ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄວາມວຸ້ນວາຍ ໃນ ປະເທດໄທ


ພະນັກງານເທສະບານ ກຳລັງມ້ຽນມັດ ບໍລິເວນຂອງພວກປະທ້ວງ ໃນບາງກອກ (20 ພຶດສະພາ 2010)
ພະນັກງານເທສະບານ ກຳລັງມ້ຽນມັດ ບໍລິເວນຂອງພວກປະທ້ວງ ໃນບາງກອກ (20 ພຶດສະພາ 2010)

ເຈົ້າໜ້າທີ່ໄທ ໄດ້ຕໍ່ອາຍຸ ການຫ້າມ ອອກນອກເຮືອນ ໃນຍາມກາງຄືນ ຢູ່ທີ່ບາງກອກ ແລະ 23 ຈັງຫວັດ ຕື່ມອີກ 3 ມື້ ຂະນະທີ່ ນະຄອນຫຼວງ ຂອງໄທ ເລີ້ມຟື້ນໂຕຄືນ ຈາກການກໍ່ກະບົດ ແລະການໂຈມຕີ ດ້ວຍການຈູດເຜົາ ໃນມື້ວັນພຸດ ວານນີ້.

ໂຄສົກຄົນນຶ່ງ ຂອງກອງທັບໄທ ກ່າວວ່າ ການຫ້າມ ອອກນອກເຮືອນ ຈະມີຜົນບັງຄັບ ແຕ່ 9 ໂມງແລງ ຫາ 5 ໂມງເຊົ້າ ຕາມເວລາທ້ອງຖິ່ນ ໄປຈົນຮອດ ມື້ວັນເສົາຈະມາ.

ພວກປະທ້ວງ ໄດ້ຈູດໄຟເຜົາ ຢ່າງນ້ອຍ 31 ບ່ອນ ໃນເຂດບາງກອກ ຫລັງຈາກ ໄດ້ມີການປາບປາມ ພວກປະທ້ວງ ຕໍ່ຕ້ານລັດຖະບານ ທີ່ເຂົ້າຢຶດ ເຂດຍ່ານການຄ້າ ທີ່ສຳຄັນໃນບາງກອກ ມາໄດ້ຫຼາຍອາທິດ ແລ້ວນັ້ນ. ມີ 7 ຄົນ ເສຍຊີວິດ ເວລາທະຫານ ບຸກຜ່ານ ເຄື່ອງກີດຂວາງ ເຂົ້າໄປໃນຄ້າຍ ຂອງພວກປະທ້ວງ ແລະລະດົມຍິງປືນໃສ່.

ໃນວັນພະຫັດມື້ນີ້ ກຳລັງຮັກສາ ຄວາມສະຫງົບ ຂອງໄທ ໄດ້ເຂົ້າໄປ ໃນວັດແຫ່ງນຶ່ງ ທີ່ຢູ່ໃນເຂດ ຂອງພວກປະທ້ວງ ບ່ອນທີ່ ພວກເສື້ອແດງ ຈຳນວນຫຼາຍຮ້ອຍຄົນ ໄດ້ພາກັນ ເຂົ້າໄປຫລົບລີ້ ການບຸກໂຈມຕີ ຂອງພວກທະຫານ. ພວກນັກຂ່າວ ຕ່າງປະເທດ ກ່າວວ່າ ມີການພົບເຫັນ ສົບຄົນຕາຍ 6 ສົບ ທີ່ວັດດັ່ງກ່າວ.

ໃນມື້ວານນີ້ ໄດ້ມີການຈູດໄຟເຜົາ ຕະຫລາດຮຸ້ນ ຂອງໄທ ແລະໃນວັນພະຫັດມື້ນີ້ ແລະວັນສຸກມື້ອື່ນ ຕລາດຮຸ້ນຂອງໄທ ປິດກິດຈະການ. ຮ້ານສັບພະສິນຄ້າ CENTRAL ຊຶ່ງເປັນນຶ່ງ ໃນຮ້ານສັບພະສິນຄ້າ ທີ່ໃຫຍ່ທີ່ສຸດ ໃນເຂດເອເຊຍ ຕາເວັນອອກສຽງໃຕ້ ກໍຖືກໂຈມຕີ ດ້ວຍການເອົາໄຟເຜົາ ແລະຖືກປຸ້ນ ເອົາເຄື່ອງນຳດ້ວຍ.

XS
SM
MD
LG