ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ພວກປະທ້ວງ ສືບຕໍ່ປະທະ ກັບທະຫານ ຢູ່ໄທ


ທະຫານໄທ ແລະພວກປະທ້ວງ ຕໍ່ຕ້ານລັດຖະບານ ໄດ້ປະທະກັນ ເປັນມື້ ທີ 3 ລຽນຕິດ ໃນວັນເສົາມື້ນີ້ ໂດຍມີ 3 ຄົນ ເສຍຊີວິດຕື່ມອີກ ໃນການປະທະກັນ ຢູ່ຕາມຖະໜົນຫົນທາງ ໃນບໍລິເວນ ໃຈກາງ ຂອງບາງກອກ.

ໄດ້ຍິນສຽງລະເບີດ ແລະສຽງປືນດັງຂຶ້ນ ຢ່າງກະຈັດກະຈາຍ ຢູ່ໃນຫຼາຍໆເຂດ ຂອງບາງກອກ ຕະຫລອດມື້ ຂະນະທີ່ ກຳລັງຮັກສາ ຄວາມສະຫງົບ ຂອງໄທ ພະຍາຍາມ ທຳການປິດລ້ອມ ຄ້າຍຂອງ ພວກປະທ້ວງເສື້ອແດງ ນປຊ ໃນເຂດໃຈກາງ ບາງກອກ.

ພວກທີ່ເຫັນເຫດການ ແຈ້ງວ່າ ໄດ້ເຫັນ ມີການນຳເອົາສົບ ຄົນຕາຍ 3 ສົບ ທີ່ຖືກປືນ ໄປຈາກບໍລິເວນ ທາງດ້ານເໜືອ ຂອງຄ້າຍພວກປະທ້ວງ ບ່ອນທີ່ທະຫານ ພວມຕິດປະກາດເຕືອນ ໂດຍກຳນົດໃຫ້ ເຂດດັ່ງກ່າວ ເປັນເຂດທີ່ຍິງໄດ້.

ມີ 17 ຄົນ ເສຍຊີວິດ ແລະອີກຢ່າງນ້ອຍ 141 ຄົນ ໄດ້ຮັບບາດເຈັບ ນັບແຕ່ ການປະທະກັນ ໄດ້ລະເບີດຂຶ້ນອີກ ໃນມື້ວັນພະຫັດ ຜ່ານມາ. ມີນັກຂ່າວ ຕ່າງປະເທດ ຫລາຍໆຄົນ ຮວມຢູ່ໃນຈຳນວນ ພວກທີ່ໄດ້ຮັບບາດເຈັບ.

ນາຍຈະຕຸພອນ ພຣົມພັນ ຜູ້ນຳຄົນສຳຄັນ ຂອງພວກປະທ້ວງ ເສື້ອແດງ ກ່າວໃນວັນເສົາ ມື້ນີ້ວ່າ ສະຖານະການ ໃນເວລານີ້ ແມ່ນມີລັກສະນະ ຄືສົງຄາມກາງເມືອງ. ລາວເວົ້າວ່າ ພວກປະທ້ວງ ຈະສືບຕໍ່ ທຳການຕໍ່ສູ້ ຈົນກວ່າ ນາຍົກລັດຖະມົນຕີ ອະພິຊິດ ເວດຊາຊີວະ ຕົກລົງ ຈະລາອອກ.

XS
SM
MD
LG