ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ໄທຕົກລົງ ຈະເປີດ ການເຈລະຈາ ກັບກຸ່ມກະບົດ ມຸສລິມ


ທ່ານນາງ ຍິ່ງລັກ ຊິນນະວັດ (ຊ້າຍ) ນາຍົກລັດຖະມົນຕີໄທ ຈັບມືກັບ ທ່ານ Najib Razak ນາຍົກລັດຖະມົນຕີມາເລເຊຍ ລຸນຫລັງກອງປະຊຸມຖະແຫລງຂ່າວຮ່ວມກັນ ທີ່ເມືອງ Putrajaya ຂອງມະເລເຊຍ ໃນວັນທີ 28 ກຸມພາ 2013.
ທ່ານນາງ ຍິ່ງລັກ ຊິນນະວັດ (ຊ້າຍ) ນາຍົກລັດຖະມົນຕີໄທ ຈັບມືກັບ ທ່ານ Najib Razak ນາຍົກລັດຖະມົນຕີມາເລເຊຍ ລຸນຫລັງກອງປະຊຸມຖະແຫລງຂ່າວຮ່ວມກັນ ທີ່ເມືອງ Putrajaya ຂອງມະເລເຊຍ ໃນວັນທີ 28 ກຸມພາ 2013.
ເປັນຄັ້ງທໍາອິດ ທີ່ໄທໄດ້ຕົກລົງຈະເປີດການເຈລະຈາກັບກຸ່ມ
ກະບົດມຸສລິມໃຫຍ່ ກຸ່ມນຶ່ງ ຊຶ່ງອາດຈະສ້າງຄວາມກ້າວໜ້າ ໃຫ້ແກ່ການດໍາເນີນຄວາມພະຍາຍາມ ເພື່ອຍຸດຕິການກໍ່ຄວາມ ຮຸນແຮງຢູ່ພາກໃຕ້ຂອງປະເທດດັ່ງກ່າວ ທີ່ແກ່ຍາວມາເປັນເວ
ລາເກືອບສິບປີແລ້ວນັ້ນ.

ພວກເຈົ້າໜ້າທີ່ຂັ້ນສູງຂອງໄທແລະບັນດາຜູ້ຕາງໜ້າຂອງກຸ່ມ
ແນວໂຮມປະຕິວັດແຫ່ງຊາດຫຼື National Revolution Front
ໄດ້ເຊັນຂໍ້ຕົກລົງ ໃນວັນພະຫັດມື້ນີ້ ເພື່ອຈະເລີ້ມຂັ້ນຕອນການ
ເຈລະຈາກັນ ທີ່ຈະມີຂຶ້ນໃນສອງອາທິດຂ້າງໜ້ານີ້.

ຂໍ້ຕົກລົງດັ່ງກ່າວໄດ້ເຊັນກັນຢູ່ນະຄອນຫລວງກົວລາລໍາເປີ ຂອງ
ມາເລເຊຍ ບ່ອນທີ່ທ່ານນາງ ຍິ່ງລັກ ຊິນນະວັດ ນາຍົກລັດຖະມົນ
ຕີໄທ ພົບປະກັບທ່ານ Najib Razak ນາຍົກລັດຖະມົນຕີມາເລ
ເຊຍ ໃນເວລາຕໍ່ມາ ແລະທ່ານນາງໄດ້ສະແດງຄວາມຍິນດີນໍາ
ການເຈລະຈາກັນນັ້ນ. ທ່ານນາງຍິ່ງລັກກ່າວວ່າ:

“ທາງການໄທແມ່ນເຕັມໃຈທີ່ຈະເຂົ້າພົວພັນໃນຂັ້ນຕອນຂອງການເຈລະຈາ ທີ່ຮວມເອົາໝົດທຸກຝ່າຍທີ່ມີສ່ວນໄດ້ສ່ວນເສຍ ແລະບັນດກຸ່ມທີ່ກ່ຽວຂ້ອງ ເພື່ອຫາທາງແກ້ໄຂສາເຫດຮາກເຫງົ້າຂອງບັນຫາເຫລົ່ານີ້ ໃນທາງທີ່ຖືກ ຕ້ອງສອດຄ່ອງກັບນະຍບາຍດ້ານການບໍລິຫານແລະພັດທະນາຂອງປະເທດ ສໍາລັບບັນດາແຂວງໃນເຂດຊາຍແດນພາກໃຕ້ ແລະພາຍໃນກອບຂອງ ລັດຖະທໍາມະນູນ ຂອງພະລາດຊະອານາຈັກໄທ.”

ກຸ່ມແນວໂຮມປະຕິວັດແຫ່ງຊາດທີ່ມີສໍານັກງານຕັ້ງຢູ່ມາເລເຊຍ ເປັນພຽງແຕ່ນຶ່ງ ໃນ ບັນດາກຸ່ມກະບົດໃຫຍ່ປະກອບອາວຸດ ທີ່ກຳລັງຕໍ່ສູ້ ເພື່ອຢາກໄດ້ຮັບອຳນາດປົກຄອງ ຕົນເອງຫລາຍຂຶ້ນກວ່າເກົ່າ ໃນພາກໃຕ້ຂອງໄທ ທີ່ມີຊາວມຸສລິມອາໄສ ຢູ່ເປັນສ່ວນ ໃຫຍ່ນັ້ນ. ຍັງບໍ່ເປັນທີ່ຮູ້ກັນເທື່ອວ່າກຸ່ມອື່ນໆຈະເຫັນດີນຳການເຈລະຈານີ້ຫລືບໍ່.

ສ່ວນນາຍົກລັດຖະມົນຕີມາເລເຊຍ ທ່ານ Najib Razak ນັ້ນກ່າວວ່າ ຂໍ້ຕົກລົງທີ່ເຊັນ ກັນໃນວັນພະຫັດມື້ນີ້ ແມ່ນເປັນພຽງຈຸດເລີ່ມຕົ້ນຂອງຂັ້ນຕອນສ້າງສັນຕິພາບເທົ່ານັ້ນ.

ເຂດດັ່ງກ່າວ ແມ່ນໄດ້ຮັບຄວາມເສຍຫາຍຢ່າງໜັກ ຍ້ອນການກໍ່ກະບົດທີ່ນອງເລືອດຊຶ່ງ ໄດ້ເພີ້ມທະວີຄວາມຮ້າຍແຮງຂຶ້ນໃນປີ 2004 ແລະໄດ້ເອົາຊີວິດຂອງ ຜູ້ຄົນປະມານ 5 ພັນ
ຄົນ ຊຶ່ງສ່ວນໃຫຍ່ແມ່ນພົນລະເຮືອນທີ່ຮວມທັງປະຊາຄົມຊາວໄທ ທີ່ນັບຖືສາສະໜາພຸດ
ແລະຊາວມາເລທີ່ນັບຖືສາສະໜາອິສລາມ.
XS
SM
MD
LG