ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໄທປິດລ້ອມ ພວກປະທ້ວງ ຕໍ່ຕ້ານ ລັດຖະບານ


ໂຄສົກຄົນນຶ່ງ ຂອງກອງທັບໄທ ກ່າວວ່າ ກຳລັງຮັກສາ ຄວາມສະງົບ ຈະທຳການປິດລ້ອມ ບໍລິເວນອ້ອມແອ້ມ ຄ້າຍຂອງພວກປະທ້ວງຕໍ່ຕ້ານລັດຖະບານ ໃນເຂດຍ່ານ ການຄ້າ ໃຈກາງບາງກອກ.

ການປິດລ້ອມ ຊຶ່ງຈະເລີ້ມຂຶ້ນ ໃນຕອນແລງ ຂອງວັນພະ ຫັດມື້ນີ້ ຈະຫ້າມບໍ່ໃຫ້ຜູ້ຄົນ ເຂົ້າໄປໃນຄ້າຍ ຂອງພວກປະທ້ວງ.

ການເຄື່ອນໄຫວ ທີ່ວ່ານີ້ ໄດ້ມີຂຶ້ນ ຫລັງຈາກ ລັດຖະບານ ໄທໄດ້ຍົກເລີກແຜນການ ທີ່ຈະຫ້າມບໍ່ໃຫ້ມີການສົ່ງປັດໄຈ ທີ່ຈຳເປັນຕ່າງໆ ເຂົ້າໄປໃນຄ້າຍ ຂອງພວກປະທ້ວງ ຮວມທັງອາຫານ ນໍ້າກິນນໍ້າໃຊ້ ແລະໄຟຟ້າ. ແຜນການທີ່ວ່ານີ້ ໄດ້ມີການຍົກເລີກ ຫລັງຈາກ ປະຊາຊົນ ໃນຄຸ້ມດັ່ງກ່າວ ຕໍ່ວ່າວ່າ ພວກເຂົາເຈົ້າ ຈະເປັນຜູ້ ທີ່ໄດ້ຮັບຜົນກະທົບ ຫລາຍທີ່ສຸດ.

ບັນດາຜູ້ນຳ ຂອງພວກປະທ້ວງເສື້ອແດງ ບໍ່ໄດ້ໃຫ້ຄວາມສຳຄັນ ຕໍ່ການຂູ່ຂອງລັດຖະບານ ໂດຍເວົ້າວ່າ ພວກເຂົາເຈົ້າ ມີເຄື່ອງປັ່ນໄຟຟ້າ ແລະແຫລ່ງອາຫານ ຂອງຕົນ ແລະ ປະກາດວ່າ ຈະສືບຕໍ່ ທຳການປະທ້ວງຕໍ່ໄປ.

ໃນມື້ວານນີ້ ນາຍົກລັດຖະມົນຕີ ອະພິຊິດ ເວດຊາຊີວະ ໄດ້ຖອນແຜນການ ສ້າງຄວາມ ປອງດອງຊາດ ເພື່ອເປັນການຕອບໂຕ້ ຕໍ່ການປະຕິເສດ ຂອງພວກເສື້ອແດງ ທີ່ບໍ່ຍອມ ຢຸດເຊົາ ການປະທ້ວງນັ້ນ.

XS
SM
MD
LG