະທ້ວງ ຕໍ່ຕ້ານລັດຖະບານຢູ່ໄທ ​ໄດ້​ສະ​ແດງ​ຄວາມຍິນດີ ຕ້ອນຮັບແຜນການ ສ້າງຄວາມປອງ ດອງຊາດ ຂອງລັດຖະບານ ແຕ່ຍັງບໍ່ທັນ ເປັນທີ່ຈະແຈ້ງ ເທື່ອວ່າ ມັນຈະເຮັດໃຫ້ ການປະທ້ວງ ຢູ່ຕາມຖະໜົນ ຫົນທາງ ທີ່ດຳເນີນມາ ເປັນເວລາເກືອບ 2 ເດືອນ ທີ່ບາງກອກນັ້ນ ຢຸດຕິລົງຫລືບໍ່.

ແຕ່ພວກຜູ້ນຳ ຂອງກຸ່ມປະທ້ວງ ເສື້ອແດງ ໄດ້ສະແດງ ຮ່ອງຮອຍ ໃນຕອນເຊົ້າ ວັນອັງຄານມື້ນີ້ວ່າ ພວກເຂົາເຈົ້າຕ້ອງການ ລາຍລະອຽດ ເພີ້ມຕື່ມ ກ່ຽວກັບ ແຜນການຂອງ ນາຍົກລັດຖະມົນຕີ ອະພິຊິດ ເວດຊາຊີວະ ທີ່ຈະຈັດການເລືອກຕັ້ງ ສະພາແຫ່ງຊາດ ໃນວັນທີ 14 ພະຈິກ ທ້າຍປີນີ້ ຊຶ່ງ​ແມ່ນ ກ່ອນກຳນົດ ປະມານ 1 ປີ. ໃນຄຳປາໄສ ທາງໂທລະພາບ ຕໍ່ປະເທດຊາດ ມື້ວານນີ້ ນາຍົກລັດຖະມົນຕີໄທ ເວົ້າວ່າ ການເລືອກຕັ້ງ ໃນເດືອນພະຈິກນີ້ ມີເງື່ອນໄຂຢູ່ວ່າ ກຸ່ມປະທ້ວງເສື້ອແດງ ຕ້ອງຮັບເອົາຂັ້ນຕອນ ໃນການສ້າງ ຄວາມປອງດອງຊາດ 5 ຂໍ້.

ພວກປະທ້ວງເສື້ອແດງ ກ່າວວ່າ ພວກຕົນໄດ້ຕົກລົງ ຢ່າງເປັນເອກກະສັນ ຕໍ່ຂັ້ນຕອນ ສ້າງຄວາມປອງດອງຊາດ ແຕ່ບໍ່ໄດ້ ໃຫ້ກຳນົດເວລາ ໃນການທີ່ຈະຢຸດເຊົາ ການປະທ້ວງ ແຕ່ຢ່າງໃດ.

ແຜນການຂອງ ທ່ານອະພິຊິດ ຮຽກຮ້ອງໃຫ້ ມີການເຄົາຣົບ ກະສັດ ແກ້ໄຂບັນຫາ ຄວາມບໍ່ຍຸຕິທຳ ທາງດ້ານເສດຖະກິດ ຈັດຕັ້ງອົງການ ອິສະລະ ເພື່ອຄຳປະກັນ ລະບົບການຂ່າວ ທີ່ເສລີ ຈັດຕັ້ງຄະນະ ທີ່ເປັນອິສະລະ ເພື່ອສືບສວນເບິ່ງ ຄວາມຮຸນແຮງ ທາງດ້ານການເມືອງ ເມື່ອໄວໆມານີ້ ແລະໃຫ້ມີການ ອະພິປາຍ ກ່ຽວກັບການປະຕິຮູບ ລັດຖະທຳມະນູນ.

XS
SM
MD
LG