ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ໄທ ຈະບໍ່ເຈລະຈາ ກັບ ພວກປະທ້ວງ


ລັດຖະບານໄທ ກ່າວວ່າ ຕົນຈະບໍ່ເຈລະຈາ ກັບພວກປະ ທ້ວງຕໍ່ຕ້ານລັດຖະບານ ຈົນກວ່າພວກເຂົາເຈົ້າຈະຢຸດເຊົາ ການໂຮມຊຸມນຸມ ປະທ້ວງ ທີ່ດຳເນີນມາ ເປັນເວລາ 2 ເດືອນ ຊຶ່ງເຮັດໃຫ້ບາງກອກ ເກືອບວ່າ ເປັນອຳມະພາດ ໄປນັ້ນ.

ລັດຖະມົນຕີ ທ່ານນຶ່ງ ໃນຄະນະລັດຖະບານໄທ ໄດ້ປະຕິ ເສດຕໍ່ຄວາມຄິດດັ່ງກ່າວ ໃນວັນອັງຄານ ມື້ນີ້ ລະຫວ່າງ ການໃຫ້ສຳພາດ ທີ່ມີການຖ່າຍ ທອດທາງໂທລະພາບ ທົ່ວປະເທດ.

ໃນຕອນເຊົ້າມື້ນີ້ ບັນດາຜູ້ນຳ ຂອງພວກປະທ້ວງ ເສື້ອແດງ ເວົ້າວ່າ ພວກຕົນເຕັມໃຈ ຈະເຂົ້າຮ່ວມ ການເຈລະຈາ ສັນຕິພາບ ທີ່ໄກ່ເກ່ຍໂດຍສະພາສູງ ໃນຄວາມຫວັງ ເພື່ອຢຸດຕິ ການນອງເລືອດ ທີ່ຕົກຢູ່ໃນສະພາບ ບໍ່ໄປບໍ່ມາ. ຂໍ້ສະເໜີ ໃຫ້ເປີດການເຈລະຈາ ທີ່ວ່ານີ້ ມີສະພາຊິກ ສະພາສູງຂອງໄທ ຢ່າງນ້ອຍ 55 ຄົນ ເປັນຜູ້ໃຫ້ການ ສະໜັບສະໜຸນ. ນາຍນາຕະວຸດ ໃສເກື້ອກ່າວວ່າ ພວກປະທ້ວງ ຈະບໍ່ຕັ້ງເງື່ອນໄຂໃດໆ ໃນການເຂົ້າຮ່ວມ ການເຈລະຈາ ດັ່ງກ່າວ.

ທະຫານໄທ ພວມທຳການຕໍ່ສູ້ ກັບພວກຫົວຮຸນແຮງ ທີ່ໄດ້ພາກັນເຄື່ອນຍ້າຍ ອອກຈາກ ເຂດປະທ້ວງ ໄປຍັງຖະໜົນຫົນທາງ ສາຍຕ່າງໆ ໃນບໍລິເວນອ້ອມແອ້ມ ເລີ້ມແຕ່ວັນພະຫັດ ໃນສັບປະດາແລ້ວ ເປັນຕົ້ນມາ. ຄວາມຮຸນແຮງ ເຮັດໃຫ້ມີ ຜູ້ເສຍຊີວິດ ຢ່າງນ້ອຍ 37 ຄົນ ຮວມທັງ ນາຍພົນທະຫານ ຄົນນຶ່ງ ທີ່ດຳເນີນງານ ຮ່ວມກັບ ພວກເສື້ອແດງນັ້ນ.

XS
SM
MD
LG