ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໄທ ພະຍາຍາມ ຟື້ນຟູ ຄວາມໝັ້ນໃຈ ດ້ານ ເສດຖະກິດ ຫຼັງເຫດລະເບີດແຕກ


ກອງກຳລັງຮັກສາຄວາມປອດໄພກວດກາສະຖານທີ່ ເກີດເຫດລະເບີດແຕກ ຢູ່ຮ້ານຊຸບເປີມາກເກັດ ທີ່ຈັງຫວັດ ປັດຕະນີ, ໄທ. 9 ພຶດສະພາ 2017. ນ
ກອງກຳລັງຮັກສາຄວາມປອດໄພກວດກາສະຖານທີ່ ເກີດເຫດລະເບີດແຕກ ຢູ່ຮ້ານຊຸບເປີມາກເກັດ ທີ່ຈັງຫວັດ ປັດຕະນີ, ໄທ. 9 ພຶດສະພາ 2017. ນ

ລັດຖະບານ ໄທ ກຳລັງພະຍາຍາມປະຕິບັດບາດກ້າວຕ່າງໆຂອງນະໂຍບາຍທີ່ມີຢ່າງ
ຫຼວງຫຼາຍ, ລວມທັງການຂະຫຍາຍການຮັກສາຄວາມປອດໄພ, ເພື່ອຟື້ນຟູຄວາມໝັ້ນ
ໃຈດ້ານເສດຖະກິດຂອງຈັງຫວັດຕ່າງໆໃນເຂດຊາຍແດນພາກໃຕ້ ລຸນຫຼັງການໂຈມຕີ
ແບ່ງແຍກດິນແດນເມື່ອບໍ່ດົນມານີ້ ຢູ່ຮ້ານຂາຍເຄື່ອງຂະໜາດໃຫຍ່ແຫ່ງໜຶ່ງ.

ການລະເບີດ ຈາກລົດໃນວັນທີ 9 ພຶດສະພາທີ່ຜ່ານມາ ຢູ່ນອກຮ້ານ Big C ໄດ້ເຮັດໃຫ້
ປະຊາຊົນຢ່າງໜ້ອຍ 60 ຄົນບາດເຈັບ, ແຕ່ບໍ່ໄດ້ມີຜູ້ໃດເສຍຊີວິດ ຍ້ອນການປະຕິບັດ
ການຢ່າງວ່ອງໄວຂອງເຈົ້າໜ້າທີ່ຮັກສາຄວາມປອດໄພ ທີ່ປິດທາງເຂົ້າ ຫຼັງຈາກການ
ລະເບີດແບບລໍ່ເຫຍື່ອຂະໜາດນ້ອຍ.

ທ່ານ ປານິທານ ວັດທະນະຍາກອນ ຜູ້ຊີ້ນຳດ້ານຄວາມປອດໄພຂອງລັດຖະບານກ່າວ
ວ່າ ລັດຖະບານກຳລັງພະຍາຍາມທີ່ຈະປະຕິບັດນະໂຍບາຍຕ່າງໆ ລວມທັງການກະຕຸ້ນ
ເສດຖະກິດ, ເພື່ອຂະຫຍາຍຄວາມໝັ້ນໃຈຂຶ້ນຕື່ມ.

ທ່ານ ປານິທານ ກ່າວວ່າ “ການຟື້ນຟູສະພາບຮ້ານຊຸບເປີມາເກັດ ແມ່ນກຳລັງດຳເນີນ
ໄປຢູ່. ລັດຖະບານໄດ້ສົ່ງບັນດາຕົວແທນພິເສດ, ນາຍພົນ ອຸດົມເດດ ສີທະບຸດ ຮອງ
ນາຍົກລັດຖະມົນຕີ ໄປຂົງເຂດດັ່ງກ່າວສອງສາມຄັ້ງ ເພື່ອຊ່ວຍເຫຼືອໃນການຟື້ນຟູ
ຮ້ານຊຸບເປີມາເກັດນັ້ນ, ລວມທັງການເປີດບໍລິການ ເພື່ອໃຫ້ສະຖານະການກັບຄືນສູ່
ປົກກະຕິ. ພວກເຮົາໄດ້ຖືກແຈ້ງໃຫ້ຊາບວ່າ ໃນບໍ່ເທົ່າໃດມື້ໄວໆນີ້ ຮ້ານຊຸບເປີມາ
ເກັດດັ່ງກ່າວກໍຈະໄດ້ເປີດໃຊ້ຄືນຢ່າງເຕັມສ່ວນ.”

ຮ້ານດັ່ງກ່າວແມ່ນຮ້ານຊຸບເປີມາເກັດໃຫຍ່ພຽງຮ້ານດຽວ ທີ່ຖືກເປີດໃນເຂດຊາຍແດນ
ພາກໃຕ້ ທີ່ມີປະຊາຊົນມຸສລິມອາໄສຢູ່ເປັນສ່ວນໃຫຍ່ ຄື ໃນຈັງຫວັດ ຍະລາ, ນາຣາທິ
ວາດ ແລະ ປັດຕະນີ ເຊິ່ງມີປະຊາຊົນ 1 ລ້ານ 8 ແສນຄົນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG