ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການປະທະກັນ ຮອບໃໝ່ ໃນໄທ


ມີຜູ້ເສຍຊີວິດ ຕື່ມອີກຄົນນຶ່ງ ຂະນະທີ່ ກຳລັງຮັກສາ ຄວາມສະຫງົບ ຂອງໄທ ແລະພວກປະທ້ວງ ຕໍ່ຕ້ານ ລັດຖະບານ ໄດ້ປະທະກັນ ຢ່າງຮຸນແຮງ ຄັ້ງໃໝ່ ໃນເຂດຍ່ານການຄ້າ ທີ່ສຳຄັນ ຂອງບາງກອກ.

ໃນວັນສຸກມື້ນີ້ ກຳລັງຮັກສາ ຄວາມສະຫງົບ ຂອງໄທ ທີ່ບາງກອກ ໄດ້ໃຊ້ທັງ ລູກປືນແທ້ ແລະ ລູກປືນຢາງ ຕະຫລອດທັງ ລະເບີດນໍ້າຕາ ຍິງໃສ່ພວກປະທ້ວງ ຕໍ່ຕ້ານລັດຖະບານ ທີ່ໄດ້ເລີ້ມ ທຳການປະທ້ວງມາ ແຕ່ວັນທີ 12 ມີນາ. ມີຜູ້ຊາຍຄົນນຶ່ງ ອາຍຸໃນລະຫວ່າງ 30 ກວ່າປີ ໄດ້ຖືກຍິງຕາຍ.

ການປະທະກັນ ເທື່ອລ່າສຸດ ລະຫວ່າງ ພວກປະທ້ວງ ຕໍ່ຕ້ານລັດຖະບານ ເສື້ອແດງ ແລະກຳລັງຮັກສາ ຄວາມສະຫງົບ ຂອງໄທ ໄດ້ເລີ້ມຂຶ້ນ ຫຼັງຈາກ ນາຍພົນທະຫານ ນອກແຖວຄົນນຶ່ງ ທີ່ເປັນພັນທະມິດ ກັບພວກເສື້ອແດງ ໄດ້ຖືກຍິງ ທີ່ຫົວ ແລະໄດ້ຮັບ ບາດເຈັບສາຫັດ ໃນວັນພະຫັດວານນີ້ ຂະນະທີ່ ກຳລັງຮັກສາ ຄວາມສະຫງົບ ເລີ້ມ ທຳການປິດລ້ອມ ຄ້າຍຂອງພວກປະທ້ວງ. ມີຜູ້ເສຍຊີວິດຄົນນຶ່ງ ເວລາທະຫານ ລະດົມຍິງເຂົ້າໃສ່ ພວກປະທ້ວງ.

ໃນເວລາຕໍ່ມາ ພວກປະທ້ວງ ເສື້ອແດງ ໄດ້ເອົາໄຟ ເຜົາລົດບັດເປົ່າຄັນນຶ່ງ ຂອງຕຳຫຼວດ ຂະນະທີ່ ກຳລັງຮັກສາ ຄວາມສະຫງົບ ບຸກຄືບໜ້າ ໄປຍັງປ້ອມຍາມປ້ອມນຶ່ງ ໃກ້ໆຄ້າຍ ຂອງພວກປະທ້ວງ. ບັນດາທຸລະກິດ ແລະສະຖານທູດ ຂອງຫຼາຍໆປະເທດ ທີ່ຕັ້ງຢູ່ໃນຄຸ້ມດັ່ງກ່າວ ໄດ້ປິດບໍລິການ ແລະຍົກຍ້າຍ ພະນັກງານຂອງຕົນ ອອກໜີ.

ມີຢ່າງນ້ອຍ 10 ກວ່າຄົນ ໄດ້ຮັບບາດເຈັບ ນັບແຕ່ ການປະທະກັນ ເລີ້ມຂຶ້ນ ໃນວັນພະຫັດ ວານນີ້ ຮວມທັງ ນັກຂ່າວຝຣັ່ງຄົນນຶ່ງ ແລະນັກຂ່າວ ຊ່າງພາບຂອງໄທ ຜູ້ນຶ່ງ.

ນາຍພົນຂັດຕິຍະ ສະຫວັດດີພົລ ຊຶ່ງຮູ້ກັນໃນນາມເສແດງນັ້ນ ໄດ້ຮັບບາດເຈັບ ຍ້ອນຖືກຍິງ ທີ່ບໍລິເວນຂະມັບ ຂະນະທີ່ ພວມໃຫ້ສຳພາດ ແກ່ນັກຂ່າວ. ທ່ານຢູ່ໃນອາການ ໝົດສະຕິ ທີ່ໂຮງພະຍາບານ ແຫ່ງນຶ່ງໃນບາງກອກ ແລະ ຜູ້ອຳນວຍການ ໂຮງພະຍາບານ ແຫ່ງນີ້ເວົ້າວ່າ ທ່ານສົງໄສວ່າ ເສແດງ ອາດຈະບໍ່ສາມາດ ມີຊີວິດລອດໄດ້.

XS
SM
MD
LG