ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທະຫານໄທ ເຂົ້າຄວບຄຸມ ຄ້າຍພວກປະທ້ວງ


ພວກຜູ້ນຳ ໃນການປະທ້ວງ ຕໍ່ຕ້ານລັດຖະບານ ຖືກຕຳຫລວດຈັບ ຫລັງຈາກປະກາດ ຍອມຈຳນົນ
ພວກຜູ້ນຳ ໃນການປະທ້ວງ ຕໍ່ຕ້ານລັດຖະບານ ຖືກຕຳຫລວດຈັບ ຫລັງຈາກປະກາດ ຍອມຈຳນົນ

ບັນດາຜູ້ນຳ ຂອງພວກປະທ້ວງ ຕໍ່ຕ້ານລັດຖະບານ ໃນໄທ ໄດ້ປະກາດຢຸດເຊົາ ການໂຮມຊຸມນຸມປະທ້ວງ ທີ່ໄດ້ດຳເນີນມາ ເປັນເວລາ 2 ເດືອນແລ້ວນັ້ນ ຫລັງຈາກກຳລັງ ຮັກສາຄວາມສະຫງົບ ໄດ້ບຸກໂຈມຕີ ຄ້າຍຂອງພວກປະທ້ວງ ທີ່ຕັ້ງຢູ່ ໃນເຂດ ຍ່ານການຄ້າ ຄຸ້ມຄົນຮັ່ງມີ ຂອງບາງກອກ.

ມີຜູ້ນຳ ຂອງພວກປະທ້ວງ ເສື້ອແດງ ຢ່າງນ້ອຍ 4 ຄົນ ໄດ້ຍອມຈຳນົນ ຕໍ່ຕຳຫລວດ ບໍ່ດົນຫຼັງຈາກ ພວກເຂົາເຈົ້າ ໄດ້ແຈ້ງໃຫ້ ພວກສະໜັບສະໜຸນ ຢຸດເຊົາ ການໂຮມຊຸມ ນຸມປະທ້ວງ ເພື່ອຫລີກລ່ຽງ ບໍ່ໃຫ້ມີການນອງເລືອດ ຕື່ມອີກ. ໃນເວລາຕໍ່ມາ ກອງທັບໄທ ໄດ້ປະກາດ ກ່ຽວກັບການສິ້ນສຸດ ການປະຕິບັດງານ ປາບປາມ ພວກປະທ້ວງ ໂດຍເວົ້າວ່າ ເວລານີ້ ພວກທະຫານ ສາມາດຄວບຄຸມ ນະຄອນຫຼວງຂອງໄທ ໄດ້ແລ້ວ.

ແຕ່ແນວໃດກໍຕາມ ຂະນະທີ່ຜູ້ນຳ ຂອງພວກປະທ້ວງ ພາກັນຍອມຈຳນົນນັ້ນ ກໍໄດ້ຍິນສຽງ ລະເມີດມືດັງຂຶ້ນ ໃນບໍລິເວນດັ່ງກ່າວ ເຮັດໃຫ້ທະຫານ 2 ຄົນ ແລະນັກຂ່າວ ການາດາຄົນນຶ່ງ ບາດເຈັບ. ຄວາມຮຸນແຮງ ໄດ້ແຜ່ລາມ ໄປທົ່ວບາງກອກ ໂດຍມີການໂຈມຕີ ຕໍ່ຕະຫຼາດຮຸ້ນຂອງໄທ ສະຖານີ ໂທລະພາບ ທ້ອງຖິ່ນແຫ່ງນຶ່ງ ແລະສູນການຄ້າໃຫຍ່ ແຫ່ງນຶ່ງ.

ລັດຖະບານ ໄດ້ປະກາດ ຫ້າມອອກນອກເຮືອນ ຢູ່ທີ່ບາງກອກ ເລີ້ມແຕ່ 8 ໂມງແລງ ຕາມເວລາທ້ອງຖິ່ນ ເປັນຕົ້ນໄປ.

ນອກນັ້ນແລ້ວ ຄວາມຮຸນແຮງ ຍັງໄດ້ແຜ່ລາມ ອອກໄປນອກ ນະຄອນຫຼວງຂອງໄທ ຄືມີການໂຈມຕີ ໂຮງການລັດຖະບານ ທີ່ເມືອງອຸດອນ ແລະຂອນແກ່ນ ໃນພາກຕາ ເວັນອອກ ສຽງເໜືອຂອງໄທ.

ໃນເຊົ້າມື້ນີ້ ມີຢ່າງນ້ອຍ 4 ຄົນ ເສຍຊີວິດ ແລະອີກຈຳນວນນຶ່ງ ໄດ້ຮັບບາດເຈັບ ເວລາພວກທະຫານ ບຸກເຂົ້າໄປໃນຄ້າຍ ຂອງພວກປະທ້ວງ ເສື້ອແດງ ທີ່ໃຊ້ຂວາກ ໄມ້ໄຜ່ ແລະຢາງຕີນລົດ ເປັນເຄື່ອງປ້ອງກັນ ຢູ່ທີ່ບາງກອກ ແລະເຂົ້າຄວບຄຸມ ບໍລິເວນ ສວນລຸມພີນີ ຊຶ່ງເປັນສ່ວນນຶ່ງ ຂອງເຂດ ທີ່ມີການປະທ້ວງນັ້ນ. ພວກປະທ້ວງ ໄດ້ຈູດໄຟ ເຜົາເຄື່ອງປ້ອງກັນ ເຮັດໃຫ້ມີ ແປວຄວັນສີດຳ ຂະໜາດໃຫຍ່ ກຸ້ມຂຶ້ນສູ່ທ້ອງຟ້າ.

ນັກຂ່າວ ອີຕາລີຄົນນຶ່ງ ແມ່ນຮວມຢູ່ໃນ ຈຳນວນພວກທີ່ເສຍຊີວິດ ໃນການບຸກໂຈມຕີ ຂະນະທີ່ ພວກນັກຂ່າວ ຕ່າງປະເທດ ອີກ 2 ຄົນ ໄດ້ຮັບບາດເຈັບ.

XS
SM
MD
LG